ທ່ານໂຮຍເອີ ເວົ້າວ່າ ທ່ານຫວັງວ່າ ບັນດາສະມາຊິກ ຈາກພັກຣີພັບບລີກັນ ຈະເອົາປະເທດມາກ່ອນພັກ ແລະ ລົງຄະແນນສຽງ ໃນມາດຕະການທີ່ກ່າວນັ້ນ ຄຽງຄູ່ກັບບັນດາສະມາຊິກ ຈາກພັກເດໂມແຄຣັດ.
ກົດລະບຽບດັ່ງກ່າວ ມີກຳນົດຈະເລີ້ມມີຜົນບັງຄັບໃຊ້ ໃນວັນອັງຄານມື້ນີ້ ແລະ ຄາດວ່າ ຈະພາໃຫ້ມີການທ້າທາຍທາງກົດໝາຍຢ່າງເປັນຂະບວນ.
ສຳນັກງານ ດ້ານການໃຫ້ຄຳປຶກສາພິເສດ ຂອງສະຫະລັດ ໄດ້ແນະນຳ ຢູ່ໃນບົດລາຍງານສະບັບນຶ່ງ ທີ່ສົ່ງໄປໃຫ້ ປະທານາທິບໍດີ ດໍໂນລ ທຣຳ ໃນເດືອນມິຖຸນາ ວ່າ ໃຫ້ປົດທ່ານນາງຄອນເວ ອອກຈາກຕຳແໜ່ງ.
ລັດຖະມົນຕີກະຊວງຍຸຕິທຳ ເອີ້ນການຕໍ່ຕ້ານຊາວຢິວ ວ່າເປັນ “ມະເຮັງ,” ແລະທ່ານເປັນຫ່ວງເປັນໃຍຢ່າງໃຫຍ່ຫຼວງ ກ່ຽວກັບການເພີ້ມຂຶ້ນ ຂອງອາຊະຍາກຳ ທີ່ກຽດຊັງ ແລະຄວາມຮຸນແຮງ ທາງການເມືອງ.
ແຕ່ຄວາມຢ້ານກົວພາຍໃນປະຊາຄົມຄົນເຂົ້າເມືອງ ຢູ່ໃນຫົວເມືອງໃຫຍ່ຫຼາຍແຫ່ງຈາກພວກເຈົ້າໜ້າທີ່ໝວກດຳ ທີ່ຈະຖີບປະຕູລົງ ແລະຮ້ອງອອກຄຳສັ່ງຕ່າງໆນາໆນັ້ນແມ່ນບໍ່ໄດ້ເກີດຂຶ້ນເລີຍ.
ທ່ານທຣຳ ໃນທວີດເຕີ້ ໄດ້ແນເປົ້າໝາຍໃສ່ ພວກສະມາຊິກສະພາແມ່ຍິງຫົວກ້າວໜ້າຈາກພັກເດໂມແຄຣັດ ໂດຍບອກພວກເຂົາເຈົ້າ ໃຫ້ “ກັບຄືນໄປ” ແລະຊ່ອຍແກ້ໄຂພວກປະເທດ ທີ່ “ເຕັມໄປດ້ວຍອາຊະຍາກຳ” ຊຶ່ງພວກເຂົາເຈົ້າມາຈາກນັ້ນ.
ພາຍຸ ແບຣີ ເປັນພາຍຸລູກທີສອງຂອງລະດູການພາຍຸ ເຮີຣິເຄນ ມະຫາສະໝຸດ ແອັດແລນຕິກ ປີ 2019, ເຊິ່ງຈະມີໄປຈົນຮອດວັນທີ 30 ພະຈິກ.
ຜົນການສຶກສາຄົ້ນຄວ້າ ໄດ້ຖືກນຳມາປຶກສາຫາລື ຢູ່ທີ່ກອງປະຊຸມ ສະມາຄົມ Alzheimer ສາກົນ ໃນນະຄອນ ລອດສ໌ ແອນເຈີເລັສ ແລະ ໄດ້ຖືກພິມເຜີຍແຜ່ ທາງອອນລາຍ ໂດຍວາລະສານ ຂອງສະມາຄົມການແພດ ຂອງອາເມຣິກາ.
ເຖິງຢ່າງໃດກໍຕາມ ມາເຖິງຕອນເດິກຂອງວັນເສົາວານນີ້ ເມືອງນິວອໍລີນ ກໍໄດ້ພົ້ນໄພອັນຕະລາຍຈາກ ພາຍຸດັ່ງກ່າວ ພຽງແຕ່ໄດ້ຮັບຝົນຕົກ ລົງມາເລັກນ້ອຍ ແລະມີລົມພັດແຮງເປັນໄລຍະໆ.
ຫຼັງຈາກນັ້ນຕຳຫຼວດໄດ້ເຫັນທ້າວ ແວນ ສປຣອນເຊັນ ແລະ ໄດ້ພິຈາລະນາວ່າລາວຖືກຍິງ ແລະ ເສຍຊີວິດຢູ່ຈຸດເກີດເຫດ.
ຜູ້ປົກຄອງລັດນິວຢອກ ທ່ານ ແອນດຣູ ຄູມໂມ ກ່າວອີກວ່າ “ພວກເຮົາຈະມີໄຟຟ້າດັບຂະໜາດໃຫຍ່ແບບນີ້ຢູ່ໃນ ນະຄອນນິວຢອກ ອີກບໍ່ໄດ້.”
ໂທລະເລກທີ່ຮົ່ວໄຫຼອອກມາ ຄວນຖືກເບິ່ງໄດ້ໂດຍບັນດາລັດຖະມົນຕີອາວຸໂສ ແລະ ຂ້າລັດຖະການຂອງ ອັງກິດ ເທົ່ານັ້ນ.
ໂຫລດຕື່ມອີກ