ກົດໝາຍງົບປະມານ ການປ້ອງກັນປະເທດທີ່ວ່ານັ້ນ ຈະໃຫ້ທຶນແກ່ທຳນຽບຫ້າແຈ ດ້ວຍເງິນຫຼາຍກວ່າ 740 ຕື້ໂດລາ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໂວຍວາຍ ໃນທວິດເຕີເມື່ອ ວັນທີ 12 ທັນວາທີ່ຜ່ານມາວ່າ “ສານສູງສຸດໄ ດ້ເຮັດໃຫ້ຂ້າພະເຈົ້າເສຍໃຈຫຼາຍ. ບໍ່ມີປັນຍາ, ບໍ່ມີຄວາມກ້າຫານເລີຍ.”
ນາງແລັສລີ ກ່າວວ່າເປັນທີ່ໜ້າເສຍໃຈ ພວກຄົນປ່ວຍຍ້ອນໂຄວິດ ເຂົ້າໆອອກໆໂຮງໝໍຢູ່ເລື້ອຍໆ ຫຼາຍໆຄັ້ງພວກຄົນປ່ວຍບໍ່ສາມາດຟື້ນຕົວໄດ້ຈາກພະຍາດໂຄວິດ ແລ້ວພວກເຂົາກໍບໍ່ລອດ.
ເອກອັກຄະລັດເເຮຕີ ກ່າວໃນວັນພຸດວານນີ້ວ່າ ເປັນການລົບກວນຫຼາຍ. ເປັນເລື້ອງໜ້າເສົ້າໃຈ ສຳລັບພວກເຮົາ ທີ່ເຫັນພວກເຈົ້າໜ້າທີ່ ຂອງລະບອບປະຊາທິປະໄຕ ຮຽກຮ້ອງໃຫ້ຕັ້ງ ລັດຖະບານໄລຍະຂ້າມຜ່ານ.
ຄະນະສະເພາະກິດ ຮັບຜິດຊອບດ້ານໄວຣັສໂຄໂຣນາ ຂອງທຳນຽບຂາວ ປຶກສາຫາລື ກ່ຽວກັບຮ່າງກົດລະບຽບ ພວກຜູ້ໂດຍສານພິສູດວ່າ ເຂົາເຈົ້າໄດ້ກວດມີຜົນເປັນລົບ ກ່ອນເດີນທາງ ອອກຈາກອັງກິດ ເຂົ້າມາສະຫະລັດ.
ໃນວີດີໂອທີ່ໄດ້ນຳລົງສື່ສັງຄົມ ທ່ານທຣຳ ໄດ້ຍົກໃຫ້ເຫັນ ໃນສິ່ງທີ່ທ່ານເອີ້ນວ່າ “ການໃຊ້ຈ່າຍທີ່ສິ້ນເປືອງ” ໃນໂຄງການຕ່າງໆຫຼາຍຢ່າງ ທີ່ເປັນເລື້ອງທໍາມະດາ ໃນມາດຕະການສະໜອງທຶນ ປະຈຳປີຂອງສະຫະລັດ.
ການຂະຫຍາຕົວ ໃນໄຕມາດທີສາມຂອງເສດຖະກິດ ເປັນຂີດໝາຍການຟື້ນໂຕ ທີ່ໃຫຍ່ສຸດ ຈາກເສດຖະກິດໃນໄຕມາດທີສອງ ທີ່ໄດ້ຫົດຕົວລົງ 31.4 ເປີເຊັນ.
ປະທານາທິບໍດີຄົນຕໍ່ໄປ ມີຄວາມເປັນໄປໄດ້ວ່າ ຈະອອກດຳລັດປະທານາທິບໍດີ ເພື່ອຕ່າວປີ້ນນະໂຍບາຍພວກນີ້.
ທ່ານບາຣ໌ ໄດ້ກ່າວວ່າ ຄະດີນີ້ “ເປັນຄະດີສຳຄັນເປັນພິເສດ” ສຳລັບທ່ານຍ້ອນວ່າ ທ່ານເຄີຍເປັນລັດຖະມົນຕີກະຊວງຍຸຕິທຳ ໃນລັດຖະບານຂອງທ່ານຈອຣຈ໌ ເອັດຈ໌ ດັບໂບຢູ ບຸດຊ໌ ໃນປີ 1991.
ທ່ານໝໍ ແອນໂທນີ ຟາວຈີ ຫົວໜ້າສະຖາບັນໂຣກພູມແພ້ ແລະພະຍາດຕິດແປດ ໄດ້ກ່າວໃນວັນຈັນວານນີ້ ວ່າ ມັນເປັນໄປໄດ້ວ່າ ພະຍາດທີ່ແຕກຕ່າງ ຂອງໄວຣັສໂຄໂຣນາສາຍພັນໃໝ່ ແມ່ນອາດຈະຢູ່ໃນສະຫະລັດແລ້ວ.
ທ່ານກ່າວອີກວ່າ “ຂ້າພະເຈົ້າເຮັດແນວນີ້ກໍເພື່ອສະແດງໃຫ້ເຫັນວ່າ ປະຊາຊົນຄວນກຽມພ້ອມ ສັກຢາເມື່ອມີຢາໄວ້ໃຫ້ສັກແລ້ວ. ບໍ່ມີຫຍັງທີ່ຈະຕ້ອງເປັນຫ່ວງ.”
ປະທານາທິບໍດີ ດໍໂນລ ທຣຳ ແມ່ນຄາດວ່າ ຈະເຊັນກົດໝາຍດັ່ງກ່າວ ໃນບໍ່ເທົ່າໃດວັນ ຫຼັງຈາກນັ້ນ.
ໂຫລດຕື່ມອີກ
No live streaming currently available