ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ປະກາດ ການຖອນແຜນການ ຈັດກອງປະຊຸມໃຫຍ່ ຂອງພັກຣີພັບບລິກັນ ໃນເດືອນໜ້ານີ້ ທີ່ຈະຈັດຂຶ້ນໃນເມືອງແຈັກສັນວີລ, ລັດຟລໍຣີດາ.
ທ່ານພອມພຽວ ໄດ້ກ່າວວ່າ ປັກກິ່ງໄດ້ຮັບຜົນປະໂຫຍດ ຈາກການພົວພັນ ຫຼາຍເກີນກວ່າສະຫະລັດ ແລະວ່າ ຈີນໄດ້ “ກັດມືຂອງນາໆຊາດ ທີ່ໄດ້ປ້ອນພວກເຂົາເຈົ້ານັ້ນ.”
ຜູ້ພິພາກສາປະຈຳເຂດ ສະຫະລັດ ທ່ານ ໄມເກິລ ໄຊມອນ ໄດ້ຫ້າມພວກເຈົ້າໜ້າທີ່ ບໍ່ໃຫ້ທັບມ້າງ, ຈັບກຸມ, ຂົ່ມຂູ່ທີ່ຈະຈັບ, ຫຼື ໃຊ້ກຳລັງ ຕໍ່ຜູ້ສັງເກດການ ທາງກົດໝາຍ ແລະ ນັກຂ່າວ.
ບັນດານັກສືບສວນ ດ້ານອາຊະຍາກໍາ ກ່າວວ່າ ສິ່ງທີ່ພາໃຫ້ເກີດຄວາມຮຸນແຮງ ຢ່າງແທ້ຈິງຢູ່ໃນສະຫະລັດ ນັ້ນ ແມ່ນຍາກທີ່ຈະຮູ້ໄດ້.
ເຈົ້າຄອງນະຄອນຊິຄາໂກ ທ່ານນາງ ລໍຣີ ໄລຟຸດ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການປະກາດຂອງທ່ານທຣຳ ນັ້ນ ເປັນ “ການດຶງດູດຄວາມສົນໃຈດ້ານການເມືອງ.”
ປະທານາທິບໍດີ ທຣໍາປະກາດວ່າ ລັດຖະບານຈະເອົາເງິນຊ່ວຍເຫລືອຈໍານວນ 5 ຕື້ໂດລາ ເພີ້ມອີກ, ເອົາອຸປະກອນ ແລະຝຶກອົບຮົມ ໃຫ້ແກ່ເຮືອນພັກຄົນຊະລາ ຂອງປະເທດ.
ບໍລິສັດເພສັດຊະກຳ Pfizer ແລະບໍລິສັດ BioNTech ກຳລັງພັດທະນາ ແລະໄດ້ສະແດງໃຫ້ເຫັນ ເຖິງຄວາມຫວັງ ຂັ້ນຕົ້ນ ຂອງການທົດລອງກັບມະນຸດ.
ທ່ານນາງຊີນາ ເລົ່າສູ່ວີໂອເອລາວຟັງວ່າ ໂຮງແຮມໄດ້ເປີດຮັບແຂກພຽງ 15 ເປີເຊັນຂອງຈຳນວນຫ້ອງທັງໝົດ ໂດຍຈະຖືກນຳໃຊ້ເປັນສະຖານທີ່ກັກຕົວໃນບໍລິເວນ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຢືນຢັດເມື່ອບໍ່ດົນມານີ້ວ່າ ໂຮງຮຽນຕ້ອງເປີດຄືນໃນລະດູໃບໄມ້ຫຼົ່ນນີ້.
ໃນຂົງເຂດການແພດມີຄົນ ຫວ່າງງານ ຫລືຖືກຕັດເງິນເດືອນລົງ ໃນຂະນະທີ່ທ່ານໝໍ ແລະພະນັກງານແພດ ທີ່ກວດພະຍາດ ແລະປິ່ນປົວພະຍາດໂຄວິດ-19 ບໍ່ພໍກັບຄວາມຕ້ອງການ ຢູ່ໃນຫລາຍເຂດ.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ດິກ ເດີບິນ ໄດ້ກ່າວໃນວັນ ອັງຄານວານນີ້ວ່າ ມັນມີແຕ່ການຟ້ອງຮ້ອງຄະດີ ກະຈັດກະຈາຍໄປທົ່ວປະເທດ ທີ່ ກ່ຽວຂ້ອງກັບໂຣກລະບາດ.
ທ່ານ ໄມຄ໌ ພອມພຽວ ພົບກັບນາຍົກລັດຖະມົນຕີອັງກິດ ໃນຂະນະທີ່ຄວາມເຄັ່ງຕຶງ ລະຫວ່າງສະຫະລັດກັບຈີນ ເພີ້ມທະວີຂຶ້ນ ໃນເລື້ອງການຄ້າ, ສະຖານະການໃນເຂດທະເລຈີນໃຕ້ ແລະອື່ນໆ.
ໂຫລດຕື່ມອີກ
No live streaming currently available