ສະພາສູງສະຫະລັດ ຮັບຜ່ານ ຮ່າງກົດໝາຍ ຊ່ວຍເຫຼືອຜູ້ປະສົບໄພພາຍຸແຊນດີ ດ້ວຍຄະແນນສຽງ 62 ຕໍ່ 36 ແລະປະທານາທິບໍດີ ໂອບາມາວ່າ ຈະເຊັນຮັບຮອງເອົາ ໃນທັນທີ.
ປະຊາຊົນຫຼາຍແສນຄົນ ໄປເຕົ້າໂຮມກັນຢູ່ທີ່ສະໜາມຫຼວງ ເພື່ອຊົມພິທີສາບານຕົວ ເຂົ້າຮັບຕໍາແໜ່ງ ປະທານາທິບໍດີ ສະໄໝທີສອງ ຂອງທ່ານໂອບາມາ.
ການຄ້າທາງອິນເຕີແນັດ ເປັນບັນຫາທ້າທາຍ ຕໍ່ຮ້ານຄ້າຂາຍເຄື່ອງ ແບບດັ້ງ ເດີມ ເພາະຊາວອາເມຣິກັນມັກຊື້ສິນຄ້າ ແລະການບໍລິການທາງອິນເຕີແນັດ ຫລາຍຂຶ້ນ ນັບມື້.
ພວກສະໜັບສະໜຸນ ການຄວບຄຸມປືນ ພາກັນເດີນຂະບວນ ໃນນະຄອນຫລວງ ວໍຊິງຕັນ ບໍ່ເທົ່າໃດມື້ ກ່ອນທີ່ສະພາສູງ ຈະເລີ້ມຮັບຟັງ ຄໍາໃຫ້ການກ່ຽວກັບ ການອອກກົດໝາຍຄວບຄຸມປືນ.
ມຽນມາວ່າ ຖະແຫລງການທີ່ ທາງສະຖານທູດສະຫະລັດ ນໍາອອກເຜີຍແຜ່ ເມື່ອວັນພະຫັດຜ່ານມາ ແມ່ນເປັນການສະແດງ ໃຫ້ເຫັນພຽງແຕ່ຂ້າງດຽວ ຂອງບັນຫາຂັດແຍ້ງ ໃນລັດກະຈິນ.
ປະທານາທິບໍດີໂອບາມາກ່າວວ່າ ພວກທີ່ທ່ານແຕ່ງຕັ້ງ ເປັນຫົວໜ້າກຳມະການ SEC ແລະອົງການຄຸ້ມຄອງຜູ້ບໍລິໂພກ ຈະຕໍ່ສູ້ເພື່ອຊາວອາເມຣິກັນ.
ສານອຸທອນແຫ່ງນຶ່ງ ຂອງສະຫະລັດ ຕັດສິນວ່າ ປະທານາທິບໍດີໂອບາມາ ລະເມີດລັດຖະທຳມະນູນ ທີ່ໄດ້ແຕ່ງຕັ້ງ ຄະນະກຳມະການແຮງງານ ໃນຍາມສະພາຢຸດພັກ.
ກະຊວງປ້ອງກັນປະເທດສະຫະລັດ ໄດ້ເລີ້ມປົດ ພະນັກງານຊົ່ວຄາວ ແລະສັນຍາຈ້າງສ່ວນໃຫຍ່ ຂອງຈໍານວນ 46 ພັນຄົນ ອອກການແລ້ວ.
ປະທານາທິບໍດີໂອບາມາ ແຕ່ງຕັ້ງຫົວໜ້າຄຸ້ມຄອງ ຕະຫຼາດຫຼັກຊັບ ແລະຜູ້ອຳນວຍການ ຄຸ້ມຄອງດ້ານການເງິນ ຜູ້ບໍລິໂພກ.
ທ່ານ Kerry ໄດ້ເວົ້າເຖິງ ຄວາມສຳພັນທາງດ້ານເສດຖະກິດ ແລະນະໂຍບາຍ ຕ່າງປະເທດ ໃນຄໍາໃຫ້ການ ກ່ຽວກັບການແຕ່ງຕັ້ງທ່ານ.
ສະພາຕໍ່າສະຫະລັດ ຮັບຮອງເອົາ ຮ່າງກົດໝາຍສະບັບນຶ່ງ ຂອງພັກຣີພັບບລິກັນ ທີ່ອະນຸຍາດໃຫ້ວໍຊິງຕັນ ກູ້ຢືມເງິນໄດ້ຕໍ່ໄປ ເພື່ອຊໍາລະຄ່າໃຊ້ຈ່າຍຕ່າງໆ.
ທ່ານນາງ Clinton ລມຕ ຕ່າງປະເທດສະຫະລັດ ໄດ້ກ່າວປ້ອງກັນ ການຮັບມືຂອງທ່ານນາງ ຕໍ່ເຫດການໂຈມຕີກົງສຸນສະຫະລັດ ຢູ່ Benghazi ປະເທດລີເບຍ.
ໂຫລດຕື່ມອີກ