ທ່ານໂຈ ໄບເດັນ ເວົ້າວ່າ ທ່ານທຣໍາຕ້ອງກະທໍາການ ຢ່ອງກະທັນຫັນ ວ່ອງໄວກວ່ານັ້ນອີກ” ໃນການຮັບມືກັບວິກິດການດັ່ງກ່າວ.
ທ່ານທຣຳ ໄດ້ໃຫ້ຄຳອະທິບາຍກ່ຽວກັບການປົດ ໃນວັນສຸກຜ່ານມາ ວ່າ ທ່ານໄດ້ເສຍຄວາມເຊື່ອໝັ້ນ ໃນທ່ານແອັດກິນສັນ ແລະ ໃນວັນເສົາ ທ່ານກ່າວວ່າ “ເພິ່ນເອົາບົດລາຍງານປອມ ແລະເອົາມັນໄປໃຫ້ລັດຖະສະພາ.”
ດຣ. ທອງຄຳ ກ່າວວ່າ ເຫດການຈະປ່ຽນແປງໄປທາງໃດນັ້ນ ທ່ານເອງກໍຍັງບໍ່ຮູ້ ທ່ານກໍໄດ້ແຕ່ຫວັງ ແລະພາວະນາໃຫ້ສະພາບການດີຂຶ້ນ ເພື່ອວ່າການສະຫຼອງບຸນປີໃໝ່ລາວ ສຳລັບປີນີ້ ຍັງມີຄວາມເປັນໄປໄດ້.
ອົງການອາສາສະໝັກເພື່ອສັນຕິພາບ ຢືນຢັນວ່າ ເຂົາເຈົ້າຈະສືບຕໍ່ ການປະຕິບັດງານ ເມື່ອການລະບາດໄດ້ສິ້ນສຸດລົງ.
ປະທານາທິບໍດີ ດໍໂນລ ທຣໍາ ໄດ້ແນຄໍາຕໍາໜິຂອງທ່ານ ໄປໃສ່ ບັນດາຜູ້ປົກຄອງລັດທີ່ເວົ້າວ່າ ພວກເຂົາເຈົ້າບໍ່ມີອຸປະກອນການແພດ ຢ່າງພໍພຽງ ເພື່ອປິ່ນປົວຜູ້ໄດ້ຮັບເຄາະຮ້າຍຈາກໄວຣັສໂຄໂຣນາ.
ປະທານາທິບຊດີດໍໂນລ ທຣຳ ກ່າວວ່າ ຈີນໄດ້ສົ່ງເຄື່ອງຂອງຈຳນວນນຶ່ງ ມາໃຫ້ພວກເຮົາ ຣັດເຊຍ ກໍໄດ້ສົ່ງເຄືີ່ອງ ໃຊ້ຕ່າງໆ ເຕັມເຮືອບິນ ມາໃຫ້ພວກເຮົາ ອຸບປະກອນການແພດ ຊຶ່ງເປັນເລື້ອງທີ່ດີຫຼາຍ.
ກອງທັບເຮືອສະຫະລັດ ໄດ້ປົດຕໍາແໜ່ງ ກັບຕັນກໍາປັ່ນບັນທຸກເຮືອບິນ USS Theodore Roosevelt ອອກພາຍຫລັງທີ່ທ່ານໄດ້ສົ່ງຄຳເຕືອນ ກ່ຽວກັບການລະບາດ ຂອງໄວຣັສໂຄໂຣນາ ຢູ່ເທິງກໍາປັ່ນດັ່ງກ່າວ.
ໃນເວລານີ້ພວກຄົນງານ ສະຫະລັດ ໃນຈຳນວນເພີ່ມຂຶ້ນ ໄດ້ຍື່ນຄຳຮ້ອງ ຂໍເງິນຊ່ວຍເຫຼືອ ໃນສອງອາທິດທີ່ຜ່ານມາ ຫຼາຍກວ່າຫົກເດືອນທຳອິດຂອງພາ ວະເສດຖະກິດຕົກຕໍ່າຂັ້ນຮຸນແຮງໃນປີ 2008.
ຮອງເຊຣິຟ ສີປະເສີດ “Bud” ພວງພຣະຈັນ ອາຍຸ 43 ປີ ຈາກເມືອງແຄນດໍ ລັດຄາໂຣໄລນາເໜືອ ໄດ້ເສຍຊີວິດຍ້ອນໂຄວິດ-19 ຢູ່ທີ່ຫ້ອງສຸກເສີນ ຂອງໂຮງພະຍາບານ First Health-Moore ທີ່ເມືອງ Pinehurst.
ເຈົ້າຄອງນະຄອນລອສແອນເຈີລິສ ໄດ້ຮຽກຮ້ອງປະຊາຊົນ ໃນເມືອງທີ່ໃຫຍ່ທີ່ສຸດ ອັນດັບສອງຂອງປະເທດ ໃຫ້ໃສ່ໜ້າກາກ ໃນທີ່ສາທາລະນະ ເພາະມີຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ກາຍ 5,000 ຄົນແລ້ວ.
ບັນດາຜູ້ປົກຄອງລັດຕ່າງໆ ຂອງສະຫະລັດກ່າວວ່າ ເຂົາເຈົ້າມີການຂາດເຂີນ ເຄື່ອງຈັກຊ່ວຍຫາຍໃຈ ໜ້າກາກ ແລະອຸບປະກອນການແພດອື່ນໆ ຢູ່ໃນລັດຂອງເຈົາເຈົ້າ.
ການບັນເທົາທຸກຂະໜາດໃຫຍ່ ແມ່ນໄດ້ຮັບການຍົກຍ້ອງວ່າ ເປັນມາດຕະການທີ່ຈຳເປັນທີ່ສຸດ ເພື່ອຊຸກຍູ້ ເສດຖະກິດສະຫະລັດ ແຕ່ວ່າພວມມີການຂົ່ມຂູ່ ທີ່ຈະພາໃຫ້ເກີດການຕົວະຕົ້ມແບບແນບນຽນ.
ໂຫລດຕື່ມອີກ
No live streaming currently available