ສະພາສູງສະຫະລັດ ທີ່ຄອບງຳໂດຍສະມາຊິກພັກຣີພັບບລິກັນ ໄດ້ລົງຄະແນນສຽງ ບໍ່ອະນຸຍາດໃຫ້ມີການຮັບຟັງຄຳໃຫ້ການໃໝ່ ແລະບັນດາເອກກະສານຕ່າງໆ ກ່ຽວກັບການດຳເນີນຄະດີຟ້ອງຮ້ອງ ປະທານາທິບໍດີດໍໂນລ ທຣຳ
ເປັນທີ່ຄາດກັນວ່າ ທ່ານທຣຳ ຈະລົງນາມໃນຄຳປະກາດຈຳກັດຮັດແຄບ ໃນວັນສຸກວານນີ້ ແລະການຈຳກັດດັ່ງກ່າວຈະເລີ້ມມີຜົນບັງຄັບໃຊ້ ໃນວັນທີ 21 ກຸມພາຈະມານີ້.
ວັນສຸກມື້ນີ້ ຈະເປັນມື້ສຳຄັນ ໃນການດຳເນີນຄະດີ ຟ້ອງຮ້ອງປະທານາທິບໍດີດໍໂນລ ທຣຳ ຢູ່ໃນສະພາສູງສະຫະລັດ ທີ່ມີສະມາຊິກພັກຣີພັບບລິກັນ ກຳສຽງສ່ວນຫຼາຍນັ້ນ ອາດຈະເສັດສິ້ນລົງ.
ການາດາ ຍັງບໍ່ທັນໃຫ້ສັດຕະຍາບັນ ຕໍ່ຂໍ້ຕົກລົງນີ້ເທື່ອ ຂັ້ນຕອນໃນການໃຫ້ສັດຕະຍາບັນ ອາດຈະໃຊ້ເວລາຫຼາຍໆເດືອນ.
ສະພາສູງຂອງສະຫະລັດຈະໃຊ້ມື້ສຸດທ້າຍຂອງວັນພະຫັດມື້ນີ້ເພື່ອຖາມທີມງານ ປ້ອງກັນຂອງປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣຳ ແລະບັນດາສະມາຊິກສະພາຕ່ຳທີ່ດຳເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີ.
ທະນາຍຄວາມ ຂອງປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣຳ ໄດ້ມ້ວນທ້າຍການກ່າວປ້ອງກັນຂອງພວກເພິ່ນຕໍ່ທ່ານທຣຳ ໂດຍບອກບັນດາສະມາຊິກສະພາສູງວ່າ ໃຫ້ສັ່ງຊາເບິ່ງເລື້ອງປົດທ່ານອອກຈາກຕຳແໜ່ງ.
ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນທວິດເຕີ ໃນວັນອັງຄານວານນີ້ ເພື່ອກ່າວຢ້ຳ ການບໍ່ເຫັນດ້ວຍຂອງທ່ານ.
ບັນດາເຈົ້າໜ້າທີ່ສາທາລະນະສຸກ ສະຫະລັດ ໄດ້ຮຽກຮ້ອງໃຫ້ ຈີນ ແບ່ງປັນຂໍ້ມູນເພີ່ມເຕີມ ກ່ຽວກັບ ວິທີທີ່ໄວຣັສໂຄໂຣນາ ທີ່ໄດ້ເກີດຂຶ້ນໃນເມືອງ ວູຫານ ນັ້ນແຜ່ລະບາດ.
ທ່ານ ທຣຳ ໄດ້ກ່າວຢູ່ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວວ່າ “ວິໄສທັດຂອງຂ້າພະເຈົ້າ ໄດ້ນຳສະເໜີໂອກາດ ທີ່ເປັນປະໂຫຍດຕໍ່ທັງສອງຝ່າຍ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈະເຊັນຂໍ້ຕົກລົງການຄ້າສະບັບໃໝ່ ກັບເມັກຊິໂກ ແລະການາດາ ໂດຍຈະບໍ່ມີ ບັນດາສະມາຊິກ ພັກເດໂມແຄຣັດ ທີ່ຊ່ວຍກ່ຽວກັບຂໍ້ຕົກລົງນີ້ ຈາກສະພາຕ່ຳ ເຂົ້າຮ່ວມ.
ທີມປ້ອງກັນຂອງທ່ານປະທານາທິບໍດີ ໄດ້ໃຊ້ເວລາໃນວັນຈັນວານນີ້ ໂດຍກ່າວຫາພັກເດໂມແຄຣັດວ່າ ໃຊ້ການຟ້ອງຮ້ອງ ໃນທາງທີ່ບໍ່ຖືກຕ້ອງ ແລະໃຊ້ເປັນອາວຸດເ ພື່ອກຳຈັດປະທານາທິບໍດີເພາະພວກເພິ່ນບໍ່ມັກທ່ານປະທານາທິບໍດີ ທໍ່ນັ້ນ.
ນັກຂັບເຮືອບິນເຮລິຄອບເຕີທີ່ຕົກ ແລະເຮັດໃຫ້ທ່ານໂຄບີ ໄບຣແອັນ, ນັກກິລາບານບ້ວງທີ່ມີຊື່ສຽງໂດ່ງດັງທີ່ສຸດ ໄດ້ເອົາເຮືອບິນພະຍາຍາມປີນຂຶ້ນໄປ ເພື່ອຫລີກຊັ້ນເມກ ກ່ອນມັນຈະໄປຕຳໃສ່ເຈີ້ຍພູໜ່ວຍນຶ່ງ.
ໂຫລດຕື່ມອີກ
No live streaming currently available