ການເລືອກຕັ້ງ ກຳລັງຖືກລໍ່ຫຼອມ ໃຫ້ເປັນ “ການຫຼອກລວງ ທີ່ຍິ່ງໃຫຍ່ທີ່ສຸດ ໃນປະຫວັດສາດ ດ້ານການເມືອງ” ນັ້ນແມ່ນຄຳເຫັນຂອງທ່ານປະທານາທິບໍດີ ໃນການກ່າວຄຳປາໄສຂອງທ່ານ.
ຫຼາຍປີມາແລ້ວ, ອົງການໄປສະນີ ສະຫະລັດ ໄດ້ປະເຊີນກັບການຂາດລາຍໄດ້ ແລະ ຈຳນວນຈົດໝາຍໄປສະນີ ທີ່ຫຼຸດລົງ, ຍ້ອນການເພີ່ມຂຶ້ນ ຂອງການສື່ສານທາງອອນໄລນ໌.
ນັກການທູດສູງສຸດສະຫະລັດ ທ່ານໄມຄ໌ ພອມພຽວ ຢ້ຽມຢາມຊູດານ ເພື່ອພົບປະກັບ ນາຍົກລັດຖະມົນຕີອັບດາລລາ ຮໍາດັອກ ແລະປະທານສະພາ ທ່ານອັບແດລ ຟັຕຕາ ແອລ-ເບີຮານ.
ພວກເຈົ້າໜ້າທີ່ໆມີສ່ວນຮ່ວມໄດ້ຖືກສັ່ງພັກວຽກຊົ່ວຄາວ ແລະ ຄຳສັ່ງຫ້າມອອກນອກເຮືອນ ໃນຍາມຄືນຈະມີຜົນບັງຄັບໃຊ້ ໃນເມືອງ ເຄໂນຊາ ແລະ ເຂດຊານເມືອງ.
ກອງປະຊຸມໃຫຍ່ແຫ່ງຊາດ ຂອງພັກຣີພັບບລີກັນ ເລີ້ມຂຶ້ນໃນວັນຈັນວານນີ້ ແລະຈະສິ້ນສຸດລົງ ໃນວັນພະຫັດ ຈະມານີ້.
ບັນດາຜູ້ແທນໃນເມືອງ ຊາລັອດ ຕ້ອງໄດ້ທຳການກວດອຸນຫະພູມ ຕາມປົກກະຕິ ແລະ ທຳການກວດໂຣກສຳລັບ COVID-19 ທຸກວັນ.
ນ້ຳເມືອກເລືອດຈາກພວກຄົນປ່ວຍ ຜູ້ທີ່ໄດ້ຟື້ນຕົວຈາກໄວຣັສໂຄໂຣນາ ແລະມີພູມຕ້ານທານຢ່າງມະຫາສານນັ້ນ. ມັນໄດ້ຖືກນຳໃຊ້ ເພື່ອປິ່ນປົວພວກຄົນປ່ວຍຍ້ອນພະຍາດໄວຣັສ COVID-19 ຫຼາຍສິບພັນຄົນຢູ່ໃນສະຫະລັດ.
ພວກນັກພະຍາກອນອາກາດ ຂອງສະຫະລັດ ໄດ້ເຕືອນ ເຖິງອັນຕະລາຍໄຟໄໝ້ປ່າ ຢູ່ລັດຄາລິຟໍເນຍ ທີ່ອາດຈະເກີດຂຶ້ນ ຢູ່ເຂດອ່າວຂອງນະຄອນນະຄອນແຊນແຟຣຊິສໂກ ແລະເໜືອຂຶ້ນໄປ ເລາະລຽບຕາມຊາຍຝັ່ງ.
ພວກນັກຊ່ຽວຊານ ກ່ຽວກັບອຸດສາຫະກຳນີ້ ກ່າວວ່າ ການເດີນທາງໂດຍທາງອາກາດ ບໍ່ໄດ້ດີຂຶ້ນເລີຍ ໃນຂະນະທີ່ມັນຄວນຈະເປັນ ຫຼັງຈາກຄ່ອຍໆເພີ້ມຂຶ້ນເລັກໆນ້ອຍໆ ໃນໄລຍະສອງສາມເດືອນ ທີ່ຜ່ານມນີ້.
ທ່ານແບນນອນ ປະຕິເສດບໍ່ຍອມຮັບຜິດ ຢູ່ສານລັດຖະບານກາງ ໃນນະຄອນນິວຢອກ ທ່ານໄດ້ຖືກປ່ອຍໂຕ ໂດຍວາງເງິນປະກັນ 5 ລ້ານໂດລາ.
ທ່ານໄບເດັນ ກ່າວຕໍ່ປະຊາຊົນອາເມຣິກັນວ່າ ມັນເຖິງເວລາແລ້ວ ທີ່ຈະຕ້ອງປົດປະທານາທິບໍດີ ດໍໂນລ ທຣໍາ ທີ່ສັງ ກັດພັກຣີພັບບລິກັນນັ້ນ ອອກຈາກທໍານຽບຂາວ ຫລັງຈາກສິ້ນສຸດ ການດໍາລົງຕໍາແໜ່ງສະໄໝທີນຶ່ງໄປ.
ທ່ານໄມຄ໌ ພອມພຽວ ໄດ້ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ແລະລັດຖະບານຂອງທ່ານ ໄດ້ “ຖິ້ມເລື້ອງທີ່ເສກສັນປັ້ນແຕ່ງ” ທີ່ວ່າ ອີຣ່ານນັ້ນ ພຽງສະແຫວງຫາ ໂຄງການນິວເຄລຍເພື່ອ ໃຊ້ໃນທາງສັນຕິ.
ໂຫລດຕື່ມອີກ
No live streaming currently available