ວັນສຸກ ແມ່ນມື້ສຸດທ້າຍ ສຳລັບພັກເດໂມແຄຣັດ ທຳການໂຕ້ແຍ້ງ ໃນການດຳເນີນຄະດີຟ້ອງຮ້ອງ ປະທານາທິບໍດີທຣຳ ຢູ່ໃນສະພາສູງ.
ປະທານາທິບໍດີທຣຳ ໄດ້ກ່າວມາໂດຍຕະຫຼອດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ ໃນການລົມໂທລະສັບ ກັບທ່ານເຊເລັນສກີ ໂດຍມັກຈະກ່າວເຖິງ ການໂອ້ລົມຂອງພວກທ່ານວ່າ “ເປັນການໂອ້ລົມທີ່ດີເລີດ.”
ທ່ານ ທຣຳ ໄດ້ປະກາດວ່າ “ອົງການການຄ້າໂລກ ແມ່ນໄດ້ປະຕິບັດກັບ ສະຫະລັດ ຢ່າງບໍ່ຍຸຕິທຳເປັນເວລາຫຼາຍໆປີແລ້ວ.”
ບັນດານັກສືບສວນສອບສວນສິດທິມະນຸດ ອົງການສະຫະປະຊາຊາດ ໄດ້ກ່າວວ່າ ຊາອຸດີ ອາຣາເບຍ ອາດໄດ້ລັກເຈາະຂໍ້ມູນໂທລະສັບມືຖື ຂອງຫົວໜ້າບໍລິສັດ ອາມາຊອນ.
ການດຳເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີທຣຳ ໄດ້ເລີ້ມຂຶ້ນຢ່າງເຕັມສ່ວນ ໃນວັນອັງຄານວານນີ້ ຢູ່ໃນສະພາສູງຂອງສະຫະລັດ ໂດຍມີການສູ້ຢັນກັນກ່ຽວກັບ ກົດລະບຽບຄຸ້ມຄອງວິທີການດຳເນີນຄະດີດັ່ງກ່າວ ໃນຂັ້ນຕໍ່ໄປ.
ທ່ານ ທຣຳ, ຜູ້ທີ່ກຳລັງເຂົ້າຮ່ວມກອງປະຊຸມເສດຖະກິດໂລກ ໃນປະເທດ ສວິດເຊີແລນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ກຸ່ມທະນາຍຄວາມຂອງທ່ານ ແມ່ນ “ກຳລັງເຮັດວຽກໄດ້ດີຫຼາຍ.”
ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວໂຄສະນາ ກ່ຽວກັບຜົນສະຫລຸບ ຂອງຂໍ້ຕົກລົງການຄ້າທີ່ສຳຄັນ 2 ສະບັບ ແລະໄດ້ປະກາດວ່າ ອາເມຣິກັນກຳລັງ “ຊະນະອີກຄັ້ງ ແບບບໍ່ເຄີຍມີມາກ່ອນ” ທີ່ນະຄອນດາໂວສ.
ການດຳເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣຳ ຈະເລີ້ມຂຶ້ນຢ່າງເຕັມສ່ວນໃນວັນອັງຄານມື້ນີ້.
ໂດຍທີ່ການດຳເນີນຄະດີຟ້ອງຮ້ອງຕໍ່ທ່ານ ກຳລັງຈະເລີ້ມຕົ້ນຂຶ້ນຢູ່ນັ້ນ ປະທານາທິບໍດີສະຫະລັດ ແມ່ນພວມມຸ້ງໜ້າໄປຍັງນະຄອນດາໂວສ ຂອງສະວິດເຊີແລນ ເພື່ອເຂົ້າຮ່ວມກອງປະຊຸມສົນທະນາເສດຖະກິດໂລກ.
ພວກນັກຂ່າວທີ່ປະຈຳການຢູ່ທີ່ການໂຮມຊຸມນຸມ ກ່າວວ່າ ບັນຍາກາດໂດຍສ່ວນໃຫຍ່ແລ້ວ ແມ່ນຄືກັບງານບຸນ ໂດຍມີພວກເດີນຂະບວນປະທ້ວງຮ້ອງໂຮວ່າ “USA USA.”
ເອກອັກຄະລັດຖະທູດ ແຮຣີ ແຮຣິສ ຜູ້ທີ່ໄດ້ອອກບຳນານຈາກກອງທັບເຮືອໂດຍມີຊັ້ນເປັນພົນເອກ ແມ່ນໄດ້ຮັບໜ້າທີ່ ເພື່ອທີ່ຈະພະຍາຍາມປະຄັບປະຄອງ ສາຍສຳພັນລະຫວ່າງສະຫະລັດກັບເກົາຫຼີໃຕ້ ນັ້ນໄວ້
ພວກທະນາຍຄວາມໂຕ້ແຍ້ງວ່າ ສະພາຕ່ຳກຳລັງພະຍາຍາມທີ່ຈະເຮັດໃຫ້ອຳນາດຂອງປະທານາທິບໍດີ ຜູ້ທີ່ກຳລັງກຳນົດນະໂຍບາຍດ້ານການຕ່າງປະເທດຢູ່ນັ້ນ ອ່ອນກຳລັງລົງ
ໂຫລດຕື່ມອີກ
No live streaming currently available