ບໍ່ມີໂຄສົກລັດຖະບານຂອງອິສຣາແອລຄົນໃດ ເອົາຄວາມຮັບຜິດຊອບສຳລັບການໂຈມຕີຕໍ່ໂຮງໝໍ ແລະຫຼັກຖານກໍອອກມາຫຼາຍຂຶ້ນທີ່ວ່າ ມັນບໍ່ແມ່ນ "ການໂຈມຕີ" ແຕ່ເປັນເຫດຈະຫຼວດແຕກທີ່ຍິງຜິດພາດ.
ວໍຊິງຕັນຢືນຢັນວ່າ ຕົນສາມາດຕອບສະໜອງ ຄວາມຕ້ອງການຕ່າງໆດ້ານການປ້ອງກັນ ຂອງອິສຣາແອລ ແລະຢູເຄຣນ.
ທ່ານເຊເລນສ໌ກີ ໄດ້ຖືກມອບທຸງໃຫ້ ແຕ່ມັນແມ່ນທຸງຂອງກອງພົນປ້ອງກັນດິນແດນ ທີ 103 ຂອງຢູເຄຣນ, ບໍ່ແມ່ນຂອງກອງພັນທະຫານບົກ Waffen ທີ 14 ຂອງ SS., ບໍ່ແມ່ນແມ່ນ “ເຄື່ອງໝາຍຂອງນາຊີ.”
ມາດຕະການລົງໂທດແຕ່ຝ່າຍ ແມ່ນບໍ່ໄດ້ຮັບການສະໜັບສະໜຸນໂດຍ ມະຕກິຂອງອົງການສະຫະປະຊາຊາດ ແຕ່ແມ່ນດ້ານກົດໝາຍ ອີງຕາມກົດໝາຍຂອງປະເທດທີ່ວາງມາດຕະການລົງໂທດນັ້ນ.
ຢ່າງໜ້ອຍມີຫ້າອົງການທີ່ມີອໍານາດໃນການຄຸ້ມຄອງຄວາມປອດໄພທາງອິນເຕີແນັດ ໄດ້ຢັ້ງຢືນຢ່າງເປັນອິດສະຫລະວ່າ ລັດຖະບານຈີນໄດ້ສ້າງເຄືອຂ່າຍຜູ້ຊົມໃຊ້ສື່ສັງຄົມອອນລາຍອັນໃຫຍ່ຫຼວງທີ່ຖືກມອບໃຫ້ເຮັດໜ້າທີ່ໃນການສ້າງຄວາມບາດໝາງໃຈກັນຢູ່ໃນສະຫະລັດ.
ທຸກຮູບແບບ ໃນ "ການເລືອກຕັ້ງ" ຂອງຣັດເຊຍ ຢູ່ໃນເຂດສົງຄາມຂອງຢູເຄຣນ ແມ່ນຜິດກົດໝາຍ ຢູ່ໃນສາຍຕາຂອງກົດໝາຍສາກົນ. ການກ່າວອ້າງຂອງຣັດເຊຍວ່າ ມີຜູ້ໄປປ່ອນບັດເປັນຈຳນວນຫຼວງຫຼາຍນັ້ນ ແມ່ນບໍ່ສາມາດພິສູດໄດ້.
ການກົດຂີ່ຂອງຣັດເຊຍ ຕໍ່ຊາວຕາຕາໄຄຣເມຍ ແລະການປະຫັດປະຫານຢ່າງເປັນລະບົບ ຕໍ່ພວກຜູ້ນຳເຂົາເຈົ້າ ໄດ້ມີການຈົດບັນທຶກໄວ້ເປັນຢ່າງດີ.
ຈະແຈ້ງ ການອ້າງເອົາກຳມະສິດຂອງປັກກິ່ງ ຕໍ່ດິນແດນທີ່ມີການຂັດແຍ້ງໃນອິນເດຍ ເຂດທະເລຂອງບັນດາປະເທດເພື່ອນບ້ານ ໃນເອເຊຍຕາເວັນອອກສຽງໃຕ້ ແລະເກາະທີ່ມີການແບ່ງແຍກເຄິ່ງນຶ່ງຂອງຣັດເຊຍ ໄດ້ກໍ່ໃຫ້ເກີດຄວາມຕື່ນຕົກໃຈ ຢູ່ໃນທົ່ວຂົງເຂດ.
ບໍ່ຄືກັນກັບການບຸກໂຈມຕີ ໃນລະດູໜາວຂອງຣັດເຊຍ ຊຶ່ງໄດ້ເຫັນການນຳໃຊ້ "ການໂຈມຕີດ້ວຍຄື້ນຟອງມະນຸດ" ແຕ່ຈັງຫວະຄວາມໄວ ໃນການໂຈມຕີຕອບໂຕ້ຄືນ ຂອງຢູເຄຣນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມປະສົງ ທີ່ຈະຫຼຸດການບາດເຈັບລົ້ມຕາຍ ໃນການສູ້ລົບລົງ.
ຈີນ ແລະຣັດເຊຍ ໄດ້ວາງນະໂຍບາຍການຕ່າງປະເທດແລະຍຸດທະສາດທາງດ້ານການທະຫານຂອງພວກເຂົາ ເພື່ອບ່ອນທຳລາຍລະບຽບການຂອງໂລກທີ່ນຳພາໂດຍປະເທດຕາເວັນຕົກ ເສລີ ແບບປະຊາທິປະໄຕ. ເນື່ອງຈາກຣັດເຊຍຮຸກຮານຢູເຄຣນ ໃນປີ 2022 ແລະຈີນກຳລັງແນສາຍຕາໃສ່ໄຕ້ຫວັນ
ຈີນເປັນຜູ້ຮັບຜິດຊອບໃນການປ່ອຍມົນລະພິດ ຫຼາຍກວ່ານຶ່ງສ່ວນສີ່ຂອງໂລກ ແລະເປັນປະເທດທີ່ປ່ອຍແກັສຄາບອນໄດອອກໄຊ ຫຼື CO2 ແລະແກັສເຮືອນແກ້ວອື່ນໆ ລາຍໃຫຍ່ທີ່ສຸດຂອງໂລກ. ການປ່ອຍແກັສໃນລະດັບຕ່ຳຈາກໄຟໄໝ້ປ່າ ບໍ່ໄດ້ສະແດງໃຫ້ເຫັນເຖິງບົດບາດຂອງຈີນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນຂະນະທີ່ໄຟໄໝ້ປ່າ ເປັນໄພຂົ່ມຂູ່ຕ່ຳສຸດຕໍ່ສິ່ງແວດລ້ອມ ຂອງປະເທດ.
ການໂຈມຕີທີ່ມີມາເປັນລຳດັບຂອງຣັດເຊຍ ຕໍ່ເມືອງໂອເດຊາ ແມ່ນມີຂຶ້ນຊ້ຳແລ້ວຊ້ຳອີກ ຕໍ່ເປົ້າໝາຍທາງພົນ ລະເຮືອນ ແລະໄດ້ສ້າງຄວາມເສຍຫາຍໃຫ້ແກ່ພະວິຫານແຫ່ງນຶ່ງ ທີ່ເປັນສະຖານທີ່ມໍລະດົກໂລກ ຂອງອົງການຢູແນັສໂກ.
ໂຫລດຕື່ມອີກ
No live streaming currently available