ມີການກ່າວອ້າງວ່າ ພວກເຈົ້າໜ້າທີ່ລັດຖະບານປະທານາທິບໍດີທຣໍາ ໄດ້ລະເມີດກົດໝາຍ Hatch Act 13 ເທື່ອ ໂດຍບັນດານັກສືບສວນລັດຖະບານກາງ ຢູ່ຫ້ອງທີ່ຫ້ອງການ ທີ່ປຶກສາພິເສດທາງກົດໝາຍ.
ກອງກຳລັງ ສະຫະລັດ ແມ່ນກຳລັງໃຊ້ ວິທີການທີ່ຮຸນແຮງ ໃນທາງອິນເຕີແນັດ ກ່ອນການເລືອກຕັ້ງ ປະທານາທິບໍດີ ໃນເດືອນພະຈິກນີ້.
ັັັວີໂອເອ ໄດ້ຕິດຕາມເບິ່ງ ສະມາຊິກສັງຄົມລາວ ທີ່ເປັນຄົນສັນຊາດອາເມຣິກັນ ແລະມີສິດປ່ອນບັດລົງຄະແນນສຽງ ເພື່ອຢາກຊາບເຖິງ ການໃຊ້ສິດຂອງເຂົາເຈົ້າວ່າ ຈະປ່ອນເອົາຄົນໃດ ແລະດ້ວຍເຫດຜົນອັນໃດ.
ພວກນັກພະຍາກອນອາກາດ ທີ່ສູນກາງເຮີຣິເຄນແຫ່ງຊາດ ຄາດວ່າ ເຮີຣິເຄນລໍຣາ ຈະມີຄວາມແຮງເພີ້ມຂຶ້ນກາຍເປັນລົມພາຍຸປະເພດ 3 ໃນເວລາພັດໄປເຖິງ ແຄມຝັ່ງຂອງອ່າວເມັກຊິໂກ.
ທ່ານ ໄມຄ໌ ຄັກໂຄແມນ ກ່າວວ່າ “ຂ້າພະເຈົ້າໄດ້ເຫັນມັນ ແລະ ຫຼາຍສິ່ງທີ່ທ່ານ ໄບດັນ ໄດ້ກ່າວແມ່ນພຽງ, ເຂົາເຈົ້າໄດ້ໂຈມຕີທ່ານປະທານາທິບໍດີ.”
ພັກເດໂມແຄຣັດ ໄດ້ນຳອອກເຜີຍແຜ່ ການໂຄສະນາເຍາະເຍີ້ຍ ກອງປະຊຸມໃຫຍ່ ຂອງພັກຣີພັບບລີກັນ ຄືກັນກັບທີ່ພັກຣີພັບບລີກັນ ໄດ້ເຮັດ ເວລາພັກເດໂມແຄຣັດ ຈັດກອງປະຊຸມໃຫຍ່ໃນອາທິດແລ້ວນີ້.
ການເລືອກຕັ້ງ ກຳລັງຖືກລໍ່ຫຼອມ ໃຫ້ເປັນ “ການຫຼອກລວງ ທີ່ຍິ່ງໃຫຍ່ທີ່ສຸດ ໃນປະຫວັດສາດ ດ້ານການເມືອງ” ນັ້ນແມ່ນຄຳເຫັນຂອງທ່ານປະທານາທິບໍດີ ໃນການກ່າວຄຳປາໄສຂອງທ່ານ.
ຫຼາຍປີມາແລ້ວ, ອົງການໄປສະນີ ສະຫະລັດ ໄດ້ປະເຊີນກັບການຂາດລາຍໄດ້ ແລະ ຈຳນວນຈົດໝາຍໄປສະນີ ທີ່ຫຼຸດລົງ, ຍ້ອນການເພີ່ມຂຶ້ນ ຂອງການສື່ສານທາງອອນໄລນ໌.
ນັກການທູດສູງສຸດສະຫະລັດ ທ່ານໄມຄ໌ ພອມພຽວ ຢ້ຽມຢາມຊູດານ ເພື່ອພົບປະກັບ ນາຍົກລັດຖະມົນຕີອັບດາລລາ ຮໍາດັອກ ແລະປະທານສະພາ ທ່ານອັບແດລ ຟັຕຕາ ແອລ-ເບີຮານ.
ພວກເຈົ້າໜ້າທີ່ໆມີສ່ວນຮ່ວມໄດ້ຖືກສັ່ງພັກວຽກຊົ່ວຄາວ ແລະ ຄຳສັ່ງຫ້າມອອກນອກເຮືອນ ໃນຍາມຄືນຈະມີຜົນບັງຄັບໃຊ້ ໃນເມືອງ ເຄໂນຊາ ແລະ ເຂດຊານເມືອງ.
ກອງປະຊຸມໃຫຍ່ແຫ່ງຊາດ ຂອງພັກຣີພັບບລີກັນ ເລີ້ມຂຶ້ນໃນວັນຈັນວານນີ້ ແລະຈະສິ້ນສຸດລົງ ໃນວັນພະຫັດ ຈະມານີ້.
ບັນດາຜູ້ແທນໃນເມືອງ ຊາລັອດ ຕ້ອງໄດ້ທຳການກວດອຸນຫະພູມ ຕາມປົກກະຕິ ແລະ ທຳການກວດໂຣກສຳລັບ COVID-19 ທຸກວັນ.
ໂຫລດຕື່ມອີກ
No live streaming currently available