ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ເດີນຫຍ້າທິດໃຕ້ຂອງທຳນຽບຂາວ ໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າມີຄວາມຮູ້ສຶກໃນແງ່ບວກວ່າ ມັນຄົງຈະພ້ອມໃນປະມານວັນນັ້ນຫລະ.”
ຫຼັງຈາກທີ່ໄດ້ຂົ່ມຂູ່ວ່າ ຈະຫ້າມບໍ່ໃຫ້ໃຊ້ແອັປດັ່ງກ່າວຢູ່ໃນສະຫະລັດ ປະທານາທິ ບໍດີ ດໍໂນລ ທຣຳ ໄດ້ອ່ອນທ່າທີຂອງທ່ານລົງ ໃນວັນອາທິດຜ່ານມາ ພາຍຫຼັງທີ່ໄດ້ໂທລະສັບລົມກັນກັບຫົວໜ້າອຳນວຍການຂອງບໍລິສັດ ໄມໂຄຣຊອຟທ໌
ແຕ່ທ່ານ ຟາວຈິ ເຄີຍເວົ້າໃນເມື່ອກ່ອນວ່າ ບໍ່ມີການຮັບປະກັນໄດ້ວ່າ ຢາວັກຊີນ ຈະໃຫ້ການປ້ອງກັນໄລຍະຍາວຕໍ່ພະຍາດໂຄວິດ-19 ຍ້ອນວ່າມັນເປັນໄວຣັສໂຄ ໂຣນາ ຊະໜິດໃໝ່ ແລະພວກນັກວິທະຍາສາດຍັງກໍາລັງຮຽນຮູ້ກ່ຽວກັບມັນຢູ່.
ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວວ່າ “ພວກເຮົາ ໄດ້ປະກາດປິດສະ ຖານກົງສຸນ ຈີນ ໃນນະຄອນ ຮູສຕັນ ເພາະວ່າມັນເປັນສູນກາງຂອງການສອດແນມ.
“ອີງຕາມຂໍ້ຕົກລົງແລ້ວ, ໂຮງກັ່ນນໍ້າມັນແຫ່ງນຶ່ງຈະຖືກສ້າງຂຶ້ນໃນພາກຕາເວັນ ອອກສຽງເໜືອຂອງ ຊີເຣຍ ໃນມູນຄ່າ 150 ລ້ານໂດລາ,” ນັ້ນຄືຄໍາເວົ້າຂອງເຈົ້າໜ້າທີ່ເຄີດ ກ່າວຕໍ່ວີໂອເອ.
ທ່ານຮຸກຄ໌ ໄດ້ກ່າວໄປອີກວ່າ “ການຫ້າມສົ່ງອອກອາວຸດນັນ ໄດ້ວາງອອກ 13 ປີມາແລ້ວ. ອີຣ່ານ ຍັງສາມາດທີ່ຈະເຄື່ອນຍ້າຍອາວຸດຫຼາຍໆຢ່າງໄປທົ່ວເຂດຕາເວັນອອກກາງ ໃຫ້ແກ່ກຸ່ມທີ່ເປັນຕົວແທນຂອງຕົນຢູ່ໃນເຂດສີຂີ້ເຖົ່າ.
ທ້າວຫານຊະນະ ເວົ້າສູ່ຟັງອີກວ່າ ພວກທີ່ເຊົ່າຢູ່ຕໍ່ໄປໂດຍສ່ວນໃຫຍ່ ກໍເຮັດວຽກຢູ່ບ້ານ ບາງຄົນກໍບໍ່ໄດ້ມີບັນຫາເລື້ອງຄ່າເຊົ່າພໍປານໃດ ແຕ່ບໍລິສັດກໍໄດ້ຫລຸດຄ່າເຊົ່າໃຫ້ເຂົາເຈົ້າ 300 ຫາ 400 ໂດລາກໍມີ.
ທ່ານນາວສັນ ຮົວຄີນ ກາຣເຊຍ ຂອງໂບດ La Luz del Mundo ຊຶ່ງແປວ່າ ໂບດແຫ່ງແສງສະຫວ່າງ ທີ່ນະຄອນ ລອສ ແອບເຈີລິສ ຍັງຖືກກັກຂັງ ໃນຂໍ້ກ່າວຫາຂົ່ມຂືນເດັກນ້ອຍ.
ການກວດໂຣກສຳລັບໄວຣັສໂຄໂຣນາປະຈຳວັນໃນສະຫະລັດ ແມ່ນໄດ້ຫຼຸດລົງ, ເຖິງແມ່ນວ່າຕົວເລກຜູ້ເສຍຊີວິດສູງສຸດຈະເພີ່ມຂຶ້ນກໍຕາມ, ອີງຕາມການລາຍງານຂອງອົງການຂ່າວ AP ໃນວັນພຸດວານນີ້.
ມັນມີຄວາມສ່ຽງຕ່າງໆສຳລັບຜູ້ໃຊ້ເຊິ່ງລວມມີ ການເກັບກຳຂໍ້ມູນຂອງຜູ້ໃຊ້ໂດຍ TikTok, ການຕິດຕໍ່ກັບຄົນແປກໜ້າ ແລະ ການທ້າທາຍຕ່າງໆຈາກແອັບ ພລີເຄຊັ້ນດັ່ງກ່າວ ທີ່ອາດກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ.
ທ່ານ ເມໂດສ໌ ໄດ້ເອີ້ນການປະຊຸມຂອງວັນອັງຄານວານນີ້ວ່າ “ອາດຈະເວົ້າໄດ້ວ່າເປັນກອງປະຊຸມທີ່ມີໝາກຜົນທີ່ສຸດເທົ່າທີ່ພວກເຮົາມີມາຮອດປັດຈຸບັນນີ້.”
ທ່ານພອມພຽວ ກ່າວຕື່ມອີກວ່າ “ອີຣ່ານຍັງຄົງເປັນປະເທດທີ່ໃຫຍ່ທີ່ສຸດຂອງໂລກ ທີ່ໃຫ້ການສະໜັບສະໜຸນກຸ່ມການກໍ່ການຮ້າຍ ແລະມີລະບົບອາວຸດຕ່າງໆທີ່ເຂົ້າຫາໄດ້ ແລະມີການຄ້າ ແລະເງິນທີ່ລັ່ງໄຫລເຂົ້າມາຈາກພັກຄອມມິວນິສຂອງຈີນ
ໂຫລດຕື່ມອີກ
No live streaming currently available