ທຳນຽບຫ້າແຈ ໄດ້ປະຕິເສດຕໍ່ການກ່າວຫາວ່າ ພວກຜູ້ນຳກອງທັບ “ຮັບບຳເນັດຄ່າຈ້າງໃນການຕົວະ” ທີ່ເຮັດໃຫ້ວາດພາບໄປໃນທາງບວກ ກ່ຽວກັບສົງຄາມອັນຍາວນານ ຢູ່ໃນອັຟການິສຖານ.
ທ່ານແມັກຄອນແນລໄດ້ຄັດຄ້ານຕໍ່ການຮຽກໂຕພະຍານ ໂດຍເວົ້າວ່າ ການຕັດສິນໃຈດັ່ງກ່າວຈະມີຂຶ້ນຕາມພາຍຫຼັງໃນລະຫວ່າງການດຳເນີນຄະດີ.
ທ່ານ ທຣຳ ໄດ້ກ່າວວ່າ ຈີນ ຈະນຳເຂົ້າສິນຄ້າ ອາເມຣິກາ ແລະ ການບໍລິການ ເພີ່ມເຕີມມູນຄ່າ 200 ຕື້ໂດລາ ໃນສອງປີຂ້າງໜ້າ ເຊິ່ງ 50 ຕື້ໃນນັ້ນແມ່ນພາກສ່ວນກະສິກຳ.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ 6 ທ່ານ ໄດ້ໂຕ້ຖຽງກັນ ໃນການໂຕ້ວາທີທີ່ດຸເດືອດ ເມື່ອຄືນວັນອັງຄານວານນີ້.
ທ່ານນາງ ເພໂລຊີ ໄດ້ກ່າວວ່າ ຖ້າສະພາສູງໄຂການດຳເນີນຄະດີ ໂດຍບໍ່ມີພິຍານ, ປະຊາຊົນ ອາເມຣິກັນ ຈະເຫັນວ່າມັນເປັນ “ການປົກປິດ ທາງການເມືອງຢ່າງແທ້ຈິງ.”
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະຕ້ອນຮັບຮອງນາຍົກລັດຖະມົນຕີ ຈີນ ທ່ານ ຫຼິວ ເຮ ສຳລັບພິທີເຊັນສັນຍາຢູ່ທຳນຽບຂາວ.
ພວກເດັກນ້ອຍ ແລະຜູ້ໃຫຍ່ຫຼາຍຄົນ ໄດ້ຮັບບາດເຈັບເລັກນ້ອຍ ເວລາອາຍນ້ຳມັນ ເຮືອບິນອາຍພົ່ນ ຕົກລົງມາໃສ່ໂຮງຮຽນຫຼາຍຫຼັງ ຢູ່ໃນເຂດ ນະຄອນລອສແອລເຈີລິສ.
ການແນເປົ້າສັງຫານນາຍພົນລະດັນສູງຂອງ ອີຣ່ານ ໄດ້ກະຕຸ້ນໃຫ້ຄວາມເຄັ່ງຕຶງໃນພາກຕາເວັນອອກກາງທະວີແຮງຂຶ້ນ.
ບັນດາຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີ ຈາກພັກເດໂມແຄຣັດ 6 ທ່ານ ກຳລັງກຽມຕົວ ຂຶ້ນໂຕ້ວາທີ ໃນວັນອັງຄານມື້ນີ້ ຢູ່ໃນລັດໄອໂອວາ.
ຕະຫຼອດໄລຍະສອງປີຜ່ານມາ ທ່ານທຣຳ ໄດ້ພະຍາມທີ່ຈະສານຕໍ່ສາຍສຳພັນແບບສ່ວນຕົວຂອງທ່ານ ກັບທ່ານກິມ ໃຫ້ເຖິງຂັ້ນກ້າວໜ້າໃນເລື້ອງການເຈລະຈາປົດອາວຸດນິວເຄລຍ.
ທ່ານຣັອຟ ໄດ້ເດີນທາງໄປຍັງຮົງກົງ ໃນວັນອາທິດຜ່ານມາ ໂດຍມີແຜນທີ່ຈະເປີດໂຕ ບົດລາຍງານຂອງອົງການ ທີ່ເອີ້ນວ່າ “World Report 2020”.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ ຄະນະລັດຖະບານ ບໍ່ຢາກເຮັດສົງຄາມ ແຕ່ຈະສືບຕໍ່ກົດດັນເພື່ອໃຫ້ເກີດການປ່ຽນແປງໃນອີຣ່ານ.
ໂຫລດຕື່ມອີກ
No live streaming currently available