ສະພາສະຫະລັດຕຳນິອົງການສືບລັບ ແລະຜູ້ເຮັດນະໂຍບາຍ ທີ່ໄດ້ຍຶດໝັ້ນດົນໂພດ ຕໍ່ການເພີ້ມການຄ້າ ແລະເຮັດວຽກຮ່ວມກັບຈີນ ເພື່ອຈະຊຸກຍູ້ໃຫ້ປັກກິ່ງ ປະຕິບັດຕົນສອດຄ່ອງກັບຫຼັກຄຸນຄ່າຂອງປະເທດຕາເວັນຕົກ.
ພວກເພິ່ນສ່ວນຫຼາຍ ຈະເວົ້າດູຖູກກັນ, ຕຳໜິວິຈານກັນ, ໃຊ້ຄຳຫຍາບຄາຍ ແລະ ໂຈມຕີກັນເປັນການສ່ວນຕົວ ແລະຫຼາຍຄັ້ງ ທ່ານ ໄບເດັນ ໄດ້ເອີ້ນທ່ານ ທຣຳ ວ່າ “ໂຕຕະຫຼົກ.”
ທ່ານຄຣຸສເວົ້າວ່າ "ເຫດຜົນທັງໝົດທີ່ສະພາສູງຄວນປະຕິບັດແລະຄວນປະຕິບັດຢ່າງວ່ອງໄວກໍຄື ເພື່ອຮັບຮອງເອົາຜູ້ພິພາກສາຄົນທີ 9 ເພື່ອໃຫ້ສານສູງສຸດສາມາດແກ້ໄຂທຸກໆ ຄະດີ ທີ່ເກີດຂຶ້ນໃນການເລືອກຕັ້ງໄດ້."
ໂອຮາຍໂອເປັນລັດທີ່ສຳຄັນຫຼາຍ ໃນການເລືອກຕັ້ງປະທານາທິບໍດີ ບໍ່ມີຜູ້ສະໝັກຂອງພັກຣີພັບບລີກັນຄົນໃດ ຊະນະຕຳແໜ່ງປະທານາທິບໍດີ ໂດຍປາສະຈາກ ການໄດ້ຮັບໄຊຊະນະ ຢູ່ທີ່ລັດໂອຮາຍໂອ.
ເມື່ອຖືກຖາມ ກ່ຽວກັບ ລາຍງານດັ່ງກ່າວ, ທ່ານ ທຣຳ ໄດ້ເອີ້ນມັນວ່າ “ຂ່າວປອມຢ່າງສິ້ນເຊີງ.”
ມີການຄາດຄະເນວ່າຊາວ ອາເມຣິກາ 100 ລ້ານຄົນ ຈະເບິ່ງຜູ້ແຂ່ງຂັນ ເປັນປະທານາທິບໍດີທັງ ສອງທ່ານໂຕ້ວາທີກັນເປັນເວລາ 90 ນາທີ ໃນເຫດການ ທີ່ຖ່າຍທອດສົດ ທາງໂທລະພາບ.
ເຖິງແມ່ນມີ ປະທານາທິບໍດີດໍໂນລ ທຣໍາ ລົງສະໝັກເລືອກຕັ້ງ ເອົາຕຳແໜ່ງຕື່ມອີກ ພ້ອມດ້ວຍອະດີດຮອງປະທາ ນາທິບໍດີ ໂຈໄບເດັນ ແຕ່ກໍຍັງມີຜູ້ລົງສະໝັກ ແຂ່ງຂັນເປັນປະທານາທິບໍດີ ສະຫະລັດຈາກພັກອື່ນໆອີກ.
ທະນາຍຄວາມ ທີ່ເຮັດວຽກໃຫ້ແກ່ອົງການທຣຳ ທ່ານແອແລັນ ກາເຕັນ (Alan Garten) ແລະໂຄສົກຂອງອົງການທຣຳ ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການຂໍຄວາມເຫັນ ຂອງອົງການຂ່າວເອພີິ ສຳລັບລາຍງານເລື້ອງນີ້.
ການສະເໜີຊື່ ຮັບຕຳແໜ່ງໃນສານສູງສຸດ ອາດເປັນການຂະຫຍາຍ ການສະໜັບສະໜູນ ໃຫ້ທ່ານ ທຣຳ.
ທ່ານທຣຳ ຊຶ່ງໃນເວລານີ້ມີອາຍຸ 74 ປີ ໄດ້ຕັ້ງຄຳຖາມຢູ່ເລື້ອຍໆກ່ຽວກັບຄວາມສະຫຼຽວສະຫຼາດຂອງທ່ານໄບເດັນ ທີ່ມີອາຍຸ 77 ປີແລ້ວນັ້ນ.
ຜູ້ພິພາກສາໄດ້ໃຫ້ເວລາ ແກ່ທະນາຍຄວາມຂອງ TikTok ແລະລັດຖະບານ ຮອດວັນພຸດ ເພື່ອຕອບສະໜອງ ແລະສະເໜີຕາຕະລາງ ການດຳເນີນຂັ້ນຕອນຕໍ່ໄປ ໃນຄະດີດັ່ງກ່າວ.
ທ່ານທຣຳກ່າວວ່າ “ບັດທີ່ປ່ອນຈຳນວນຫຼວງຫຼາຍ ໄດ້ຖືກພົບເຫັນຢູ່ໃນແມ່ນ້ຳ” ແລະບັດທີ່ມີຊື່ທຣຳ “ໄດ້ຖືກຖິ້ມລົງໃສ່ກະຕ່າຂີ້ເຫຍື້ອ.”
ໂຫລດຕື່ມອີກ
No live streaming currently available