ທ່ານນາງ ຈັນພອນເວົ້າວ່າ ບໍ່ມີຜູ້ສະໝັກຄົນໃດດອກທີ່ສົມບູນ. ສິ່ງທີ່ຄົນໃນປະຊາຄົມລາວ ຕ້ອງເຫັນນໍາກັນກໍຄືວ່ານັບແຕ່ປີ 2017 ເປັນຕົ້ນມາມີການທັບມ້າງສິດທິມະນຸດ ໂດຍຄະນະລັດຖະບານປັດຈຸບັນ.
ປະທານາ ທິບໍດີດໍໂນລ ທຣໍາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ກຳລັງທະນໍຫານສະຫະລັດປະມານ 5,000 ຄົນຢູ່ໃນອີຣັກ ຈະຖອນອອກໃນບໍ່ຊ່້ານີ້.
ການກ່າວຄຳປາໄສໃນຄືນທີສາມ ຂອງກອງປະຊຸມແຫ່ງຊາດ ຂອງພັກເດໂມແຄຣັດໃນວັນພຸດວານນີ້, ທ່ານນາງ ແຮຣິສ ໄດ້ຕຳໜິວິຈານ ການຮັບມືກັບໂຣກລະບາດໄວຣັສໂຄໂຣນາ ແລະ ເສດຖະກິດຂອງທ່ານ ດໍໂນລ ທຣຳ.
ທ່ານນາງ ກ່າວຖະແຫລງ ຈາກບ້ານພັກຂອງທ່ານໄບເດັນ ຢູ່ໃນລັດເດລາແວ ຕໍ່ກອງປະຊຸມຂອງພັກເດໂມແຄຣັດ ຜ່ານທາງອອນໄລນ໌.
ພວກສັງກັດພັກເດໂມແຄຣັດ ໄດ້ປ່ຽນຈາກການທີ່ເຄີຍຖ່າຍທອດສົດ ແບບຊໍານິຊໍານານ ສໍາລັບງານທີ່ມີພວກ ນັກການເມືອງ ຢືນກ່າວຄໍາປາໄສເທິງເວທີ ໃນຫໍໂຮງອັນກວ້າງໃຫຍ່ ທີ່ເຕັມໄປດ້ວຍຜູ້ຄົນອັ່ງອໍກັນຢູ່.
“ລັດຖະບານຂອງຂ້າພະເຈົ້າ ຈະບໍ່ອະນຸຍາດໃຫ້ ສະຖານະການດ້ານນິວເຄລຍຂອງອີຣ່ານນີ້ ດຳເນີນຕໍ່ໄປ” ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ.
ທ່ານນຶ່ງທີ່ອາໄສຢູ່ລັດ ໄອໂອວາ, ເຊິ່ງທ່ານເປັນຜູ້ສະໜັບສະໜູນພັກ ຣີພັບບລີກັນ ທີ່ໄດ້ກ່າວ ກ່ຽວກັບ ທ່ານ ໄບເດັນ ໂດຍຂໍບໍ່ບອກຊື່ວ່າ “ລາວກໍມີຄວາມຮູ້ເນາະ, ລາວກໍເຖົ້າແດ່ແລ້ວ.”
ທ່ານນາງ ທີນາມະຫາລາດ ຊຶ່ງເປັນເປັນແມ່ຍິງເຊື້ອສາຍເອເຊຍຜູ້ທໍາອິດທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ແທນໃນການເລືອກຕັ້ງຄົນນຶ່ງເຂົ້າຮ່ວມໃນກອງປະຊຸມໃຫຍ່ໃນການເລືອກເອົາຜູ້ຕາງໜ້າພັກ.
ທ່ານ ໄບເດັນ ໄດ້ກ່າວວ່າ ການສະເໜີຊື່ນັ້ນ “ໝາຍເຖິງໂລກ ຕໍ່ຂ້າພະເຈົ້າ ແລະ ຄອບຄົວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຈະພົບທ່ານອີກ ໃນວັນພະຫັດນີ້,”
ຄະນະກຳມະການສືບລັບສະພາສູງ ເຜີຍແຜ່ການຄົ້ນພົບ ລາຍລະອຽດໃໝ່ ກ່ຽວກັບການໃຊ້ອິດທິພົນແຊກແຊງ ຢູ່ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ປີ 2016.
ທ່ານເດີໂຈຍ ໄດ້ຕັດຄ່າລ່ວງເວລາໃຫ້ແກ່ພວກຄົນງານ ຊຶ່ງພວກຕ້ອງຕິກົມໄປສະນີ ໄດ້ກ່າວວ່າ ເປັນເຫດຜົນທີ່ເຮັດໃຫ້ມີການສົ່ງຈົດໝາຍທີ່ຫລ້າຊ້າເມື່ອບໍ່ດົນມານີ້.
ທ່ານນາງຄາມາລາ ແຮຣິສ ມາຊິກສະພາສູງ ຈາກລັດຄາລິຟໍເນຍ ສະໝັກເປັນຮອງປະທານາທິບໍດີ ສຫລ ທີ່ຈະ ມີການລົງຄະແນນສຽງເລືອກຕັ້ງ ໃນວັນທີ 3 ພະຈິກ ຈະມາເຖິງນີ້. ການລົງຄະແນນສຽງເລືອກຕັ້ງແຂ່ງຂັນ ກັບປະທານາທິບໍດີ ດໍໂນລ ທຣໍາ ໃນ ວັນທີ 3 ພະຈິກ ປີ 2020 ຈະມາເຖິງນີ້.
ໂຫລດຕື່ມອີກ
No live streaming currently available