ທ່ານທຣຳ ຂຽນຢູ່ໃນທວີດເຕີວ່າ "ລັດຖະມົນຕີກະຊວງການຕ່າງປະເທດອີຣ່ານຢາກທຳການເຈລະຈາກັບສະຫະລັດ ແຕ່ວ່າ ຢາກໃຫ້ຍົກເລີກມາດຕະການລົງໂທດກ່ອນ. @FoxNews @OANN ບໍ່. ຂອບໃຈເດີ້!"
ມັນແມ່ນກົດລະບຽບທີ່ມີເປັນພື້ນຖານ ທີ່ອະນຸຍາດໃຫ້ບັນດານັກຂ່າວຖາມຄຳຖາມຕ່າງໆຕໍ່ບັນດາສະມາຊິກສະພາ ສະຫະລັດ.
ທຳນຽບຫ້າແຈກ່າວວ່າ ທະຫານສະຫະລັດ 34 ຄົນ ໃນເວລານີ້ກວດພົບວ່າ ໄດ້ຮັບບາດເຈັບຢູ່ສະໝອງ ຫຼືຍ້ອນຜົນກະທົບຈາກຄວາມສັ່ນສະເທືອນ ຂອງການຍິງໂຈມຕີ ດ້ວຍລູກສອນໄຟອີຣ່ານ.
ສ່ວນສະມາຊິກສະພາສູງເທັດ ຄຣູສ ທີ່ສັງກັດພັກຣີພັບບລີກັນຈາກລັດເທັກຊັສກ່າວວ່າ “ຂ້າພະເຈົ້າດີໃຈແລະກໍຕື່ນເຕັ້ນທີ່ເປັນເທື່ອທຳອິດປະທານາທິບໍດີຈະໄດ້ປ້ອງກັນທ່ານ.”
ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວຕໍ່ຫຼາຍພັນຄົນ ທີ່ເຕົ້າໂຮມກັນ ຢູ່ສະໜາມຫຼວງແຫ່ງຊາດວ່າ ທ່ານຮູ້ສຶກ “ເປັນກຽດຢ່າງສູງ ທີ່ເປັນປະທານາທິບໍດີ ຄົນທຳອິດໃນປະຫວັດສາດ” ເຂົ້າຮ່ວມການໂຮມຊຸມນຸມຕ້ານການແທ້ງລູກ.
ວັນສຸກ ແມ່ນມື້ສຸດທ້າຍ ສຳລັບພັກເດໂມແຄຣັດ ທຳການໂຕ້ແຍ້ງ ໃນການດຳເນີນຄະດີຟ້ອງຮ້ອງ ປະທານາທິບໍດີທຣຳ ຢູ່ໃນສະພາສູງ.
ປະທານາທິບໍດີທຣຳ ໄດ້ກ່າວມາໂດຍຕະຫຼອດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ ໃນການລົມໂທລະສັບ ກັບທ່ານເຊເລັນສກີ ໂດຍມັກຈະກ່າວເຖິງ ການໂອ້ລົມຂອງພວກທ່ານວ່າ “ເປັນການໂອ້ລົມທີ່ດີເລີດ.”
ທ່ານ ທຣຳ ໄດ້ປະກາດວ່າ “ອົງການການຄ້າໂລກ ແມ່ນໄດ້ປະຕິບັດກັບ ສະຫະລັດ ຢ່າງບໍ່ຍຸຕິທຳເປັນເວລາຫຼາຍໆປີແລ້ວ.”
ບັນດານັກສືບສວນສອບສວນສິດທິມະນຸດ ອົງການສະຫະປະຊາຊາດ ໄດ້ກ່າວວ່າ ຊາອຸດີ ອາຣາເບຍ ອາດໄດ້ລັກເຈາະຂໍ້ມູນໂທລະສັບມືຖື ຂອງຫົວໜ້າບໍລິສັດ ອາມາຊອນ.
ການດຳເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີທຣຳ ໄດ້ເລີ້ມຂຶ້ນຢ່າງເຕັມສ່ວນ ໃນວັນອັງຄານວານນີ້ ຢູ່ໃນສະພາສູງຂອງສະຫະລັດ ໂດຍມີການສູ້ຢັນກັນກ່ຽວກັບ ກົດລະບຽບຄຸ້ມຄອງວິທີການດຳເນີນຄະດີດັ່ງກ່າວ ໃນຂັ້ນຕໍ່ໄປ.
ທ່ານ ທຣຳ, ຜູ້ທີ່ກຳລັງເຂົ້າຮ່ວມກອງປະຊຸມເສດຖະກິດໂລກ ໃນປະເທດ ສວິດເຊີແລນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ກຸ່ມທະນາຍຄວາມຂອງທ່ານ ແມ່ນ “ກຳລັງເຮັດວຽກໄດ້ດີຫຼາຍ.”
ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວໂຄສະນາ ກ່ຽວກັບຜົນສະຫລຸບ ຂອງຂໍ້ຕົກລົງການຄ້າທີ່ສຳຄັນ 2 ສະບັບ ແລະໄດ້ປະກາດວ່າ ອາເມຣິກັນກຳລັງ “ຊະນະອີກຄັ້ງ ແບບບໍ່ເຄີຍມີມາກ່ອນ” ທີ່ນະຄອນດາໂວສ.
ໂຫລດຕື່ມອີກ
No live streaming currently available