ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ເອີ້ນການໃຊ້ສິດຢັບຢັ້ງ ຫຼື ວີໂຕ້ ຂອງທ່ານທຣຳ ວ່າ ເປັນ “ການກະກຳທີ່ຂາດຫົວຄິດ ທີ່ໜ້າເຫຼືອເຊື່ອ ທີ່ຈະເປັນໄພ ຕໍ່ກຳລັງທະຫານຂອງພວກເຮົາ.”
ຄົນ ລາວ ທີ່ອາໄສຢູ່ເມືອງ ອາມາຣິລໂລ ລັດ ເທັກຊັສ ເກືອບສິບຄົນ ໄດ້ເສຍຊີວິດ ຍ້ອນໄວຣັສໂຄໂຣນາ ອີງຕາມຄຳເວົ້າ ຂອງທ່ານ ບຸນມີ ສຸເທບມະນີ ຜູ້ທີ່ອາໄສຢູ່ໃນເມືອງດັ່ງກ່າວ.
ບໍລິສັດເພສັດຊະກຳຟາຍເຊີ-ໄບໂອເອັນເທັກ ຄາດວ່າຈະເສັດສິ້ນການຈັດສົ່ງຢາວັກຊີນໄປໃຫ້ພາຍໃນທ້າຍ ເດືອນກໍລະກົດ ໃນການຕົກລົງທີ່ມີມູນຄ່າ 2 ພັນ ລ້ານໂດລາ ກັໍບລັດຖະບານກາງສະຫະລັດ.
ກົດໝາຍງົບປະມານ ການປ້ອງກັນປະເທດທີ່ວ່ານັ້ນ ຈະໃຫ້ທຶນແກ່ທຳນຽບຫ້າແຈ ດ້ວຍເງິນຫຼາຍກວ່າ 740 ຕື້ໂດລາ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໂວຍວາຍ ໃນທວິດເຕີເມື່ອ ວັນທີ 12 ທັນວາທີ່ຜ່ານມາວ່າ “ສານສູງສຸດໄ ດ້ເຮັດໃຫ້ຂ້າພະເຈົ້າເສຍໃຈຫຼາຍ. ບໍ່ມີປັນຍາ, ບໍ່ມີຄວາມກ້າຫານເລີຍ.”
ນາງແລັສລີ ກ່າວວ່າເປັນທີ່ໜ້າເສຍໃຈ ພວກຄົນປ່ວຍຍ້ອນໂຄວິດ ເຂົ້າໆອອກໆໂຮງໝໍຢູ່ເລື້ອຍໆ ຫຼາຍໆຄັ້ງພວກຄົນປ່ວຍບໍ່ສາມາດຟື້ນຕົວໄດ້ຈາກພະຍາດໂຄວິດ ແລ້ວພວກເຂົາກໍບໍ່ລອດ.
ເອກອັກຄະລັດເເຮຕີ ກ່າວໃນວັນພຸດວານນີ້ວ່າ ເປັນການລົບກວນຫຼາຍ. ເປັນເລື້ອງໜ້າເສົ້າໃຈ ສຳລັບພວກເຮົາ ທີ່ເຫັນພວກເຈົ້າໜ້າທີ່ ຂອງລະບອບປະຊາທິປະໄຕ ຮຽກຮ້ອງໃຫ້ຕັ້ງ ລັດຖະບານໄລຍະຂ້າມຜ່ານ.
ຄະນະສະເພາະກິດ ຮັບຜິດຊອບດ້ານໄວຣັສໂຄໂຣນາ ຂອງທຳນຽບຂາວ ປຶກສາຫາລື ກ່ຽວກັບຮ່າງກົດລະບຽບ ພວກຜູ້ໂດຍສານພິສູດວ່າ ເຂົາເຈົ້າໄດ້ກວດມີຜົນເປັນລົບ ກ່ອນເດີນທາງ ອອກຈາກອັງກິດ ເຂົ້າມາສະຫະລັດ.
ໃນວີດີໂອທີ່ໄດ້ນຳລົງສື່ສັງຄົມ ທ່ານທຣຳ ໄດ້ຍົກໃຫ້ເຫັນ ໃນສິ່ງທີ່ທ່ານເອີ້ນວ່າ “ການໃຊ້ຈ່າຍທີ່ສິ້ນເປືອງ” ໃນໂຄງການຕ່າງໆຫຼາຍຢ່າງ ທີ່ເປັນເລື້ອງທໍາມະດາ ໃນມາດຕະການສະໜອງທຶນ ປະຈຳປີຂອງສະຫະລັດ.
ການຂະຫຍາຕົວ ໃນໄຕມາດທີສາມຂອງເສດຖະກິດ ເປັນຂີດໝາຍການຟື້ນໂຕ ທີ່ໃຫຍ່ສຸດ ຈາກເສດຖະກິດໃນໄຕມາດທີສອງ ທີ່ໄດ້ຫົດຕົວລົງ 31.4 ເປີເຊັນ.
ປະທານາທິບໍດີຄົນຕໍ່ໄປ ມີຄວາມເປັນໄປໄດ້ວ່າ ຈະອອກດຳລັດປະທານາທິບໍດີ ເພື່ອຕ່າວປີ້ນນະໂຍບາຍພວກນີ້.
ທ່ານບາຣ໌ ໄດ້ກ່າວວ່າ ຄະດີນີ້ “ເປັນຄະດີສຳຄັນເປັນພິເສດ” ສຳລັບທ່ານຍ້ອນວ່າ ທ່ານເຄີຍເປັນລັດຖະມົນຕີກະຊວງຍຸຕິທຳ ໃນລັດຖະບານຂອງທ່ານຈອຣຈ໌ ເອັດຈ໌ ດັບໂບຢູ ບຸດຊ໌ ໃນປີ 1991.
ໂຫລດຕື່ມອີກ
No live streaming currently available