ທ່ານ ທຣຳ ຍັງໄດ້ກ່າວວ່າ ດຳລັດດັ່ງກ່າວ ຈະບໍ່ມີຜົນກະທົບ ຕໍ່ພາກສ່ວນກະສິກຳ, ເຊິ່ງອາໄສກຳມະກອນຍົກຍ້າຍຖິ່ນຖານ ຫຼາຍຮ້ອນພັນຄົນ.
ຜູ້ນໍາສຽງສ່ວນຫລາຍໃນສະພາຕໍ່າ, ທ່ານ ສເຕນີ ໂຮຍເຢີ ເວົ້າວ່າ ຖ້າຫາກສະພາສູງ ໃຫ້ອະນຸມັດໃນວັນອັງຄານມື້ນີ້, ສະພາຕໍ່າກໍ “ຈະສາມາດປະຊຸມກັນໄວ ເທົ່າທີ່ຈະໄວໄດ້ ໃນວັນພະຫັດຈະມາເຖິງນີ້”.
ລັດນິວຢອກ ເປັນລັດທີ່ຖືກກະທົບຢ່າງໜັກທີ່ສຸດໃນສະຫະລັດ. ມັນໄດ້ກາຍມາເປັນເວລາ 51 ວັນແລ້ວ ນັບຕັ້ງແຕ່ກໍລະນີທຳອິດທີ່ໄດ້ຖືກກວດພົບຂອງເຊື້ອໄວຣັສໂຄວິດ-19 ອັນເປັນເຊື້ອພະຍາດທີ່ກໍ່ໃຫ້ເກີດມີໄວຣັສໂຄໂຣນາ.
ດາລລັສ ຟອດເວີດ ແລະອາລິງຕັນ ຮວມກັນແລ້ວ ແມ່ນເປັນເຂດນຶ່ງ ທີ່ມີຊຸມຊົນລາວອາໄສຢູ່ ຫຼາຍເປັນພິເສດ ໃນສະຫະລັດອາເມຣິກາ.
ທ່ານນາງໄດ້ກ່າວຕໍ່ໂທລະພາບ Fox ວ່າ ສະຫະລັດ ແມ່ນ “ຊ້າຫຼາຍແລ້ວ” ກ່ຽວກັບ ການກວດກາ,ແລະ ວ່າທ່ານປະທານາທິບໍດີໄດ້ຄະແນນຕົກ ສຳລັບ ການຮັບມືນັ້ນ.
ນັກຮຽນປີທີ 8 ນາງ ແຄັດທຣີນາ ເຊັບກີ ບໍ່ໄດ້ຕຳໜິຫຍັງ ກ່ຽວກັບ ວິຖີຊີວິດ ໃໝ່ຂອງລາວ, ໃນຂະນະທີ່ລາວໄດ້ເລີ່ມຮຽນວິຊາເລກທາງອອນໄລນ໌ ເປັນຄັ້ງ ທຳອິດ.
ການລະບາດລະດັບໂລກ ຂອງໄວຣັສໂຄໂຣນາ ສືບຕໍ່ທໍາລາຍເສດຖະກິດຂອງສະຫະລັດ ໂດຍທີ່ມີຄົນງານຂໍເງິນຊົດເຊີຍການຫວ່າງງານ ອີກ 5 ລ້ານ 2 ແສນ ຄົນ ໃນອາທິດແລ້ວນີ້.
ບາງທີ ເຫດຜົນທີ່ສຳຄັນວ່າ ເປັນຫຍັງລັດເຫຼົ່ານີ້ ຈຶ່ງໄດ້ມີກໍລະນີຕິດເຊື້ອ ໄວຣັສໂຄໂຣນາທີ່ຕ່ຳ ກໍເປັນຍ້ອນວ່າ ພາຍໃນ 19 ລັດ ຂອງທັງໝົດ 50 ລັດນັ້ນ ແມ່ນມີຈຳນວນປະຊາກອນ ໜ້ອຍທີ່ສຸດ.
ບໍ່ເຄີຍມີປະທານາທິບໍດີຄົນໃດ ໄດ້ໃຊ້ອຳນາດທີ່ສະເພາະເຈາະຈົງດັ່ງກ່າວ ເພື່ອຍຸບລັດຖະສະພາ ໃນມາດຕາ 2 ວັກ 3 ຂອງລັດຖະທຳມະນູນເລີຍ.
ທ່ານທຣຳກ່າວວ່າ ອົງການອະນາໄມໂລກ ໄດ້ຊັກຊ້າໃນການຮັບຮູ້ ເຖິງຄວາມຮ້າຍແຮງ ຂອງໂລກລະບາດນີ້ ແລະ “ຕຳໜິການໃຫ້ຂໍ້ມູນ ທີ່ຜິດພາດຂອງຈີນ” ກ່ຽວກັບເຊື້ອໄວຣັສດັ່ງກ່າວ.
ເຈົ້າໜ້າທີ່ສະຫະລັດ ອອກຄໍາເຕືອນ ໃນວັນພຸດວານນີ້ວ່າ ທະນາຄານ ແລະສະຖາບັນການເງິນອື່ນໆ ອາດຈະໄດ້ພົບໃນໄວໆນີ້ວ່າ ຕົນເອງຕົກເປັນເປົ້າໝາຍ ຂອງພວກນັກລັກເຈາະຂໍ້ມູນ ເກົາຫລີເໜືອ.
ທ່ານນາງວໍເຣັນ ປັນບຸກຄົນຄົນທີສາມ ທີ່ມີຊື່ສຽງ ໄດ້ປະກາດໃຫ້ການສະໜັບສະໜູນ ທ່ານໂຈ ໄບເດັນ ໃນອາທິດນີ້.
ໂຫລດຕື່ມອີກ
No live streaming currently available