ທ່ານນາງຊອນຍາ ກລາວາສກີ ຜູ້ອຳນວຍການ ໂຄງການກະຊວງພະລັງງານ ສະຫະລັດ ກ່າວວ່າ “ເຮືອບິນທີ່ໃຊ້ໄຟຟ້າ ມີສຽງມິດງຽບກວ່າ ສະອາດຫຼາຍກວ່າ ແລະລາຄາຖືກກວ່າ ໃນການປະຕິບັດງານ.”
ການລະເບີດຢ່າງຕໍ່ເນື່ອງ ໄດ້ທຳລາຍຕຶກອາຄານ ຫຼາຍກວ່າ 40 ຫຼັງແລ້ວ ໃນເກາະນີ້ ເຖິງແມ່ນວ່າ ລາວາທີ່ໄຫຼອອກມານັ້ນ ໄດ້ແຂງຕົວ ແຕ່ຮອຍແຕກແຫ່ງໃໝ່ ແມ່ນປາກົດວ່າ ໄດ້ມີເພີ່ມຂຶ້ນຢູ່ເລື້ອຍໆ.
ໂຄສົກຍິງ ຂອງສະຕີໝາຍເລກນຶ່ງ ກ່າວວ່າ ທ່ານນາງໄດ້ຮັບການປິ່ນປົວ ໃນຕອນເຊົ້າວັນຈັນວານນີ້ ດ້ວຍຜົນສຳເລັດ ແລະບໍ່ມີບັນຫາໃດໆທັງສິ້ນ.
ຂໍ້ຕົກລົງນິວເຄລຍປີ 2015 ໄດ້ຍົກຍ້ອງວ່າ ເປັນໄຊຊະນະດ້ານການທູດຂອງໂລກ ຊຶ່ງເປັນຂໍ້ຕົກລົງປ້ອງກັນ ບໍ່ໃຫ້ມີການແຜ່ຜາຍອາວຸດນິວເຄລຍ ທີ່ໄດ້ ມີການເຈລະຈາກັນຢ່າງຂຸ້ນຂ້ຽວມາ ດົນກວ່າເຈັດປີ.
ທ່ານໄດ້ຂຽນທວີດ ວ່າ ທ່ານ ກຳລັງປະສານງານ ກັບ ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ເພື່ອຫລຸດຜ່ອນ ຜົນກະທົບ ທາງດ້ານເສດຖະກິດ ຢູ່ບໍລິສັດ ZTE ແລະ ໄດ້ສັ່ງໃຫ້ກະຊວງການຄ້າ “ເຮັດໃຫ້ມັນແລ້ວໄປ!”
ລຸນຫຼັງການພົບປະກັບຜູ້ນຳເກົາຫຼີເໜືອ ກິມຈົງອຶນ ທີ່ພຽງຢາງ ມາສອງຄັ້ງແລ້ວ ທ່ານ ພອມພຽວ ກໍເວົ້າວ່າ ທ່ານ “ໝັ້ນໃຈ” ວ່າ ທ່ານ ກິມ ກໍມີຈຸດປະສົງອັນດຽວກັນ ກັບຊາວອາເມລິກັນ.
ອົງາກນສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS ໄດ້ບັນທຶກ ແຜ່ນດິນໄຫວຫຼາຍກວ່າ 20 ຄັ້ງແລ້ວ ພຽງມື້ດຽວ ເທົ່ານັ້ນ ຢູ່ໃນບໍລິເວນ ໃກ້ໆກັບຊາຍຝັ່ງກ້ຳຕາເວັນອອກ ຂອງເກາະໃຫຍ່ ໃນວັນເສົາວານນີ້.
ສະຫະລັດ ກຽມເປີດ ສະຖານທູດແຫ່ງໃໝ່ ທີ່ນະຄອນ ເຈຣູຊາແລັມ ໃນວັນຈັນຈະມາ ຊຶ່ງຄາດກັນວ່າ ຈະມີທັງ ການສະເຫຼີມສະຫຼອງ ແລະການຮັບມື ກັບຄວາມວຸ້ນວາຍ.
ສະຫະລັດ ກ່າວວ່າ ເກົາຫຼີເໜືອ ຈະບໍ່ໄດ້ຮັບ ການຜ່ອນຜັນ ໃນການລົງໂທດໃດໆ ຈົນເທົ່າເກົາຫຼີເໜືອ ກາຍເປັນປະເທດ ທີ່ປອດອາວຸດນິວເຄລຍ ຢ່າງຖາວອນ ທີ່ມີການພິສູດໄດ້.
ບັນດາເຈົ້າໜ້າທີ່ອະວຸໂສ ຈາກສະຫະລັດ ການາດາ ແລະເມັກຊິໂກ ໄດ້ເສັດສິ້ນ ການເຈລະຈາຮອບຫຼ້າສຸດ ກ່ຽວກັບຂໍ້ຕົກລົງ ການຄ້າເສລີໃ ນອາເມຣິກາເໜືອ ໂດຍປາດສະຈາກ ຄວາມກ້າວໜ້າທີ່ສຳຄັນໃດໆ.
ພວກນັກວິທະຍາສາດ ກຳລັງເຕືອນ ໃຫ້ປະຊາຊົນ ຢູ່ເກາະໃຫຍ່ ລັດຮາວາຍ ກ່ຽວກັບການລະເບີດ ທີ່ຈະເກີດຂຶ້ນ ຢູ່ປ່ອງພູໄຟ ພາຍໃນອາທິດນີ້.
ໂຫລດຕື່ມອີກ