ບໍລິສັດທັງສອງ ກ່າວວ່າ ຫລັງຈາກຮວມກັນແລ້ວ ທາງບໍລິສັດ ຈະແຍກກັນເຮັດ 3 ທຸລະກິດ ທີ່ແນໃສ່ ການກະເສດ ວິທະຍາສາດ ແລະ ຜະລິດຕະພັນພິເສດ.
ງານວາງສະແດງເຄື່ອງໃຊ້ ອີເລັກໂທຣນິກ ທີ່ຖືກພິຈາລະນາວ່າ ເປັນງານວາງສະແດງ ທີ່ມີຄວາມສຳຄັນທີ່ສຸດ ຈະຈັດຂຶ້ນ ໃນທຸກເດືອນມັງກອນ ທີ່ນະຄອນ Las Vegas.
ອົງການ FBI ບໍ່ໄດ້ແຈ້ງໃຫ້ຊາບວ່າ ເຂົາເຈົ້າຊອກຫາຫຍັງ ແຕ່ລາຍງານຂ່າວນຶ່ງ ເວົ້າວ່າ ອາດຈະເປັນ ເຄື່ອງເກັບຂໍ້ມູນ ຂອງຄອມພິວເຕີ້ ທີ່ຖືກຖິ້ມ ລົງໃນໜອງນ້ຳ.
ທ່ານ Trump ໄດ້ຮຽກຮ້ອງ ໃຫ້ຍຸຕິທັງໝົດ ແລະຢ່າງສິ້ນເຊີງ ໃນການບໍ່ອະນຸຍາດໃຫ້ ຊາວມຸສລິມ ເຂົ້າມາຍັງ ສະຫະລັດ ຈົນກວ່າລັດຖະບານ ຫາວິທີທາງແກ້ໄຂ.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ຮຽກຮ້ອງໃຫ້ນາໆຊາດ ເພີ້ມທະວີການຊ່ອຍເຫລືອ ໃນການຕໍ່ສູ້ ກັບກຸ່ມ IS.
ທ້າວ Farook ແລະນາງ Malik ໄດ້ກາຍເປັນ ພວກຫົວຮຸນແຮງຈັດ “ມາໄດ້ດົນນານ ພໍສົມຄວນແລ້ວ” ກ່ອນທີ່ຈະທຳການໂຈມຕີ ໃນເມືອງ San Bernadino ລັດ California.
ນັບແຕ່ທຳນຽບຂາວ ໄປຫາທຳນຽບຫ້າແຈ ຕະຫລອດທັງ ບັນດາຜູ້ນຳຂອງໂລກ ແລະກຸ່ມຜູ້ຕາງໜ້າ ທີ່ເປັນປາກກະບອກສຽງ ໃຫ້ແກ່ຊາວມຸສລິມ ພາກັນຕິຕຽນ ທ່ານ Trump.
ພັກເດໂມແຄຣັດ ທັງໃນສະພາຕໍ່າ ແລະສະພາສູງ ໄດ້ໃຊ້ກົນລະຍຸດ ດ້ານລະບຽບການ ໃນຄວາມພະຍາຍາມ ໃຫ້ບັນດາຜູ້ນຳ ພັກຣີພັບບລີກັນ ຮັບພິຈາລະນາ ຮ່າງກົດໝາຍຄວບຄຸມປືນ.
ທ່ານ Ben Carson ຜູ້ທີ່ໄດ້ຮັບຄະແນນສູງສຸດ ໃນໄລຍະພຽງສັ້ນໆ ແຕ່ຫລັງຈາກນັ້ນມາ ການສະໜັບສະໜູູນ ຂອງທ່ານ ຖືກຕັດລົງເກືອບເຄິ່ງ.
ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Ash Carter ກ່າວວ່າ ໜ້າທີ່ທັງໝົດ ຂອງກອງທັບ ທີ່ລວມທັງ ຕຳແໜ່ງ ການສູ້ລົບ ແມ່ນຈະເປີດໃຫ້ແກ່ ພວກແມ່ຍິງດ້ວຍ.
FBI ກ່າວວ່າ ນາງ Malik ໄດ້ປະຕິຍານຕົນ ຕໍ່ຫົວໜ້າ ກຸ່ມລັດອິສລາມ ໂດຍຂຽນຂໍ້ຄວາມລົງໃນ Facebook ແລະທ້າວ Farook ກໍໄດ້ຕິດຕໍ່ ກັບສ່ວນບຸກຄົນ ທີ່ພົວພັນກັບ ກຸ່ມກໍ່ການຮ້າຍ.
ໂຫລດຕື່ມອີກ