ທ.ນ. ເບີກສ໌ ເປັນນັກວິຊາການດ້ານການແພດ ແລະເປັນທູດກິຕິມະສັກຂອງສະຫະລັດ ຢູ່ໃນກະຊວງການຕ່າງປະເທດ ທີ່ເປັນຜູ້ນຳພາ ການດຳເນີນຄວາມພະຍາຍາມ ຕ້ານກັບການແຜ່ຜາຍຂອງເຊື້ອເອສໄອວີ (HIV).
ແສງເລເຊີ ແມ່ນຖືກຈັບໄດ້ ດ້ວຍເຄື່ອງຈັບສັນຍານ ຢູ່ເທິງເຮືອບິນ P-8A ແລະບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ກອງທັບເຮືອກ່າວວ່າ "ແສງເລເຊີໃນລະດັບ ທີ່ເປັນອາວຸດ ອາດຈະເຮັດໃຫ້ພະນັກງານ ຢູ່ໃນເຮືອບິນເຈັບເປັນໄດ້.
ພວກເຈົ້າໜ້າທີ່ສາທາລະນະສຸກ ແມ່ນມີຄວາມເປັນຫ່ວງ ກ່ຽວກັບອັນທີ່ພວກເຂົາເຈົ້າເອີ້ນວ່າ “ການລະບາດໃນຊຸມຊົນ” ຫຼືໃນເວລາທີ່ປະຊາຊົນ ບໍ່ຮູ້ຈັກວ່າ ເຂົາເຈົ້າໄດ້ຕິດເຊື້ອແບບໃດ ຫຼືຢູ່ບ່ອນໃດ.
ຜູ້ບໍລິຫານໃຫຍ່ ຂອງບໍລິສັດ Molson ທ່ານ ແກວິນ ແຮັດເທີສລີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ມັນບໍ່ມີຄຳເວົ້າ ທີ່ຈະສະແດງອອກ ເຖິງຄວາມໂສກເສົ້າເສຍໃຈ ທີ່ພວກເຮົາຫຼາຍຄົນກຳລັງຮູ້ສຶກ ໃນເວລານີ້.”
ທ່ານໄບເດັນ ໄດ້ຮັບຄະແນນສຽງເປັນທີ 4 ຢູ່ລັດໄອໂອວາ ທີ 5 ຢູ່ລັດນິວແຮມເຊີ ແລະມີຄະແນນສຽງຫ່າງໆເປັນທີ 2 ຢູ່ລັດເນວາດາ ໃນມື້ວັນເສົາແລ້ວນີ້.
ລັດໂຄໂລຣາໂດ ມີນັກໂທດທີ່ຖືກຕັດສິນປະຫານຊີວິດສາມຄົນ ແລະ ກົດໝາຍສະບັບໃໝ່ນີ້ ຈະບໍ່ມີຜົນຕໍ່ການຕັດສິນຂອງພວກເຂົາ, ມັນຈະໃຊ້ໄດ້ ກັບຄະດີໃໝ່ ເລີ່ມຕົ້ນໃນເດືອນກໍລະກົດເທົ່ານັ້ນ.
ທ່ານເບີນີ ແຊນເດີຣ໌ສ ຕົກເປັນປົ້າໝາຍໂຈມຕີ ຂອງບັນດາຄູ່ແຂ່ງຂອງທ່ານ ໃນການໃຫ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າພັກເດໂມແຄຣັດ ຢູ່ໃນການໂຕ້ວາທີ ໃນເມືອງຊາລສຕັນ, ລັດຄາໂຣໄລນາໃຕ້ ໃນວັນອັງຄານວານນີ້.
ບັນດາຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ໄດ້ແນເປົ້າໃສ່ຜູ້ມີຄະແນນນຳໜ້າທ່ານ ເບີນີ ແຊນເດີຣ໌ສໃນການໂຕ້ວາທີ ທີ່ມີສຽງດັງອຶກກະທຶກ ໃນຄືນວັນອັງຄານວານນີ້.
ທ່ານ ຊູເມີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ວ່າ “ລັດຖະບານນີ້ ແມ່ນສັບສົນຢ່າງສິ້ນເຊີງ ເມື່ອເວົ້າເຖິງການແຜ່ລະບາດ ຂອງໄວຣັສໂຄໂຣນາ.”
ນາຍພົນ ກອງທັບອາກາດສະຫະລັດ ທ່ານທອດ ວອລເຕີຣສ໌ ຜູ້ບັນຊາການກຳລັງ ສະຫະລັດໃນຢູໂຣບ ແລະຜູ້ບັນຊາການສູງສຸດ ຂອງກຸ່ມພັນທະມິດ NATO ໃນຢູໂຣບ ລາຍງານ ຕໍ່ຄະນະກຳມະການກອງທັບ ຂອງສະພາສູງ.
ບັນດານັກວິຈານ ເອີ້ນບັນທັດຖານດັ່ງກ່າວນັ້ນວ່າ “ການທົດສອບຄວາມຮັ່ງມີ” ທີ່ແນເປົ້າໃສ່ຜູ້ທີ່ມີຂໍ້ເສຍປຽບທາງເສດຖະກິດ.
ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ເວົ້າວ່າ ກອງທັບ ສຫລ ແລະເກົາຫຼີໃຕ້ ພິຈາລະນາຫຼຸດການຝຶກຊ້ອມທະຫານ ຢູ່ໃນແຫລມເກົາຫຼີລົງ ຂະນະທີ່ເກົາຫຼີໃຕ້ ດີ້ນຮົນສະກັດກັ້ນ ການລະບາດຂອງເຊື້ອໄວຣັສໂຄໂຣນາຢູ່ນັ້ນ.
ໂຫລດຕື່ມອີກ
No live streaming currently available