ພາຍຸທີ່ຮ້າຍແຮງທີ່ກວດໄປທົ່ວຂົງເຂດພາກໃຕ້ຂອງສະຫະລັດ ເຮັດໃຫ້ຄົນເສຍຊີວິຢ່າງໜ້ອຍ 10 ຄົນ ໃນຂະນະທີ່ມີລົມແຮງ ແລະລົມຫົວກຸດ ແລະຝົນຕົກລົງບໍ່ຂາດສາຍ ກະໜຳໃສ່ຂົງເຂດທີ່ກວ້າງຂວາງຂອງພາກດັ່ງກ່າວນັ້ນ.
ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ໄດ້ຢຸດການປະຕິບັດການຝຶກຊ້ອມສຳລັບນັກຮຽນທະຫານ ຊາອຸດີ ອາຣາເບຍ ໃນ ສະຫະລັດ ລຸນຫຼັງການໂຈມຕີ.
ສະຫະລັດ ໄດ້ວາງມາດຕະການລົງໂທດເພີ້ມຂຶ້ນ ຕໍ່ອີຣ່ານໃນວັນສຸກວານນີ້ ໃນການຕອບໂຕ້ ຕໍ່ການຍິງລູກສອນໄຟ ໃສ່ກໍາລັງທະຫານສະຫະລັດ ໃນອາທິດນີ້.
ປະທານສະພາຕ່ຳ ສຫລ ທ່ານນາງແນນຊີ ເພໂລຊີ ຈະເອົາບາດກ້າວ ເພື່ອສົ່ງການຟ້ອງຮ້ອງ ໄປໃຫ້ສະພາສູງໃນອາທິດໜ້ານີ້.
ມີນັກສຶກສາຕ່າງປະເທດ ຢູ່ໃນມະຫາວິທະຍາໄລ ຂອງສະຫະລັດ ຫຼາຍກວ່າ 1 ລ້ານຄົນ ໃນເວລານີ້.
ທ່ານ ທຣຳ ກ່າວວ່າ ທ່ານກາສເຊັມ ໂຊເລມານີ, ນາຍພົນອີຣ່ານ ໄດ້ວາງແຜນທີ່ຈະຖິ້ມລະເບີດໃສ່ສະຖານເອກອັກຄະລັດຖະທູດສະຫະລັດໃນນະຄອນຫລວງແບັກແດດຂອງອີຣັກ.
ທ່ານນາງເພໂລຊີ ກ່າວວ່າ “ມັນເປັນຄຳຖະແຫຼງ ຂອງລັດຖະສະພາສະຫະລັດ ມັນຈະປົກປ້ອງຊີວິດ ແລະຫຼັກຄຸນຄ່າ ຂອງຊາວອາເມຣິກັນ.”
ການເຄື່ອນໄຫວຕ້ອງມີຂຶ້ນກ່ອນກຳນົດເສັ້ນຕາຍ ໃນວັນທີ 21 ມັງກອນ ສຳລັບອົງການໃຫ້ຄວາມຊ່ວຍເຫຼືອອົບພະຍົບ ຮ້ອງຂໍເງິນສຳລັບການຕັ້ງຖິ່ນຖານໃໝ່ ຈາກກະຊວງການຕ່າງປະເທດ.
ສຫລ ຕອບຄືນຕໍ່ການຮ້ອງຂໍຂອງປະທານາທິບໍດີ ມູນ ແຈ-ອິນຂອງເກົາຫລີໃຕ້ ວ່າໃຫ້ມີການຮ່ວມມືລະຫວ່າງປະເທດເກົາຫລີດ້ວຍກັນຄືນອີກ ໂດຍໄດ້ເນັ້ນໜັກວ່າ ໂຊລ ຕ້ອງໄດ້ສືບຕໍ່ ປະຕິບັດທຸກການລົງໂທດ ຕໍ່ເກົາຫລີເໜືອ.
ຍ້ອນພັກເດໂມແຄຣັດ ຄວບຄຸມສະພາຕ່ຳ ຈຶ່ງຄາດວ່າມາດຕະການນີ້ ຈະມີການຮັບຜ່ານຢ່າງງ່າຍດາຍ ສ່ວນຊະຕາກຳຂອງມາດຕະການ ຢູ່ໃນສະພາສູງ ທີ່ພັກຣີພັບບລີກັນຄວບຄຸມນັ້ນ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.
ຜູ້ປົກຄອງເກາະ ທ່ານນາງ ວານດາ ວາສເກສ ໄດ້ກ່າວວ່າ ພື້ນທີ່ສ່ວນໃຫຍ່ຂອງ ເກາະ ເປີໂຕ ຣີໂກ ຄວນມີໄຟຟ້າໃຊ້ຄືນ ພາຍໃນວັນພະຫັດມື້ນີ້ ໂດຍກ່າວວ່າ ມັນບໍ່ມີແຜ່ນດິນໄຫວຕື່ມອີກ.
ເກີດແຜ່ນດິນໄຫວຂະໜາດແຮງ ທີ່ເປີໂຕຣິໂກ (Puerto Rico) ໃນຕອນເຊົ້າວັນອັງຄານວານນີ້ ຊຶ່ງເປັນເທື່ອຫລ້າສຸດຂອງແຜ່ນດິນໄຫວ ທີ່ມີມາຢ່າງຕໍ່ເນື່ອງ ຢູ່ໃນດິນແດນດັ່ງກ່າວ ຂອງສະຫະລັດ.
ໂຫລດຕື່ມອີກ
No live streaming currently available