ການສຶກສາໂດຍໜ່ວຍບໍລິການຈັດອັນດັບ Nielsen ໄດ້ເປີດເຜີຍວ່າ ຄົນອາເມຣິກັນ ຜິວດຳ ແມ່ນນຶ່ງໃນຜູ້ທີ່ໃຊ້ສື່ສັງຄົນຫຼາຍທີ່ສຸດຂອງປະເທດ.
ທຳນຽບຂາວປະກາດ ການປົດເຈົ້າໜ້າທີ່ ຮັກສາການຊົ່ວຄາວ ນ້ຳເບີ 2 ຂອງປະເທດ ອອກຈາກຕຳແໜ່ງ ແລະຈະເລີ້ມຕົ້ນໃໝ່ ເພື່ອປ່ຽນແປງຜູ້ນຳ ປະຊາຄົມສືບລັບ ສະຫະລັດ.
ທ່ານແຊນເດີຣ໌ສ ໄດ້ອອກຖະແຫຼງການທັນທີ ຫຼັງຈາກໜັງສືພິມວໍຊິງຕັນໂພສທ໌ ລາຍງານວ່າ ເຈົ້າໜ້າທີ່ສະຫະລັດໄດ້ແຈ້ງໃຫ້ທ່ານຊາບວ່າ ຣັດເຊຍໄດ້ພະຍາຍາມຊ່ວຍຄະນະໂຄສະນາຫາສຽງຂອງທ່ານ.
ແຕ່ມາຈົນຮອດເວລານີ້ ຍັງບໍ່ມີການໃຫ້ຄວາມເຫັນໃດໆ ຂອງທຳນຽບຂາວ ກ່ຽວກັບວ່າເວລາໃດ ຈຶ່ງຈະມີການສະເໜີແຕ່ງຕັ້ງ ຜູ້ເຂົ້າຮັບໜ້າທີ່ຢ່າງເປັນການຖາວອນແທນເທື່ອ.
ຜູ້ພິພາກສາລັດຖະບານກາງຜູ້ນຶ່ງ ຕັດສິນໂທດ ທ່ານ ໂຣເຈີ ສໂຕນ, ຜູ້ໄວ້ເນື້ອເຊື່ອໃຈ ຂອງປະທານາທິບໍດີ ທຣຳ ໃຫ້ຖືກຈຳຄຸກນານກວ່າ 3 ປີ.
ການຕົກລົງກັນ ລະຫວ່າງສະຫະລັດກັບກຸ່ມຕາລີບານ ເພື່ອເຮັດໃຫ້ ສົງຄາມຢູ່ໃນອັຟການິສຖານ ຫລຸດລົງນັ້ນ ເບິ່ງຄືວ່າ ຈະລວມມີກົນໄກ ໃນການສື່ສານ ທີ່ປ້ອງກັນການຄິດໄລ່ຜິດພາດທາງທະຫານ ຢູ່ໃນຊ່ວງໄລຍະນີ້.
ທ່ານ ໄມຄ໌ ເມົາເວນີ ຜູ້ວ່າການຫົວໜ້າທີ່ປຶກສາ ປະຈຳທຳນຽບຂາວ ກ່າວວ່າ ລັດຖະບານຂອງທ່ານທຣຳ "ມີຄວາມຕ້ອງການ" ຄົນເຂົ້າເມືອງທີ່ຖືກຕ້ອ ງຕາມກົດໝາຍ “ຫລາຍທີ່ສຸດ”.
ທ່ານບລູມເບີກ ກ່າວວ່າ “ເວລານີ້ ຂ້າພະເຈົ້າໄດ້ໃຊ້ຈ່າຍເງິນດັ່ງກ່າວເພື່ອກຳຈັດດໍໂນລ ທຣຳ ປະທານາທິບໍດີທີ່ຂີ້ຮ້າຍທີ່ສຸດ ທີ່ປະເທດເຄີຍມີມາ.”
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປົດເຈົ້າໜ້າທີ່ໆຮັບຜິດຊອບ ກ່ຽວກັບ ນະໂຍບາຍ ລະດັບສູງຂອງທຳນຽບຫ້າແຈ ອອກຈາກຕຳແໜ່ງ ໃນວັນພຸດວານນີ້.
ທ່ານກຣີແນລ ຈະເປັນສະມາຊິກ ໃນຄະນະລັດຖະບານ ທີ່ເປັນຄົນຮັກຮ່ວມເພດ ຜູ້ທຳອິດ ໃນປະຫວັດສາດສະຫະລັດ.
ການແຂ່ງຂັນເລືອກຕັ້ງ ປະທານາທິບໍດີ ໄດ້ຍ້າຍໄປຫາ ລັດເນວາດາ ທີ່ຈັດໃຫ້ມີກອງປະຊຸມເລືອກຕັ້ງຜູ້ຕາງໜ້າພັກ ໃນວັນເສົາຈະມານີ້ ແລະກໍມີຫລາຍພັນຄົນແລ້ວ ທີ່ໄດ້ໄປປ່ອນບັດ ທີ່ຈັດຂຶ້ນກ່ອນການເລືອກນີ້.
ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ໄດ້ຜ່ອນຜັນໂທດໃຫ້ແກ່ ພວກຜູ້ຊາຍທີ່ສຳຄັນຫຼາຍຄົນ ທີ່ກະທຳຄວາມຜິດຕ່າງໆ ຮວມທັງອະດີດຜູ້ປົກຄອງ ລັດອິລນິນອຍ ທ່ານຣອດ ບລາໂກເຈີວິສຈ໌ ທີ່ສັງກັດພັກເດໂມແຄຣັດ.
ໂຫລດຕື່ມອີກ
No live streaming currently available