ໄຊຊະນະດັ່ງກ່າວໄດ້ເພີ່ມຄະແນນນຳໜ້າຈາກຄະນະຜູ້ແທນໃຫ້ທ່ານ ໄບເດັນ ສຳລັບກອງປະຊຸມໃຫຍ່ແຫ່ງຊາດຂອງພັກເດໂມແຄຣັດ ໃນເດືອນກໍລະກົດນີ້
ເມື່ອຖືກຖາມວ່າ ວິກິດການໄວຣັສນີ້ ຍືດເຍື້ອອອກໄປອີກດົນປານໃດ ທ່ານ ທຣຳ ໄດ້ຄາດຄະເນວ່າ ມັນຈະແກ່ຍາວອອກໄປ ຈົນເຖິງເດືອນກໍລະກົດ ຫຼື ສິງຫາ ຫຼືອາດດົນກວ່ານັ້ນ ກໍເປັນໄດ້.
ໃນວັນອັງຄານມື້ນີ້ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກຳລັງນຳໜ້າ ທ່ານເບີນີ ແຊນເດີສ໌ ສະມາຊິກສະພາ ສູງຈາກລັດເວີມອນຕ໌ ດ້ວຍຄະແນນທີ່ໄດ້ຮັບຈາກຜູ້ແທນ 898 ຕໍ່ 745 ຄະແນນ.
ທ່ານປະທານາທິບໍດີ ໄດ້ກ່າວອີກວ່າ “ພວກເຮົາບໍ່ມີການຂາດແຄນເລີຍ ພຽງແຕ່ວ່າ ພວກຄົນກໍພາກັນໄປຊື້ ຫຼາຍຂຶ້ນ 3 ຫາ 5 ເທົ່າ ດັ່ງທີ່ພວກເຂົາຊື້ຕາມປົກກະຕິ.”
ທະນາຄານກາງ ໃນວັນອາທິດວານນີ້ ໄດ້ຕັດອັດຕາດອກເບ້ຍຂອງເຂົາເຈົ້າລົງເກືອບເປັນ 0 ເປີເຊັນ ເພື່ອຊ່ວຍຮັກສາເສດຖະກິດ ໃຫ້ຄົງຕົວຢູ່ ໃນລະຫວ່າງວິກິດການໄວຣັສໂຄໂຣນານີ້.
ຜູ້ລົງແຂ່ງຂັນທັງສອງທ່ານໄດ້ໂຈມຕີທ່ານ ທຣຳ ຢ່າງຊ້ຳແລ້ວຊ້ຳອີກ.
ຢູ່ທີ່ວັດລາວພຸດທະວົງ ຂົງເຂດນະຄອນຫຼວງວໍຊິງຕັນ ກໍໄດ້ມີການເລື່ອນພິທີທາງສາສະໜາ ອອກໄປ ແລະຢູ່ໃນບາງເຂດ ການສະຫຼອງບຸນປີໃໝ່ລາວກໍໄດ້ມີການເລື່ອນເວລາ ເຊັ່ນດຽວກັນ.
ປີ 2020 ເປັນຂີດໝາຍຄົບຮອບ 100 ປີຂອງບົດເພີ້ມເຕີມລັດຖະທຳ ມະນູນສະຫະລັດ ຂໍ້ທີ 19 ທີ່ອະນຸຍາດ ໃຫ້ພວກແມ່ຍິງ ມີສິດລົງຄະແນນສຽງ ເລືອກຕັ້ງ.
ທ່ານທຣຳ ຍັງໄດ້ຮຽກຮ້ອງຕໍ່ລັດຖະສະພາ ໃຫ້ສະໜອງການບັນເທົາ ດ້ານການເກັບພາສີເງິນເດືອນ ໃນທັນທີ.
ເຈົ້າໜ້າທີ່ກອງທັບອີຣັກ ຊຶ່ງເປັນເຈົ້າໜ້າທີ່ຈຸທຳອິດທີ່ໄດ້ເປີດເຜີຍໃຫ້ຊາບກ່ຽວກັບການໂຈມຕີດ້ວຍຈະຫຼວດ ໄດ້ສົ່ງຮູບຜ່ານທາງທວີດເຕີ້ ແລະລົດບັນທຸກທີ່ຖືກປະຖິ້ມໄວ້ ຊຶ່ງເຂົາເຈົ້າກ່າວວ່າ ພົບເຫັນຢູ່ໃກ້ໆຄ້າຍນັ້ນ.
ທ່ານດໍໂນລ ທຣຳ ພະຍາຍາມທີ່ຈະປອບໃຈ ຊາວອາເມຣິກັນ ທີ່ຕົກສະທ້ານ ຕໍ່ການເພີ້ມຂຶ້ນ ຂອງຈຳນວນຄົນຕິດເຊື້ອໄວຣັສໂຄໂຣນາ ເປັນຫລາຍຮ້ອຍຄົນ ໃນທົ່ວປະເທດ ໃນວັນອັງຄານວານນີ້.
ທ່ານນາງ ເພໂລຊີ ໄດ້ກ່າວວ່າ ທີມຂອງເພິ່ນ ຈະເຮັດໃຫ້ເອກະສານຂອງເຂົາເຈົ້າໃຫ້ແລ້ວ ໃນວັນຕໍ່ມາ ຫຼື ປະມານນັ້ນ.
ໂຫລດຕື່ມອີກ
No live streaming currently available