ສະຫະລັດສ້າງສະຖິຕິໃໝ່ອີກຄັ້ງນຶ່ງ ກ່ຽວກັບໂຣກລະບາດໄວຣັສໂຄໂຣນາ ໂດຍມີຜູ້ເສຍຊີວິດຍ້ອນ COVID-19 ກາຍ 150,000 ຄົນໃນວັນພຸດວານນີ້.
ທ່ານທຣຳ ໄດ້ກ່າວອ້າງໃນວັນພຸດວານນີ້ ວ່າ “ພວກຫົວຮຸນແຮງຝ່າຍຊ້າຍ ກຳລັງຕໍ່ສູ້ເພື່ອທີ່ຈະລົບລ້າງພະລັງງານຂອງອາເມຣິກາ, ທຳລາຍອຸດສາຫະກຳນ້ຳມັນ ແລະນ້ຳມັນເຊື້ອໄຟ
ຜູ້ປົກຄອງລັດ ອໍເຣກອນເວົ້າວ່າ ເຈົ້າໜ້າທີ່ຂອງລັດຖະບານກາງຈະເລີ້ມອອກໜີຈາກນະຄອນ ປອດແລນ ໃນວັນພະຫັດມື້ນີ້ ພາຍຫລັງທີ່ມີຂໍ້ຕົກລົງການລະຫວ່າງ ເຈົ້າໜ້າທີ່ທ້ອງຖິ່ນກັບລັດຖະບານກາງ.
ບໍລິສັດ Ninja Foods ແມ່ນບໍລິສັດຜະລິດຕະພັນສິນຄ້າຂອງຄົນ ລາວ ພຽງບໍ ລິສັດດຽວໃນລັດ ອາແຄນຊໍ.
ຄໍາສັ່ງການເປີດໂຮງຮຽນຄືນໃນກາງເດືອນໜ້າ ໄດ້ພາໃຫ້ເກີດການເດີນຂະບວນປະທ້ວງຂອງພວກນາຍຄູ ແລະພໍໍ່ແມ່ນັກຮຽນຫລາຍຄົນໃນອາທິດແລ້ວນີ້ຢູ່ໃນລັດອາຣິໂຊນາ.
ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ ວິລລຽມ ບາ ປາກົດຕົວຕໍ່ຄະນະກຳມະການຕຸລາການສະພາຕໍ່າ ທີ່ຖືກຄວບຄຸມ ໂດຍພັກເດໂມແຄຣັດເປັນຄັ້ງທຳອິດ ໃນຖານະເປັນລັດຖະມົນຕີກະຊວງຍຸຕິທຳ.
ຄົນເຂົ້າຮ່ວມການສໍາຫລວດປະມານ 50 ເປີເຊັນເວົ້າວ່າ ພວກເຂົາເຈົ້າເປັນຫ່ວງຫລາຍ ຫລື ເປັນຫ່ວງຫລາຍທີ່ສຸດກ່ຽວກັບການທີ່ລູກຂອງເຂົາເຈົ້າຈະຮຽນໜັງສືບໍ່ໄດ້ຕາມແຜນການ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະຍຸຕິໂຄງການ DACA ທີ່ໄດ້ຖືກບັນຍັດໃຫ້ເປັນກົດໝາຍໂດຍປະທານາທິບໍດີຄົນກ່ອນ ທ່ານບາຣັກ ໂອບາມາ ໃນປີ 2012
ບັນດາພະພິຂຸສົງຢູ່ຕາມວັດວາອາຮາມທັງຫຼາຍຢູ່ໃນສະຫະລັດ ໄດ້ຮັບຜົນກະທົບໃນການປະກອບພິທີທາງສາ ສະໜາ ແລະສະຫຼອງບຸນຕ່າງໆ ເພາະອອກຕົນຍາດໂຍມກໍບໍ່ສາມາດມາເຕົ້າໂຮມກັນໄດ້ ຄືແຕ່ກ່ອນ.
ລັດຈໍເຈຍຂອງສະຫະລັດ ກໍາລັງໃຫ້ກຽດແກ່ມື້ລາງສະມາຊິກລັດຖະສະພາ ແລະ ຜູ້ສໍາຄັນໃນດ້ານສິດທິພົນລະເມືອງໃນນວັນ ພຸດວານນີ້.
ເປັນຄັ້ງທີສອງທີ່ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ຖືກຖ່າຍພາບໃນຂະນະທີ່ໃສ່ໜ້າກາກ ທ່າມກາງໂຣກລະບາດຂອງໄວຣັສໂຄໂຣນາຢູ່ໃນທົ່ວໂລກ.
ວັນຈັນວານນີ້ ເລີ້ມການທົດລອງ ຢາວັກຊິນ ກັນພະຍາດໂຄວິດ-19 ສອງຊະນິດທີ່ມີຄວາມເປັນໄປໄດ້ສູງ ຢູ່ໃນສະຫະລັດ ເພື່ອກໍານົດກ່ຽວກັບຄວາມປອດໄພ ແລະປະສິດທິພາບຂອງຢາດັ່ງກ່າວ.
ໂຫລດຕື່ມອີກ
No live streaming currently available