ທ່ານ Kim Jong Un ໃຊ້ຄໍາປາໄສເນື່ອງໃນໂອກາດວັນຂຶ້ນປີໃໝ່ ຮຽກຮ້ອງໃຫ້ມີການພັດທະນາອາວຸດທີ່ກ້າວໜ້າທັນສະໄໝ ຕະຫຼອດທັງຍຸຕິ “ການປະເຊີນ ໜ້າກັນ” ໃນແຫລມເກົາຫລີ.
ຄະນະນາຍແພດກໍາລັງ ຕິດຕາມເບິ່ງຢ່າງໃກ້ຊິດ ອາການຂອງ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ທີ່ໄດ້ເຂົ້າໂຮງພະຍາບານໃນວັນອາທິດວານນີ້ ຍ້ອນມີເລືອດກ້າມ.
ປະທານາທິບໍດີ ສາທາລະນະລັດ ອາຟຣິກາກາງ ທ່ານ Francois Bozize ກ່າວວ່າ ທ່ານເຕັມໃຈ ທີ່ຈະເຂົ້າຮ່ວມ ລັດຖະບານປະສົມ ກັບຝ່າຍກະບົດ ທີ່ໄດ້ເຂົ້າຍຶດເອົາ ພື້ນທີ່ 1/3 ຂອງປະເທດແລ້ວ.
People are welcoming 2013 with celebrations and fireworks around the world.
ທ່ານ George H.W. Bush ປະທານາທິບໍດີສະຫະລັດ ຄົນທີ 41 ທີ່ຖືກນໍາເຂົ້າໄປປິ່ນປົວໃນຫ້ອງມໍລະສຸມ ກ່ອນວັນຄຣິສມາສນັ້ນ ຖືກຍ້າຍມາຢູ່ຫ້ອງປິ່ນປົວທໍາມະດາແລ້ວ ທີ່ໂຮງໝໍ Methodist ໃນເມືອງ Houston ລັດເທັກຊັສ.
ຂ່າວການເສຍຊີວິດຂອງຜູ້ຍິງຄົນອິນເດຍທີ່ຖືກຂົ່ມຂືນ ຢ່າງປ່າເຖື່ອນກະຕຸ້ນໃຫ້ມີການເດີນຂະບວນຢ່າງສັນຕິ ຢູ່ທົ່ວອິນເດຍ ໃນວັນເສົາທີ 29 ທັນວາ ເພື່ອຮຽກຮ້ອງ ໃຫ້ມີຄວາມຍຸດຕິທໍາແກ່ຜູ້ໄດ້ຮັບເຄາະຮ້າຍ ແລະຄວາມ ປອດໄພໃຫ້ແກ່ແມ່ຍິງ ເຖິງແມ່ນວ່າຈະມີກໍາລັງຮັກສາ ຄວາມປອດໄພຢ່າງເຄັ່ງຄັດ ເພື່ອປ້ອງກັນບໍ່ໃຫ້ມີການ ເດີນຂະບວນຂະໜານໃຫຍ່.
ພາຍຸລະດູໜາວຮ້າຍກາດກະໜໍ່າໃສ່ພາກຕາເວັນອອກ ສຽງເໜືອສະຫະລັດ ໃນວັນທີ 26 ທັນວາ ເຮັດໃຫ້ເປັນ ອັນຕະລາຍຕໍ່ການຂັບຂີ່ລົດ ແລະເຮັດໃຫ້ພວກເດີນທາງ ຫລາຍພັນຄົນຕົກຄ້າງ ຢູ່ໃນສະໜາມບິນຕ່າງໆ.
ພວກເດີນຂະບວນທົ່ວອິນເດຍ ຊຸກຍູ້ລັດຖະບານເອົາ ບາດກ້າວຕ່າງໆ ເພື່ອແກ້ໄຂອາຊະຍາກໍາຕໍ່ຜູ້ຍິງລຸນຫລັງ ທີ່ມີການຂົ່ມຂືນປ່າເຖື່ອນຕໍ່ຜູ້ຍິງຄົນນຶ່ງ ໃນຂະນະທີ່ຢູ່ໃນ ລົດເມທີ່ແລ່ນໄປຢູ່.
ເມືອງ Newton ລັດ Connecticut ສະຫລອງ ຄຣິສມາສ ຝັງສົບພວກເຄາະຮ້າຍ ຈາກເຫດການສັງຫານໝູ່ນັກຮຽນ ຢູ່ໂຮງຮຽນປະຖົມ Sandy Hook.
ທຸກໆປີ ໃນຍາມເທດສະການຄຣິສມາສ ທໍານຽບຂາວແມ່ນໄດ້ ຮັບການຕົກແຕ່ງເອ້ຍ້ອງຢ່າງສວຍງາມ ດ້ວຍຕົ້ນຄຣິສມາສ ຫລາຍໆຕົ້ນໃນແຕ່ລະຫ້ອງ. ດາຣາ ບັກຄໍາ ຫົວໜ້າວີໂອເອ ພະແນກພາສາລາວໄດ້ໄປຊົມ ເມື່ອວັນທີ 22 ທັນວາ 2012 ແລະມີຮູບງາມໆມາໃຫ້ຊົມ.
ພວກນັບຖືສາສະໜາຄຣິສຕຽນຢູ່ທົ່ວໂລກສະຫລອງວັນຄຣິສມາສ. ພະສັນຕະປະປາເບເນດິກຮຽກຮ້ອງໃຫ້ມີການຍຸດຕິການນອງເລືອດ ຢູ່ໃນຊີເຣຍ, ເລບານອນ, ອີຣັກ ແລະບັນດາປະເທດເພື່ອນບ້ານ ຂອງປະເທດເຫລົ່ານີ້ ໃນຄືນກ່ອນວັນຄຣິສມາສ.
ໂຫລດຕື່ມອີກ