ຍີ່ປຸ່ນແລະຈີນພົບປະຫາລືກັນ ທີ່ຫວຽດນາມ ໃນວັນເສົາວານນີ້ ໃນຄວາມພະຍາຍາມເພື່ອຫາທາງຫລຸດຜ່ອນ ຄວາມເຄັ່ງຕຶງ ລະຫວ່າງ ສອງປະເທດອໍານາດໃນຂົງເຂດ.
ລັດຖະມົນຕີຕ່າງປະເທດອອສເຕຣເລຍ ສະແດງຄວາມບໍ່ແນ່ໃຈ ກ່ຽວກັບການເລືອກຕັ້ງ ໃນມຽນມາ ທີ່ຈະມີຂຶ້ນໃນໄວໆນີ້.
ຄວາມກ້າວໜ້າຂອງກຳລັງປະສົມ ໃນໄລຍະສອງ ສາມເດືອນຜ່ານມາ ເຮັດໃຫ້ການຄວບຄຸມພື້ນທີ່ ຂອງພວກທາລີບານ ຢູ່ໃນເຂດຕ່າງໆສ່ວນໃຫຍ່ ຂອງອັຟການິສຖານສິ້ນສຸດລົງ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Clintonໄດ້ຮັບການຄໍ້າປະກັນ ຈາກຄູ່ຕຳແໜ່ງຝ່າຍຈີນ ກ່ຽວກັບນະໂຍບາຍຂອງປັກກິ່ງ ໃນການສົ່ງອອກແຮ່ທາດທີ່ຫາຍາກ.
ການແຂ່ງຂັນຍາດບ່ອນນັ່ງໃນສະພາຕໍ່າ ທີ່ຄາລີຟໍເນຍ ລະຫວ່າງທ່ານນາງ Sanchez ຈາກພັກເດໂມແຄຣັທ ກັບທ່ານ Van Tran ຈາກພັກຣີພັບບລິກັນ ກໍາລັງດຸເດືອດ.
ລາວຮ້ອງຂໍນາໆຊາດ ໃຫ້ການຊ່ວຍເຫລືອ ແກ່ລາວ ໃນການຫລຸດຜ່ອນ ຄວາມທຸກຈົນ ຂອງປະຊາຊົນລາວຕໍ່ໄປ ເນື່ອງຈາກວ່າ ຍັງມີປະຊາຊົນລາວ ທີ່ທຸກຈົນ ເຖິງ 26%.
ຜູ້ລາຍງານພິເສດຂອງ ສະຫະປະຊາຊາດກ່າວ ວ່າ ເງື່ອນໄຂການເລືອກຕັ້ງທີ່ເສລີ ຍຸດຕິທໍາ ແລະເຊື່ອຖືໄດ້ ໃນມຽນມາ ແມ່ນມີໜ້ອຍຫລາຍ.
ໂຫລດຕື່ມອີກ