ຕົກມາເຖິງເດືອນມີນາ 2020 ເມື່ອທາງການລັດເວີຈີເນຍ ໄດ້ອອກຄຳສັ່ງ ໃຫ້ປິດເມືອງ ຍ້ອນການແຜ່ລະບາດ ຂອງໄວຣັສໂຄໂຣນາ ທາງການໄດ້ມີຂໍ້ຈຳກັດ ໃຫ້ຂາຍແຕ່ອາຫານສັ່ງໄປກິນຢູ່ບ້ານໄດ້.
ບາງຄົນກໍໃຊ້ຜ້າປົກສີດໍາແບບນິນຈາ. ສ່ວນຄົນອື່ນໆ ໃສ່ຜ້າປິດປາກ ທີ່ເປັນຄືຄໍເສື້ອກັນໜາວ ໃສ່ຍາມໄປຫລິ້ນສະກີ້.
ທ່ານຟາວຈີ ໄດ້ເຕືອນອີກວ່າ “ໂດຍລວມແລ້ວມັນເປັນໄປບໍ່ໄດ້” ທີ່ວ່າ ໂຣກລະບາດນີ້ “ອາດຮ້າຍແຮງຂຶ້ນ” ຢູ່ໃນສະຫະລັດ ໃນໄລຍະເດືອນລະດູໃບໄມ້ລົ່ນ ຈາກເດືອນກັນຍາ ຫາພະຈິກ;
ປະທານາທິບໍດີໃຫ້ຄວາມເຫັນດັ່ງກ່າວ ໃນຂະນະທີ່ທ່ານເປັນເຈົ້າພາບ ຕ້ອນຮັບຜູ້ປົກຄອງລັດໂຄໂລຣາໂດ ແລະດາໂກຕາເໜືອ ຢູ່ໃນຫ້ອງປະຊຸມຄະນະລັດຖະບານ.
ຕາມປົກກະຕິແລ້ວ ກອງປະຊຸມໃຫຍ່ ເພື່ອແຕ່ງຕັ້ງຜູູ້ສະໝັກ ເປັນປະທານາທິບໍດີ ທັງຂອງພັກເດໂມແຄຣັດ ແລະພັກຣີພັບບລີກັນ ມີຜູ້ໄປຮ່ວມປະມານ 50,000 ຄົນ.
ກອງທັບເຮືອສະຫະລັດໃນເຂດປາຊິຟິກໄດ້ລົງຂ່າວຢູ່ໜ້າເຟສບຸກຂອງຕົນວ່າ ກໍາປັ່ນລົບກອງທັບເຮືອສະຫະລັດລໍານຶ່ງໄດ້ແລ່ນຜ່ານຊ່ອງແຄບໄຕ້ຫວັນ ທີ່ມີຄວາມຫລໍ່ແຫລມ ໃນວັນພຸດວານນີ້.
ຜູ້ພິພາກສາ 9 ຄົນ ໄດ້ຮັບຟັງການອະທິບາຍຖົກຖຽງກັນ ຜ່ານທາງໂທລະສັບ ເປັນເວລາເກືອບຮອດ 3 ຊົ່ວໂມງເຄິ່ງ ຍ້ອນຄວາມລະມັດລະວັງ ທີ່ມີສາເຫດເນື່ອງມາຈາກ ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ.
ປະຊາຄົມລາວອາເມຣິກັນຈຳນວນນຶ່ງ ບໍ່ໄດ້ທໍ້ຖອຍ ນຳການສະໜັບສະໜູນ ຍານາງຊັນນີ ຣູເບັກ ທີ່ສະໝັກເປັນຜູ້ພິພາກສາ ຢູ່ເມືອງເມັກເຄລັນເບີກ (Mecklenburg) ໃນລັດຄາໂຣໄລນາເໜືອ.
ພວກປະທ້ວງຢູ່ໃນຫລາຍລັດ ໄດ້ຮຽກຮ້ອງໃຫ້ມີການເປີດ ການຄ້າຂາຍຄືນໃໝ່ ເພື່ອໃຫ້ເຂົາເຈົ້າກັບຄືນໄປເຮັດວຽກ ແລະເລາະຊື້ເຄື່ອງຂອງ ດັ່ງທີ່ເຄີຍໄດ້ເຮັດມາ.
ທ່ານ ທຣຳ ໄດ້ຍື່ນຄຳຮ້ອງຄັດຄ້ານ ຕໍ່ໝາຍສານດັ່ງກ່າວ ທີ່ຖືກສົ່ງອອກປີກາຍນີ້ ໂດຍຄະນະກຳມະການສະພາຕໍ່າຫຼາຍຄົນ ແລະ ໄອຍະການປະຈຳເຂດ ນິວຢອກ.
ໃນມື້ວັນສຸກແລ້ວນີ້ ລັດຖະບານ ສຫລ ກ່າວວ່າ ອັດຕາຄົນຫວ່າງງານ ຢູ່ໃນທົ່ວປະເທດ ແມ່ນ 14.7 ເປີເຊັນ ຊຶ່ງເປັນອັດຕາທີ່ສູງສຸດ ນັບແຕ່ໄດ້ເກີດສະພາບເສດຖະກິດຕົກຕ່ຳ ໃນຊຸມປີ 1930.
ໃນຂະນະທີ່ລັດຕ່າງໆ ປິດເມືອງເພື່ອສະກັດກັ້ນ ການລະບາດ ຂອງພະຍາດໂຄວິຢູ່ນີ້ ຈໍານວນຄົນປ່ວຍ ທີ່ໄປຫາທ່ານໝໍໃນ ຄລີນິກຫລືໂຮງໝໍຕ່າງໆ ໄດ້ຫລຸດລົງ ເມື່ອທຽບໃສ່ໄລຍະກ່ອນມີການລະບາດ ຂອງພະຍາດນີ້.
ໂຫລດຕື່ມອີກ
No live streaming currently available