ເຈົ້າໜ້າທີ່ໃນລັດມິສຊິສສິບປີ ຢູ່ທາງພາກໃຕ້ຂອງສະຫະລັດນັ້ນ ເວົ້າວ່ານ້ຳຖ້ວມປາກົດວ່າໄດ້ຂຶ້ນສູ່ຂີດສູງສຸດຂອງມັນແລ້ວ ໃນວັນຈັນວານນີ້ ຢູ່ໃນເມືອງແຈັກສັນ ໂດຍໃຫ້ຄວາມຫວັງວ່າ ນ້ຳທີ່ຢູ່ໃນລະດັບສູງຈະເລີ້ມບົກລົງ.
ບັນດາອະດີດໄອຍະການ ແລະບັນດາເຈົ້າໜ້າທີ່ກະຊວງຍຸຕິທຳ ຜູ້ທີ່ມາຈາກທົ່ວສະຫະລັດ ຈາກພັກການເມືອງຕ່າງໆ ໄດ້ກ່າວໃນໜັງສືທີ່ເປີດຊອງສະບັບນຶ່ງໃນວັນອາທິດວານນີ້ ວ່າ “ພວກເຮົາແຕ່ລະຄົນ ປະນາມຢ່າງແຮງ...”
ການປ່ອນບັດກ່ອນກຳນົດ ຈະດຳເນີນໄປຈົນຮອດວັນອັງຄານ ໂດຍການລົງຄະແນນສຽງສ່ວນໃຫຍ່ ແມ່ນຈະເກີດຂຶ້ນຢູ່ທີ່ການຊຸມນຸມຂອງພັກ ທີ່ຈະໄດ້ຈັດຂຶ້ນໃນວັນເສົາຈະມາເຖິງນີ້ ຢູ່ທົ່ວລັດນີ້.
ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັນກັບທ່ານບາ, ທ່ານພອມພຽວ ໄດ້ຮັບປະກັນຕໍ່ປະເທດເຈົ້າພາບຂອງທ່ານ ວ່າ ສະຫະລັດ ຈະບໍ່ປະຖິ້ມທະວີບນີ້.
ຄຳເຕືອນຕ່າງໆຂອງທ່ານ ໄດ້ຖືກກ່າວຢ້ຳໂດຍລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ, ຜູ້ທີ່ໄດ້ແນເປົ້າໃສ່ບໍລິສັດໂຄລະຄົມ ຫົວເຫວີຍ ຂອງຈີນ ໃນຕອນເຊົ້າໃນເສົາວານນີ້.
ທ່ານ ເອັສເປີ ໄດ້ກ່າວຢ້ຳວ່າ ສະຫະລັດ ບໍ່ໄດ້ພະຍາຍາມສ້າງຄວາມຂັດແຍ້ງກັບ ຈີນ.
ຕາມພາກສ່ວນນຶ່ງຂອງຂໍ້ຕົກລົງໄລຍະສັ້ນດັ່ງກ່າວ ທ່ານແອສເປີ ກ່າວຕື່ມໄປວ່າ ສະຫະລັດ ຈະຍົກເລີກ “ການປະຕິການຂອງພວກເຮົາ ໂດຍສ່ວນໃຫຍ່” ຫາກແຕ່ຫົວໜ້າທຳນຽບຫ້າແຈ ໄດ້ປະຕິເສດທີ່ຈະສົນທະນາໃນລາຍລະອຽດໃດໆຕື່ມອີກ.
ທ່ານ ຣິເຈີດ ບາວເຈີ ໄດ້ກ່າວວ່າ “ໃນທັດສະນະຄະຕິ ຂອງຂ້າພະເຈົ້າ, ມັນເຖິງເວລາແລ້ວ ທີ່ຈະກັບບ້ານ.”
ເຈົ້າໜ້າທີ່ສາທາລະນະສຸກສະຫະລັດພວມກະກຽມຮັບມືກັບຄື້ນຟອງຫົວທີສອງຂອງໄຂ້ຫວັດໃຫຍ່ລະດູໜາວ ທີ່ ມີສາເຫດມາຈາກໄຂ້ຫວັດໃຫຍ່ ສາຍພັນ B ທີ່ມີຊື່ວ່າ B-Victori.
ທ່ານທຣຳ ໄດ້ຕ້ອງຕິຜູ້ພິພາກສາ ຄະນະຕຸລາການ ແລະບັນດາໄອຍະການ ໃນຄະດີອາຍາຂອງທ່ານໂຣເຈີ ສໂຕນ ໂດຍຕຳນິວ່າ ເຈັດປີຫາເກົ້າປີຂອງການລົງໂທດ ທີ່ໄດ້ສະເໜີໄປນັ້ນ ແມ່ນ “ໜ້າຢ້ານ” ແລະ “ບໍ່ເປັນທຳ.”
ທ່ານບາກ່າວວ່າ “ຂ້າພະເຈົ້າຈະບໍ່ຖືກຂົ່ມຂູ່ຫຼືໃຊ້ອິດທິພົນບັງຄັບໂດຍບຸກຄົນໃດກໍຕາມ ບໍ່ວ່າຈະເປັນລັດຖະສະພາ ຄະນະບັນນາທິການຂອງໜັງສືພິມ ຫຼືປະທານາທິບໍດີ.”
ສະພາສູງສະຫະລັດ ໄດ້ຮັບຜ່ານມະຕິ ຈຳກັດອຳນາດ ໃນການເຮັດສົງຄາມ ທີ່ໄດ້ຮັບການສະໜັບສະໜຸນ ຈາກທັງສອງພັກການເມືອງ ດ້ວຍຄະແນນສຽງ 55 ຕໍ່ 45.
ໂຫລດຕື່ມອີກ
No live streaming currently available