ຕະຫຼາດຮຸ້ນໄດ້ຕົກຕ່ຳຢ່າງຮຸນແຮງໃນວັນຈັນວານນີ້, ດ້ວຍການຄ້າຂາຍ ໄດ້ຖືກຢຸດເປັນໄລຍະສັ້ນ ໃນທັນທີໃນຕະຫຼາດຮຸ້ນ ນິວຢອກ.
ລັດມິຊິແກັນ ເປັນລາງວັນໃຫຍ່ທີ່ສຸດ ໃນການປ່ອນບັດລົງຄະແນນສຽງຂອງວັນອັງຄານມື້ນີ້ ໂດຍມີຜູ້ແທນຈຳນວນ 125 ທ່ານ ທີ່ເປັນເດີມພັນ.
ລັດມິຊິແກນ ເຄີຍໄດ້ນຳເອົາໄຊຊະນະ ທີ່ໜ້າເຫລືອເຊື່ອທີ່ສຸດຄັ້ງນຶ່ງ ມາໃຫ້ແກ່ສະມາຊິກສະພາສູງເບີນີ ແຊນເດີສ໌ ໃນປີ 2016 ຢູ່ໃນປະຫວັດສາດທາງການເມືອງ ຂອງສະຫະລັດ.
ສະຫະລັດໄດ້ທຳການໂຈມຕີ 25 ເທື່ອຕໍ່ກຸ່ມອາລ-ຊາບັບ ໃນປີ 2020 ນີ້ ຮວມທັງການໂຈມຕີໃນມື້ວັນຈັນຜ່ານມາ ຢູ່ໃນເຂດຈານາເລ ຂອງປະເທດໂຊມາເລຍ ທີ່ກອງບັນຊາການ ກຳລັງສະຫະລັດໃນອາຟຣິກາ ກ່າວວ່າ ໄດ້ສັງຫານພວກກໍ່ການຮ້າຍ 4 ຄົນ.
ສອງຄົນຢູ່ໃນລັດຟລໍຣິດາໄດ້ເສຍຊີວິດໄປຍ້ອນເຊື້ອໄວຣັສໂຄວິດ-19 ໃນວັນສຸກວານນີ້, ອີງຕາມພະແນກສາທາລະນະສຸກຂອງລັດດັ່ງກ່າວ.
ສະມາຊິກສະພາຕ່ຳ, ທ່ານມາກ ມີໂດສ໌, ຈາກລັດຄາໂຣໄລນາເໜືອ ໄດ້ເປັນຫົວໜ້າທີ່ປຶກສາຂອງທຳນຽບຂາວ ແທນທ່ານມາກ ມາວລ໌ວານີ, ທີ່ໄດ້ເປັນຫົວໜ້າທີ່ປຶກສາຂອງທຳນຽບຂາວຊົ່ວຄາວໄດ້ນານກວ່ານຶ່ງປີທີ່ຜ່ານມາ.
ຂະນະທີ່ເຊື້ອໄວຣັສໂຄໂຣນາ ຫລື COVID-19 ສືບຕໍ່ແຜ່ລະບາດໄປທົ່ວໂລກ ສະຫະລັດ ກໍກໍາ ລັງຕິດຕາມຢ່າງໃກ້ຊິດ ແລະປ່ຽນຄໍາແນະນໍາໃນການເດີນທາງເໝາະກັບ ສະພາບການຢູ່.
ທ່ານ ອາເລັກສ໌ ອາຊາ (Alex Azar) ເວົ້າວ່າເຄື່ອງກວດກາເຊື້ອໄວຣັສໂຄໂຣນາກຳລັງສົ່ງມາຈາກໂຮງງານຜະລິດຂອງເອກະຊົນແຫ່ງນຶ່ງ.
ສະມາຊິກສະພາສູງຈາກລັດແມັສຊາຈູແຊັສ ທ່ານນາງເອລີຊາເບັດ ວໍແຣັນ ໄດ້ຍຸຕິການແຂ່ງຂັນເພື່ອໃຫ້ເປັນຜູ້ຖືກ ແຕ່ງຕັ້ງຈາກພັກເດໂມແຄຣັດໃນການເຂົ້າແຂ່ງຂັນເປັນປະທານາທິບໍດີ.
ທ່ານ ໄມຄ໌ ພອມພຽວ ໄດ້ຮ້ອງຂໍໃຫ້ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດຕໍ່ເວລາການຂວ້ຳບາດດ້ານອາວຸດຕໍ່ອີຣ່ານອອກໄປກ່ອນທີ່ມັນຈະໝົດອາຍຸໄປໃນເດືນອຕຸລາຈະມາເຖິງນີ້.
ໃນການຜ່າຍແພ້ນີ້ ທ່ານບລູມເບີກ ຈຶ່ງໄດ້ໃຫ້ການຮັບຮອງ ທ່ານ ໄບເດັນ ຢ່າງໄວວາ ໂດຍເອີ້ນ ທ່ານໄບເດັນວ່າ “ເປັນມິດສະຫາຍຂອງຂ້າພະເຈົ້າ ແລະເປັນຄົນອາເມຣິກັນທີ່ດີເລີດ.”
ທ້າວ ໂຣເບີດ ລໍເຣນໂຊ ແຮສເຕີ ໄດ້ຍອມຮັບວ່າຜິດ ໃນເດືອນກັນຍາ ຕໍ່ຂໍ້ກ່າວຫາຂອງການພະຍາຍາມທີ່ຈະສະໜອງວັດຖຸເພື່ອສະໜັບສະໜູນແກ່ກຸ່ມກໍ່ການການຮ້າຍດັ່ງກ່າວ.
ໂຫລດຕື່ມອີກ
No live streaming currently available