ທ່ານໄດ້ກ່າວວ່າ ທີມທີ່ປຶກສາດ້ານເສດຖະກິດຂອງທ່ານ “ຈະສ້າງການຟື້ນຟູ ສຳລັບທຸກຄົນ ແລະ ເຮັດໃຫ້ເສດຖະກິດນີ້ ເຄື່ອນໄຫວອີກຄັ້ງ.”
ມີເວລາຍັງເຫຼືອຢູ່ບໍ່ເທົ່າໃດມື້ ສໍາລັບການເຮັດວຽກໃນປີນີ້ ທີ່ບັນດາສະມາຊິກລັດຖະສະພາສະຫະລັດ ເພື່ອບັນລຸຂໍ້ຕົກລົງງົບປະມານ ການຊ່ວຍເຫຼຶືອຄັ້ງໃຫຍ່ເທື່ອທີສອງ.
ລັດຖະບານທ່ານ ທຣຳ ໄດ້ກ່າວວ່າ ປະຊາຊົນ 20 ລ້ານຄົນ ຄວນຖືກສັກຢາ ພາຍໃນທ້າຍປີນີ້.
ສະມາຊິກສະພາ ທັງຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນ ກໍໄດ້ຮຽກຮ້ອງ ໃຫ້ມີການປ່ຽນແປງ ໃນການໃຫ້ຄວາມຄຸ້ມຄອງ ຂອງວັກທີ 230 ຂອງກົດໝາຍ ໂດຍບໍ່ຕ້ອງທຳການຍົກເລີກໃໝ່ທັງໝົດ.
ຄົນອາເມຣິກັນ ເຊື້ອສາຍລາວຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ ທີ່ໄດ້ປະສົບກັບບັນຫາ ບໍ່ໄດ້ຮັບເງິນຫວ່ງງານ ເວົ້າເລື້ອງຂອງລາວສູ່ຟັງ.
ທ່ານໄບເດັນ ໄດ້ເລືອກເອົານັກເສດຖະສາດອີກສອງຄົນ ຄື ທ່ານຈາເຣດ ເບີຣສ໌ຕີນ ແລະທ່ານນາງແຮເຕີຣ ບູເຊ ໃຫ້ເປັນສະມາຊິກຂອງສະພາດ້ານເສດຖະກິດ.
ບໍລິສັດຜະລິດຢາ ໂມເດິນນາກ່າວວ່າ ຕົນກຳລັງຊອກຫາທາງ ຂໍອະນຸຍາດແບບສຸກເສີນ ເພື່ອແຈກຢາຍວັກຊີນກັນໄວຣັສໂຄໂຣນາຂອງຕົນ ໃນສະຫະລັດແລະຢູໂຣບ ຫຼັງຈາກເຫັນວ່າ ມັນມີປະສິດທິຜົນເຖິງ 94 ເປີເຊັນ.
ທ່ານກຽວໂຣຍ ໄດ້ບັນລະຍາຍເຖິງຢາວັກຊີນທີ່ມີຄວາມຫວັງສອງຊະນິດ ຊຶ່ງດຽວນີ້ ກຳລັງຢູ່ພາຍໃຕ້ການທົບທວນຄືນໂດຍອົງການອາຫານແລະຢາຂອງສະຫະລັດ ວ່າ “ຊ່ອຍຊີວິດໄດ້ ຢານີ້ຈະເຮັດໃຫ້ໂຣກລະບາດສິ້ນສຸດລົງໄດ້.”
ອິນເດຍ ໄດ້ບັນທຶກການຕິດ COVID ໃໝ່ເກືອບ 42,000 ກໍລະນີ ໃນວັນອາທິດວານນີ້, ອີງຕາມມະຫາວິທະຍາ ໄລ ຈອນສ໌ ຮັອບກິນສ໌.
ບັນດາເຈົ້າໜ້າທີ່ຂອງນະຄອນນິວຢອກ ໄດ້ຖືກໂຈມຕີ ໃນຂະນະທີ່ພົນລະເມືອງ ນິວຢອກພາກັນຕ້ອງຕິການຕັດ ສິນໃຈປິດໂຮງຮຽນທັງຫຼາຍ ໃນຂະນະດຽວກັນ ຮ້ານອາຫານແລະຮ້ານກິນດື່ມຫຼືບາຫຼາຍແຫ່ງ ຍັງເປີດຢູ່ຄືເກົ່າ.
ທ່ານໄບເດັນມີກຳນົດ ຈະສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດ ໃນວັນທີ 20 ມັງກອນຈະມານີ້ ແລະເປັນຜູ້ນຳ ທີ່ມີອາຍຸແກ່ທີ່ສຸດ 78 ປີ ຂອງປະເທດ.
ທ່ານ ໂຈ ໄບເດັນ ມີກຳນົດທີ່ຈະໄດ້ຮັບ ການລາຍງານສືບລັບປະຈຳວັນ ໃນວັນຈັນມື້ນີ້, ໂດຍສາມາດເຂົ້າເຖິງບົດລາຍງານ ທີ່ກະກຽມໂດຍປະຊາຄົມສືບລັບ ກ່ຽວກັບບັນຫາຄວາມໝັ້ນຄົງແຫ່ງຊາດ.
ໂຫລດຕື່ມອີກ
No live streaming currently available