ຍານາງກະວີ ພິມມະສານ ແມ່ນສະມາຊິກ ສັງຄົມລາວອາເມຣິກັນ ຢູ່ໃນຂົງເຂດເມືອງໂຮນແລນ ລັດມີຊິແກນ ທີ່ເປັນນັກເຄື່ອນໄຫວ ໃຫ້ການຊ່ວຍເຫຼືອຄົນຕົກງານ ເນື່ອງຈາກການລະບາດ ຂອງໂຄວິດ-19.
ທ່ານນາງອຳໄພສອນ ກ່າວວ່າ ມັນໄດ້ສົ່ງຜົນກະທົບ ຕໍ່ພວກເຮົາຫຼາຍຢ່າງ ຫ້ອງການຂອງພວກເຮົາຖືກປິດລົງ ຕັ້ງແຕ່ວັນທີ 18 ມີນາ ເປັນຕົ້ນມາ.
ທ່ານທຣຳ ໄດ້ຂຽນໃນໜັງສືວ່າ “ມັນເປັນທີ່ຈະແຈ້ງວ່າ ບາດກ້າວທີ່ຜິດພາດຊ້ຳແລ້ວຊ້ຳອີກໂດຍທ່ານແລະອົງການຂອງທ່ານ ໃນການຮັບມືກັບໂຣກລະບາດນັ້ນ ໄດ້ເຮັດມີຄວາມເສຍຫາຍຢ່າງໃຫຍ່ຫຼວງ ສຳລັບໂລກ.
ບໍລິສັດເທັກໂນໂລຈີຊີວະພາບໂມເດິນາ ເວົ້າວ່າ ການທົດລອງຂັ້ນຕົ້ນ ໃນການໃຊ້ຢາວັກຊິນ ທີ່ອາດເປັນໄປໄດ້ ສໍາລັບໄວຣັສໂຄໂຣນາ ໃຫ້ຜົນທີ່ໜ້າເພິ່ງພໍໃຈອອກມາ ຈາກການທົດລອງ ໃຊ້ກັບຄົນຢູ່ໃນຕົວຢ່າງ.
ທ່ານບາ ຍັງໄດ້ກ່າວອີກວ່າ ໃນການສືບສວນນັ້ນ ຂໍ້ມູນທີ່ໄດ້ມາຈາກໂທລະສັບ ຂອງທ້າວອາລຊາມຣານີ ໄດ້ນຳໄປສູ່ການປະຕິບັດງານ ເພື່ອຕໍ່ຕ້ານການກໍ່ການຮ້າຍ ຂອງສະຫະລັດ ເມື່ອມໍ່ໆມານີ້ຢູ່ໃນເຢເມັນ
ທ່ານທຣຳກ່າວຕໍ່ພວກນັກຂ່າວທີ່ທຳນຽບຂາວໃນວັນຈັນວານນີ້ວ່າ ທ່ານໄດ້ປົດທ່ານລີນິກອອກຈາກຕຳແໜ່ງ ຕາມຄຳຮ້ອງຂໍຂອງທ່ານພອມພຽວ.
ທ່ານ ວິລລຽມ ບາ ໃນວັນຈັນວານນີ້ ໄດ້ປະຕິເສດການຮຽກ ຮ້ອງໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເພື່ອໃຫ້ກະຊວງຍຸຕິທຳ ສືບສວນສອບສວນອະດີດປະທານາທິບໍດີ ບາຣັກ ໂອ ບາມາ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເອີ້ນອະດີດ ປະທານາທິບໍດີ ບາຣັກ ໂອບາມາ ວ່າ “ປະທານາທິ ບໍດີທີ່ບໍ່ມີຄວາມສາມາດ.”
ຫົວໜ້າຜູ້ກວດກາກະຊວງການຕ່າງປະເທດ ທີ່ປະທານາທິບໍດີທຣໍາ ປົດອອກຈາກຕໍາແໜ່ງນັ້ນ ແມ່ນກໍາລັງກວດກາເບິ່ງ ການກ່າວຫາທີ່ເວົ້າວ່າ ທ່ານ ໄມຄ໌ ພອມພຽວ ໄດ້ໃຫ້ພະນັກງານຄົນນຶ່ງ ເຮັດວຽກສ່ວນຕົວໃຫ້ເພິ່ນ.
ກໍາລັງອະວະກາດ ຂອງສະຫະລັດ ໄດ້ສົ່ງຍານອະວະກາດລຶກລັບ ຂອງກອງທັບ ຂຶ້ນສູ່ອະວະກາດ ອີກຄັ້ງນຶ່ງ.
ທ່ານນາງ ມິແຊລ ກ່າວວ່າ “ຂ້າພະເຈົ້າຮູ້ສຶກໂຊກດີຢ່າງບໍ່ໜ້າເຊື່ອເລີຍ, ທີ່ພວກເຮົາທັງສອງໄດ້ຫາຍດີ ແລະ ບໍ່ມີຄົນອື່ນເປັນໄຂ້ອີກ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ດຽວນີ້ສະຫະລັດ ໄລ່ທັນປະເທດອື່ນທັງຫຼາຍແລ້ວ….“ພວກເຮົາໄດ້ເອົາຊະນະ ໃນການກວດຫາໄວຣັສ.”
ໂຫລດຕື່ມອີກ
No live streaming currently available