ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຄາດວ່າ ຈະໄປສູນກາງອະວະກາດເຄັນເນດີ ໃນລັດຟລໍຣີດາ ເພື່ອຊົມການປ່ອຍຍານອະວະກາດດັ່ງກ່າວ ໃນວັນພຸດມື້ນີ້.
ບັນດາເຈົ້າໜ້າທີ່ ບໍ່ໄດ້ໃຫ້ເຫດຜົນ ທີ່ສະເພາະເຈາະຈົງໃດໆ ເພື່ອນຳໃຊ້ມາດຕະການຫ້າມໄວຂຶ້ນ ຈາກທີ່ຕົນໄດ້ວາງແຜນ ທີ່ຈະເລີ້ມນຳໃຊ້ ໃນວັນພະຫັດຈະມາເຖິງນີ້.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ ສະຫລະຊີວິດໃນສົງຄາມເພື່ອຊາດ ເນື່ອງໃນວັນລະນຶກເຖິງທະຫານທີ່ເສຍຊີວິດໄປໃນສົງຄາມຫຼື Memorial Day ໃນວັນຈັນວານນີ້.
ໂຣກລະບາດດັ່ງກ່າວ ຍັງໄດ້ເຮັດໃຫ້ການປະຕິບັດ ຂອງຄົນໃນບາງຄອບຄົວ ທີ່ເຄີຍ ຮ່ວມພາເຂົ້ານໍາກັນໃນຍາມເຊົ້າຍາມແລງ ຈໍາເປັນຕ້ອງໄດ້ແຍກກັນກິນ ຄົນລະເທື່ອ ແລະຢູ່ຫ່າງກັນ 6 ຟຸດ ຫລື 2 ແມັດ.
ສະຫະລັດອາເມຣິກາ ໄດ້ເຮັດວຽກຢ່າງໃກ້ຊິດ ກັບລັດຖະບານ ແລະປະຊາຊົນລາວ ໃນຫຼາຍຂະແໜງການເຊິ່ງລວມທັງ ວຽກງານດ້ານສາທາລະນະສຸກ.
ັັັວັນຈັນມື້ນີ້ແມ່ນວັນລະນຶກເຖິງທະຫານທີ່ເສຍຊີວິດໃນສົງຄາມ ຫຼື Memorial Day ໃນ ສະຫະລັດ ເພື່ອເປັນ ກຽດໃຫ້ແກ້ທະຫານຊາຍ ແລະ ຍິງຂອງ ສະຫະລັດ ຫຼາຍຮ້ອຍພັນຄົນທີ່ໄດ້ເສຍສະຫຼະຊີວິດ ເພື່ອປະເທດ.
ດຽວນີ້ມີກໍລະນີຕິດເຊື້ອໄວຣັສໂຄໂຣນາໃນທົ່ວໂລກເກີນກວ່າ 5 ລ້ານ 3 ແສນຄົນແລ້ວ ແລະຫຼາຍກວ່າ 335,000 ຄົນໄດ້ເສຍຊີວິດທີ່ເປັນຜົນມາຈາກການຕິດເຊື້ອໄວຣັສ.
ປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ມີລາຍງານວ່າ ມີຜົນກວດເປັນລົບສຳລັບໄວ ຣັສໂຄໂຣນານັ້ນ, ໄດ້ປ້ອງກັນການຕັດສິນໃຈຂອງທ່ານທີ່ຈະໃຊ້ຢາ ໄຮດຣັອກຊີ ໂຄລຣໍວິນ (Hydrxychloroquine).
ປ. ທຣໍາ ໄດ້ສັ່ງໃຫ້ຊັກທຸງລົງໄວ້ເຄິ່ງເສົາ ຢູ່ໃນຕຶກອາຄານຕ່າງໆຂອງລັດຖະບານກາງ ແລະອານຸສາວະລີທັງຫລາຍ ເປັນເວລາ 3 ວັນ ຕໍ່ໜ້ານີ້ ເພື່ອລະນຶກເຖິງຊາວອາເມຣິກັນ ທີ່ເສຍຊີວິດໄປ ຍ້ອນໄວຣັສໂຄໂຣນາ.
ຸທຸລະກິດຫລາຍໆຢ່າງ ໃນເມືອງອາລເບີເຄີກກີ ແມ່ນໄດ້ຮັບຜົນກະທົບ ຈາກການລະບາດຂອງໂຄວິດ-19 ຮວມທັງທຸລະກິດຮ້ານອາຫານ ທີ່ຄົນລາວສ່ວນຫຼາຍ ເປັນເຈົ້າຂອງຫຼືເຮັດວຽກເຮັດການນຳນັ້ນ.
ບັນດາຜູ້ນຳຂອງກຸ່ມ 7 ປະເທດທີ່ມີເສດຖະກິດກ້າວໜ້າທີ່ສຸດ ຫຼື G-7 ກຳລັງພິຈາລະນາ ຄວາມຄິດຂອງປະທານາທິບໍດີີ ດໍໂນລ ທຣຳ ກ່ຽວກັບ ການມີໜ້າພົບປະກັນ ດ້ວຍຕົນເອງ ໃນກອງປະຊຸມສຸດຍອດ.
ເຈົ້າໜ້າທີ່ເລືອກຕັ້ງ ໃນລັດທີ່ຢູ່ລັດທາງຕາເວັນຕົກຕອນກາງແຫ່ງນັ້ນ ໄດ້ປະກາດໃນວັນອັງຄານຜ່ານມາວ່າ ຄໍາຮ້ອງຂໍບັດລົງຄະແນນສຽງ ຜ່ານທາງໄປສະນີ ໄດ້ສົ່ງອອກໄປໃຫ້ຜູ້ປ່ອນບັດເລືອກຕັ້ງແລ້ວ.
ໂຫລດຕື່ມອີກ
No live streaming currently available