ທ່ານທຣຳກ່າວວ່າ ອົງການອະນາໄມໂລກ ໄດ້ຊັກຊ້າໃນການຮັບຮູ້ ເຖິງຄວາມຮ້າຍແຮງ ຂອງໂລກລະບາດນີ້ ແລະ “ຕຳໜິການໃຫ້ຂໍ້ມູນ ທີ່ຜິດພາດຂອງຈີນ” ກ່ຽວກັບເຊື້ອໄວຣັສດັ່ງກ່າວ.
ເຈົ້າໜ້າທີ່ສະຫະລັດ ອອກຄໍາເຕືອນ ໃນວັນພຸດວານນີ້ວ່າ ທະນາຄານ ແລະສະຖາບັນການເງິນອື່ນໆ ອາດຈະໄດ້ພົບໃນໄວໆນີ້ວ່າ ຕົນເອງຕົກເປັນເປົ້າໝາຍ ຂອງພວກນັກລັກເຈາະຂໍ້ມູນ ເກົາຫລີເໜືອ.
ທ່ານນາງວໍເຣັນ ປັນບຸກຄົນຄົນທີສາມ ທີ່ມີຊື່ສຽງ ໄດ້ປະກາດໃຫ້ການສະໜັບສະໜູນ ທ່ານໂຈ ໄບເດັນ ໃນອາທິດນີ້.
ການປິດເມືອງຕ່າງໆ ຢູ່ລັດວິສຄອນຊິນ ສົ່ງຜົນກະທົບຕໍ່ທຸລະກິດຂະໜາດນ້ອຍ ລວມທັງທຸລະກິດທີ່ເປັນຂອງຊາວອາເມຣິກັນເຊື້ອສາຍລາວຢູ່ໃນເມືອງມີວວອກກີນັ້ນ ຢ່າງໜັກໜ່ວງ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ສັ່ງໃຫ້ໂຈະ ການໃຫ້ທຶນ ແກ່ອົງການອະນາໄມໂລກ ຫຼື WHO.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ເມື່ອຄົນໃດຄົນນຶ່ງເປັນປະທານາທິບໍດີຂອງ ສະຫະລັດ, ຜູ້ນັ້ນຈະມີອຳນາດຢ່າງເຕັມທີ່. ບັນດາຜູ້ປົກຄອງລັດຕ່າງໆກໍຮູ້.”
ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຫ້ການຮັບຮອງສະໜັບສະໜຸນ ແກ່ທ່ານ ໂຈ ໄບເດັນ ຢ່າງເປັນທາງການ ໃຫ້ເປັນປະທານາທິບໍດີ ໃນວັນອັງຄານວານນີ້.
ຜົນສຳເລັດທີ່ໂດດເດັ່ນທີ່ສຸດໃນໂຄງການອະວະກາດຂອງ ສະຫະລັດ ບໍ່ໄດ້ ແມ່ນການບັນລຸເປົ້າ ໝາຍ, ແຕ່ເປັນການປ້ອງກັນໄພພິບັດ ເມື່ອ 50 ປີທີ່ ຜ່ານມາ.
ປະທານາທິບໍດີ ດໍໂນລ ທຣໍາຂອງສະຫະລັດ ກ່າວໃນວັນຈັນວານນີ້ວ່າ ແມ່ນທ່ານເອງ ບໍ່ແມ່ນຜູ້ປົກຄອງລັດ ຈະເປັນຜູ້ຕັດສິນໃຈ ໃນໄວໆນີ້ ວ່າ ຈະເປີດ ສະຫະລັດ ໃຫ້ເຮັດການຄ້າຂາຍຄືນ ຫລືບໍ່.
ການຕິດຕາມຜູ້ຕິດຕໍ່ໄວຣັສ ເປັນຫຼັກການຂອງສາທາລະນະສຸກ ໃນການລະບຸຕົວບຸກຄົນຜູ້ທີ່ໄດ້ເຂົ້າໄປສຳພັດກັບຜູ້ທີ່ໄດ້ຕິດເຊື້ອໄວຣັສ ແລະລວບລວມເອົາຂໍ້ມູນຕື່ມອີກກ່ຽວກັບພວກຄົນເຫຼົ່ານີ້ຢ່າງສະມ່ຳສະເໝີ.
ອະດີດຮອງປະທານາທິບໍດີ ສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດຢູ່ໃນລັດວິສຄອນຊິນ ໃນອາທິດ ແລ້ວນີ້.
ທ່ານ ໄບເດັນ ໄດ້ຕອບວ່າ “ຂ້າພະເຈົ້າຢາກຂອບໃຈທ່ານ ສຳລັບສິ່ງນັ້ນ. ມັນ ສຳຄັນຫຼາຍ. ການຮັບຮອງຂອງທ່ານແມ່ນສຳຄັນຫຼາຍ, ສຳຄັນຫຼາຍສຳລັບຂ້າ ພະເຈົ້າ.”
ໂຫລດຕື່ມອີກ
No live streaming currently available