ເວລານີ້ ຍັງມີຢາວັກຊີນກັນໄວຣັສໂຄໂຣນາ ອີກຈຳນວນນຶ່ງ ຢູ່ໃນສະຫະລັດ ແລະປະເທດອື່ນໆ ໄດ້ເລີ້ມການທົດລອງຂັ້ນສຸດທ້າຍ ຮວມທັງຢາວັກຊີນຂອງບໍລິສັດໂມເດີນາ ແລະບໍລິສັດໄຟເຊີ ນໍາດ້ວຍ.
ທ່ານຈອນ ໂຣເບີດສ໌ (John Roberts) ປະທານສານສູງສຸດໄດ້ສະແດງ “ຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ” ຂອງສານຕໍ່ການສູນເສຍທ່ານນາງ ກິນສ໌ເບີກ (Ginsburg) ໄປ.
ບັນດາພວກກໍ່ກວນຕ່າງປະເທດ ແລະພວກກໍ່ອາຊະຍາກຳທາງອິນເຕີແນັດ ອາດສາມາດສ້າງເວັບໄຊໃໝ່ ປ່ຽນເວັບໄຊທີ່ມີຢູ່ແລ້ວ ແລະສ້າງ ຫຼືແບ່ງປັນຂ່າວທາງສື່ສັງຄົມ ເພື່ອເຜີຍແຜ່ຂໍ້ມູນທີ່ຜິດ ຕໍ່ການເລືອກຕັ້ງ ປີ 2020.
ສະພາຕໍ່າ ສະຫະລັດ ໃນວັນອັງຄານວານນີ້ ໄດ້ຮັບຜ່ານກົດໝາຍສະບັບນຶ່ງ ທີ່ຫ້າມສິນຄ້າຕ່າງໆ ທີ່ເຮັດດ້ວຍແຮງງານບັງຄັບ ໃນພາກພື້ນ ຊິນຈຽງ ຂອງ ຈີນ.
ປະທານາທິບໍດີດໍໂນລ ທຣໍາໄດ້ເພີ້ິ້ມການຈຳກັດຮັດແຄບ ຕໍ່ຄິວບາ ທີ່ໄດ້ມີການໂຍະຍານຜ່ອນຜັນ ໂດຍປະທານາທິບໍດີຄົນກ່ອນ ຄື ທ່ານບາຣັກ ໂອບາມາ.
ຜູ້ຖືກສະເໜີຊື່ ຂອງທ່ານ ທຣຳ ຈະໄດ້ຮັບຄະແນນສຽງ ການຢືນຢັນກ່ອນທ້າຍປີນີ້, ອີງຕາມການກ່າວຂອງຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິຈ ແມັກຄອນແນລ ໃນວັນອັງຄານວານນີ້.
ປະທານາທິບໍດີທຣໍາ ຈະສະເໜີແຕ່ງຕັ້ງຜູ້ນິຍົມແນວທາງເດີມ ທີ່ເປັນຜູ້ພິພາກສາແມ່ຍິງ ໃນວັນເສົາຈະມາເຖິງນີ້ ເພື່ອເຂົ້າຮັບໜ້າທີ່ ແທນທ່ານນາງກິນສເບິີກ ທີ່ເປັນສະມາຊິກ ຫົວເສລີທີ່ສຸດ ຂອງສານສູງສຸດ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຈະສະເໜີຊື່ແມ່ຍິງຄົນນຶ່ງ ມາແທນຕຳແໜ່ງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ.
ເຖິງແມ່ນຊາວລາວບັນດາເຜົ່າ ໄດ້ມາຕັ້ງຖິ່ນຖານຢູ່ສະຫະລັດ ເປັນເວລາກວ່າສີ່ທົດສະວັດແລ້ວກໍຕາມ ແຕ່ຍັງມີຫຼາຍຄົນນອນຫຼັບທັບສິດ ບໍ່ເຫັນຄວາມສຳຄັນ ໃນການປ່ອນບັດເລືອກຕັ້ງ ຂອງການເປັນສັນຊາດອາເມຣິກັນ.
ໃນເວລານີ້ ພວກນັກວິເຄາະດ້ານການແພດ ທີ່ມະຫາວິທະຍາໄລວໍຊິງຕັນ ກ່າວວ່າ ຈຳນວນຜູ້ເສຍຊີວິດອາດຈະສູງເຖິງ 410,000 ຄົນ ພາຍໃນທ້າຍປີນີ້.
ທ່ານປະທານາທິບໍດີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານອາດພົບປະ ກັບທ່ານນາງ ລາໂກອາ ໃນທ້າຍອາທິດນີ້ ເວລາທີ່ທ່ານເດີນທາງໄປ ນະຄອນ ໄມອາມີ ລັດ ຟລໍຣິດາ.
ສະຫະລັດອກຳລັງຫຍັບເຂົ້າໃກ້ຂີດໝາຍ ຂອງການເສຍຊີວິດຈໍານວນ 200,000 ຄົນ ຍ້ອນໄວຣັສໂຄໂຣນາແລ້ວ, ອີງຕາມຜູ້ຊ່ຽວຊານ ຕິດຕາມການລະບາດ ຂອງພະຍາດດັ່ງກ່າວ.
ໂຫລດຕື່ມອີກ
No live streaming currently available