ທ່ານທຣຳ ຍັງໄດ້ຮຽກຮ້ອງຕໍ່ລັດຖະສະພາ ໃຫ້ສະໜອງການບັນເທົາ ດ້ານການເກັບພາສີເງິນເດືອນ ໃນທັນທີ.
ເຈົ້າໜ້າທີ່ກອງທັບອີຣັກ ຊຶ່ງເປັນເຈົ້າໜ້າທີ່ຈຸທຳອິດທີ່ໄດ້ເປີດເຜີຍໃຫ້ຊາບກ່ຽວກັບການໂຈມຕີດ້ວຍຈະຫຼວດ ໄດ້ສົ່ງຮູບຜ່ານທາງທວີດເຕີ້ ແລະລົດບັນທຸກທີ່ຖືກປະຖິ້ມໄວ້ ຊຶ່ງເຂົາເຈົ້າກ່າວວ່າ ພົບເຫັນຢູ່ໃກ້ໆຄ້າຍນັ້ນ.
ທ່ານດໍໂນລ ທຣຳ ພະຍາຍາມທີ່ຈະປອບໃຈ ຊາວອາເມຣິກັນ ທີ່ຕົກສະທ້ານ ຕໍ່ການເພີ້ມຂຶ້ນ ຂອງຈຳນວນຄົນຕິດເຊື້ອໄວຣັສໂຄໂຣນາ ເປັນຫລາຍຮ້ອຍຄົນ ໃນທົ່ວປະເທດ ໃນວັນອັງຄານວານນີ້.
ທ່ານນາງ ເພໂລຊີ ໄດ້ກ່າວວ່າ ທີມຂອງເພິ່ນ ຈະເຮັດໃຫ້ເອກະສານຂອງເຂົາເຈົ້າໃຫ້ແລ້ວ ໃນວັນຕໍ່ມາ ຫຼື ປະມານນັ້ນ.
ທ່ານໄບເດັນ ໃນການແຂ່ງຂັນເປັນປະທານາທິບໍດີເທື່ອທີສາມ ໃນໄລຍະສາມທົດສະວັດ ໄດ້ກວດເອົາໄຊຊະນະໃນວັນອັງຄານວານນີ້ ຈາກສະມາຊິກສະພາສູງລັດເວີມັນທ໌ ທ່ານເບີນີ ແຊນ ເດີຣ໌ສ.
ສານສູງສຸດ ແມ່ນກຳລັງຈະຮັບຟັງ ຄະດີການແທ້ງລູກ ທີ່ສຳຄັນຄັ້ງທຳອິດ ຂອງຍຸກສະໄໝທ່ານ ທຣຳ.
ຕະຫຼາດຮຸ້ນໄດ້ຕົກຕ່ຳຢ່າງຮຸນແຮງໃນວັນຈັນວານນີ້, ດ້ວຍການຄ້າຂາຍ ໄດ້ຖືກຢຸດເປັນໄລຍະສັ້ນ ໃນທັນທີໃນຕະຫຼາດຮຸ້ນ ນິວຢອກ.
ລັດມິຊິແກັນ ເປັນລາງວັນໃຫຍ່ທີ່ສຸດ ໃນການປ່ອນບັດລົງຄະແນນສຽງຂອງວັນອັງຄານມື້ນີ້ ໂດຍມີຜູ້ແທນຈຳນວນ 125 ທ່ານ ທີ່ເປັນເດີມພັນ.
ລັດມິຊິແກນ ເຄີຍໄດ້ນຳເອົາໄຊຊະນະ ທີ່ໜ້າເຫລືອເຊື່ອທີ່ສຸດຄັ້ງນຶ່ງ ມາໃຫ້ແກ່ສະມາຊິກສະພາສູງເບີນີ ແຊນເດີສ໌ ໃນປີ 2016 ຢູ່ໃນປະຫວັດສາດທາງການເມືອງ ຂອງສະຫະລັດ.
ສະຫະລັດໄດ້ທຳການໂຈມຕີ 25 ເທື່ອຕໍ່ກຸ່ມອາລ-ຊາບັບ ໃນປີ 2020 ນີ້ ຮວມທັງການໂຈມຕີໃນມື້ວັນຈັນຜ່ານມາ ຢູ່ໃນເຂດຈານາເລ ຂອງປະເທດໂຊມາເລຍ ທີ່ກອງບັນຊາການ ກຳລັງສະຫະລັດໃນອາຟຣິກາ ກ່າວວ່າ ໄດ້ສັງຫານພວກກໍ່ການຮ້າຍ 4 ຄົນ.
ສອງຄົນຢູ່ໃນລັດຟລໍຣິດາໄດ້ເສຍຊີວິດໄປຍ້ອນເຊື້ອໄວຣັສໂຄວິດ-19 ໃນວັນສຸກວານນີ້, ອີງຕາມພະແນກສາທາລະນະສຸກຂອງລັດດັ່ງກ່າວ.
ສະມາຊິກສະພາຕ່ຳ, ທ່ານມາກ ມີໂດສ໌, ຈາກລັດຄາໂຣໄລນາເໜືອ ໄດ້ເປັນຫົວໜ້າທີ່ປຶກສາຂອງທຳນຽບຂາວ ແທນທ່ານມາກ ມາວລ໌ວານີ, ທີ່ໄດ້ເປັນຫົວໜ້າທີ່ປຶກສາຂອງທຳນຽບຂາວຊົ່ວຄາວໄດ້ນານກວ່ານຶ່ງປີທີ່ຜ່ານມາ.
ໂຫລດຕື່ມອີກ
No live streaming currently available