ຕະຫຼອດໄລຍະສອງປີຜ່ານມາ ທ່ານທຣຳ ໄດ້ພະຍາມທີ່ຈະສານຕໍ່ສາຍສຳພັນແບບສ່ວນຕົວຂອງທ່ານ ກັບທ່ານກິມ ໃຫ້ເຖິງຂັ້ນກ້າວໜ້າໃນເລື້ອງການເຈລະຈາປົດອາວຸດນິວເຄລຍ.
ທ່ານຣັອຟ ໄດ້ເດີນທາງໄປຍັງຮົງກົງ ໃນວັນອາທິດຜ່ານມາ ໂດຍມີແຜນທີ່ຈະເປີດໂຕ ບົດລາຍງານຂອງອົງການ ທີ່ເອີ້ນວ່າ “World Report 2020”.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ ຄະນະລັດຖະບານ ບໍ່ຢາກເຮັດສົງຄາມ ແຕ່ຈະສືບຕໍ່ກົດດັນເພື່ອໃຫ້ເກີດການປ່ຽນແປງໃນອີຣ່ານ.
ປະມານ 200,000 ຄົນ ຂາດໄຟຟ້າໃຊ້ ໃນວັນອາທິດວານນີ້ ໃນຂະນະທີ່ພາຍຸແຮງໄດ້ພັດສາຍໄຟຟ້າລົງ ພິກປີ້ນລົດຫຼາຍຄັນ ແລະພັດຕົ້ນໄມ້ຫຼາຍຕົ້ນ ຈົນຈີກຂາດເປັນຕ່ອນ.
ພາຍຸທີ່ຮ້າຍແຮງທີ່ກວດໄປທົ່ວຂົງເຂດພາກໃຕ້ຂອງສະຫະລັດ ເຮັດໃຫ້ຄົນເສຍຊີວິຢ່າງໜ້ອຍ 10 ຄົນ ໃນຂະນະທີ່ມີລົມແຮງ ແລະລົມຫົວກຸດ ແລະຝົນຕົກລົງບໍ່ຂາດສາຍ ກະໜຳໃສ່ຂົງເຂດທີ່ກວ້າງຂວາງຂອງພາກດັ່ງກ່າວນັ້ນ.
ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ໄດ້ຢຸດການປະຕິບັດການຝຶກຊ້ອມສຳລັບນັກຮຽນທະຫານ ຊາອຸດີ ອາຣາເບຍ ໃນ ສະຫະລັດ ລຸນຫຼັງການໂຈມຕີ.
ສະຫະລັດ ໄດ້ວາງມາດຕະການລົງໂທດເພີ້ມຂຶ້ນ ຕໍ່ອີຣ່ານໃນວັນສຸກວານນີ້ ໃນການຕອບໂຕ້ ຕໍ່ການຍິງລູກສອນໄຟ ໃສ່ກໍາລັງທະຫານສະຫະລັດ ໃນອາທິດນີ້.
ປະທານສະພາຕ່ຳ ສຫລ ທ່ານນາງແນນຊີ ເພໂລຊີ ຈະເອົາບາດກ້າວ ເພື່ອສົ່ງການຟ້ອງຮ້ອງ ໄປໃຫ້ສະພາສູງໃນອາທິດໜ້ານີ້.
ມີນັກສຶກສາຕ່າງປະເທດ ຢູ່ໃນມະຫາວິທະຍາໄລ ຂອງສະຫະລັດ ຫຼາຍກວ່າ 1 ລ້ານຄົນ ໃນເວລານີ້.
ທ່ານ ທຣຳ ກ່າວວ່າ ທ່ານກາສເຊັມ ໂຊເລມານີ, ນາຍພົນອີຣ່ານ ໄດ້ວາງແຜນທີ່ຈະຖິ້ມລະເບີດໃສ່ສະຖານເອກອັກຄະລັດຖະທູດສະຫະລັດໃນນະຄອນຫລວງແບັກແດດຂອງອີຣັກ.
ທ່ານນາງເພໂລຊີ ກ່າວວ່າ “ມັນເປັນຄຳຖະແຫຼງ ຂອງລັດຖະສະພາສະຫະລັດ ມັນຈະປົກປ້ອງຊີວິດ ແລະຫຼັກຄຸນຄ່າ ຂອງຊາວອາເມຣິກັນ.”
ການເຄື່ອນໄຫວຕ້ອງມີຂຶ້ນກ່ອນກຳນົດເສັ້ນຕາຍ ໃນວັນທີ 21 ມັງກອນ ສຳລັບອົງການໃຫ້ຄວາມຊ່ວຍເຫຼືອອົບພະຍົບ ຮ້ອງຂໍເງິນສຳລັບການຕັ້ງຖິ່ນຖານໃໝ່ ຈາກກະຊວງການຕ່າງປະເທດ.
ໂຫລດຕື່ມອີກ
No live streaming currently available