ທ່ານນາງໄດ້ກ່າວຕໍ່ໂທລະພາບ Fox ວ່າ ສະຫະລັດ ແມ່ນ “ຊ້າຫຼາຍແລ້ວ” ກ່ຽວກັບ ການກວດກາ,ແລະ ວ່າທ່ານປະທານາທິບໍດີໄດ້ຄະແນນຕົກ ສຳລັບ ການຮັບມືນັ້ນ.
ນັກຮຽນປີທີ 8 ນາງ ແຄັດທຣີນາ ເຊັບກີ ບໍ່ໄດ້ຕຳໜິຫຍັງ ກ່ຽວກັບ ວິຖີຊີວິດ ໃໝ່ຂອງລາວ, ໃນຂະນະທີ່ລາວໄດ້ເລີ່ມຮຽນວິຊາເລກທາງອອນໄລນ໌ ເປັນຄັ້ງ ທຳອິດ.
ການລະບາດລະດັບໂລກ ຂອງໄວຣັສໂຄໂຣນາ ສືບຕໍ່ທໍາລາຍເສດຖະກິດຂອງສະຫະລັດ ໂດຍທີ່ມີຄົນງານຂໍເງິນຊົດເຊີຍການຫວ່າງງານ ອີກ 5 ລ້ານ 2 ແສນ ຄົນ ໃນອາທິດແລ້ວນີ້.
ບາງທີ ເຫດຜົນທີ່ສຳຄັນວ່າ ເປັນຫຍັງລັດເຫຼົ່ານີ້ ຈຶ່ງໄດ້ມີກໍລະນີຕິດເຊື້ອ ໄວຣັສໂຄໂຣນາທີ່ຕ່ຳ ກໍເປັນຍ້ອນວ່າ ພາຍໃນ 19 ລັດ ຂອງທັງໝົດ 50 ລັດນັ້ນ ແມ່ນມີຈຳນວນປະຊາກອນ ໜ້ອຍທີ່ສຸດ.
ບໍ່ເຄີຍມີປະທານາທິບໍດີຄົນໃດ ໄດ້ໃຊ້ອຳນາດທີ່ສະເພາະເຈາະຈົງດັ່ງກ່າວ ເພື່ອຍຸບລັດຖະສະພາ ໃນມາດຕາ 2 ວັກ 3 ຂອງລັດຖະທຳມະນູນເລີຍ.
ທ່ານທຣຳກ່າວວ່າ ອົງການອະນາໄມໂລກ ໄດ້ຊັກຊ້າໃນການຮັບຮູ້ ເຖິງຄວາມຮ້າຍແຮງ ຂອງໂລກລະບາດນີ້ ແລະ “ຕຳໜິການໃຫ້ຂໍ້ມູນ ທີ່ຜິດພາດຂອງຈີນ” ກ່ຽວກັບເຊື້ອໄວຣັສດັ່ງກ່າວ.
ເຈົ້າໜ້າທີ່ສະຫະລັດ ອອກຄໍາເຕືອນ ໃນວັນພຸດວານນີ້ວ່າ ທະນາຄານ ແລະສະຖາບັນການເງິນອື່ນໆ ອາດຈະໄດ້ພົບໃນໄວໆນີ້ວ່າ ຕົນເອງຕົກເປັນເປົ້າໝາຍ ຂອງພວກນັກລັກເຈາະຂໍ້ມູນ ເກົາຫລີເໜືອ.
ທ່ານນາງວໍເຣັນ ປັນບຸກຄົນຄົນທີສາມ ທີ່ມີຊື່ສຽງ ໄດ້ປະກາດໃຫ້ການສະໜັບສະໜູນ ທ່ານໂຈ ໄບເດັນ ໃນອາທິດນີ້.
ການປິດເມືອງຕ່າງໆ ຢູ່ລັດວິສຄອນຊິນ ສົ່ງຜົນກະທົບຕໍ່ທຸລະກິດຂະໜາດນ້ອຍ ລວມທັງທຸລະກິດທີ່ເປັນຂອງຊາວອາເມຣິກັນເຊື້ອສາຍລາວຢູ່ໃນເມືອງມີວວອກກີນັ້ນ ຢ່າງໜັກໜ່ວງ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ສັ່ງໃຫ້ໂຈະ ການໃຫ້ທຶນ ແກ່ອົງການອະນາໄມໂລກ ຫຼື WHO.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ເມື່ອຄົນໃດຄົນນຶ່ງເປັນປະທານາທິບໍດີຂອງ ສະຫະລັດ, ຜູ້ນັ້ນຈະມີອຳນາດຢ່າງເຕັມທີ່. ບັນດາຜູ້ປົກຄອງລັດຕ່າງໆກໍຮູ້.”
ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຫ້ການຮັບຮອງສະໜັບສະໜຸນ ແກ່ທ່ານ ໂຈ ໄບເດັນ ຢ່າງເປັນທາງການ ໃຫ້ເປັນປະທານາທິບໍດີ ໃນວັນອັງຄານວານນີ້.
ໂຫລດຕື່ມອີກ
No live streaming currently available