ປະທານາທິບຊດີດໍໂນລ ທຣຳ ກ່າວວ່າ ຈີນໄດ້ສົ່ງເຄື່ອງຂອງຈຳນວນນຶ່ງ ມາໃຫ້ພວກເຮົາ ຣັດເຊຍ ກໍໄດ້ສົ່ງເຄືີ່ອງ ໃຊ້ຕ່າງໆ ເຕັມເຮືອບິນ ມາໃຫ້ພວກເຮົາ ອຸບປະກອນການແພດ ຊຶ່ງເປັນເລື້ອງທີ່ດີຫຼາຍ.
ກອງທັບເຮືອສະຫະລັດ ໄດ້ປົດຕໍາແໜ່ງ ກັບຕັນກໍາປັ່ນບັນທຸກເຮືອບິນ USS Theodore Roosevelt ອອກພາຍຫລັງທີ່ທ່ານໄດ້ສົ່ງຄຳເຕືອນ ກ່ຽວກັບການລະບາດ ຂອງໄວຣັສໂຄໂຣນາ ຢູ່ເທິງກໍາປັ່ນດັ່ງກ່າວ.
ໃນເວລານີ້ພວກຄົນງານ ສະຫະລັດ ໃນຈຳນວນເພີ່ມຂຶ້ນ ໄດ້ຍື່ນຄຳຮ້ອງ ຂໍເງິນຊ່ວຍເຫຼືອ ໃນສອງອາທິດທີ່ຜ່ານມາ ຫຼາຍກວ່າຫົກເດືອນທຳອິດຂອງພາ ວະເສດຖະກິດຕົກຕໍ່າຂັ້ນຮຸນແຮງໃນປີ 2008.
ຮອງເຊຣິຟ ສີປະເສີດ “Bud” ພວງພຣະຈັນ ອາຍຸ 43 ປີ ຈາກເມືອງແຄນດໍ ລັດຄາໂຣໄລນາເໜືອ ໄດ້ເສຍຊີວິດຍ້ອນໂຄວິດ-19 ຢູ່ທີ່ຫ້ອງສຸກເສີນ ຂອງໂຮງພະຍາບານ First Health-Moore ທີ່ເມືອງ Pinehurst.
ເຈົ້າຄອງນະຄອນລອສແອນເຈີລິສ ໄດ້ຮຽກຮ້ອງປະຊາຊົນ ໃນເມືອງທີ່ໃຫຍ່ທີ່ສຸດ ອັນດັບສອງຂອງປະເທດ ໃຫ້ໃສ່ໜ້າກາກ ໃນທີ່ສາທາລະນະ ເພາະມີຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ກາຍ 5,000 ຄົນແລ້ວ.
ບັນດາຜູ້ປົກຄອງລັດຕ່າງໆ ຂອງສະຫະລັດກ່າວວ່າ ເຂົາເຈົ້າມີການຂາດເຂີນ ເຄື່ອງຈັກຊ່ວຍຫາຍໃຈ ໜ້າກາກ ແລະອຸບປະກອນການແພດອື່ນໆ ຢູ່ໃນລັດຂອງເຈົາເຈົ້າ.
ການບັນເທົາທຸກຂະໜາດໃຫຍ່ ແມ່ນໄດ້ຮັບການຍົກຍ້ອງວ່າ ເປັນມາດຕະການທີ່ຈຳເປັນທີ່ສຸດ ເພື່ອຊຸກຍູ້ ເສດຖະກິດສະຫະລັດ ແຕ່ວ່າພວມມີການຂົ່ມຂູ່ ທີ່ຈະພາໃຫ້ເກີດການຕົວະຕົ້ມແບບແນບນຽນ.
ຢູ່ໃນຫລາຍໆໂອກາດ ຂະນະທີ່ທ່ານດໍາລົງດໍາແໜ່ງຢູ່ໃນທໍານຽບຂາວມາເປັນ ເວລາໄດ້ສາມປີກວ່າຢູ່ນີ້ ທ່ານທຣໍາໄດ້ສະເໜີ ໃຫ້ດໍາເນີນການສ້າງຫົນທາງ ແລະຂົວທີ່ເກົ່າ ແລະຊຸດໂຊມຂອງປະເທດຄືນ ໃນຂະໜາດໃຫຍ່.
ທ່ານ ເອຣິກ ບອລວິນ ກ່າວວ່າ “ມ່ວນ. ມັນແມ່ນບາງສິ່ງທີ່ເຈົ້າຮູ້ບໍ, ສິ່ງທີ່ ແຕກຕ່າງ ທີ່ໃນທີ່ສຸດມັນຈະໃຫ້ຄວາມຊ່ວຍເຫຼືອ.”
“ຖ້າພວກເຮົາ ບໍ່ໄດ້ຍຸຕິລົງ” ກໍຈະສືບຕໍ່ການຢູ່ຫ່າງຈາກສັງຄົມ ແລະການຈຳກັດຂະໜາດ ຂອງການເຕົ້າໂຮມ ຊຸມນຸມກັນ ມີແຕ່ 10 ຄົນ ທ່ານທຣຳ ໄດ້ກ່າວໄປ.
ກໍາປັ່ນສີຂາວລໍາໃຫຍ່ໆ ມີເຄື່ອງໝາຍຂອງກາແດງແມ່ນມີ 1,000 ຕຽງ ສໍາ ລັບຄົນປ່ວຍ ແລະມີຫ້ອງ ປະຕິບັດງານຢູ່ 12 ຫ້ອງ. ພະນັກງານການແພດຂອງກໍາປັ່ນລໍານີ້ ຈະໃຫ້ການປິ່ນປົວແກ່ຄົນປ່ວຍ ທີ່ຕິດເຊື້ອໄວຣັສໂຄໂຣນາ.
ບໍລິສັດ Johnson & Johnson ໄດ້ກ່າວວ່າ ເຂົາເຈົ້າຫວັງວ່າຢາວັກຊີນຊຸດ ທຳອິດ ຈະມີພ້ອມສຳລັບການໃຊ້ ພາຍໃຕ້ສະຖານະການສຸກເສີນ ໃນຕົ້ນປີ 2021.
ໂຫລດຕື່ມອີກ
No live streaming currently available