ກັບມາຟັງເພງສາກົນມ່ວນໆນຳກັນອີກທ່ານ ແລະວັນນະສອນຄິດວ່າ ທ່ານຜູ້ຟັງກໍຈະສາມາດຮຽນພາສາ ອັງກິດໄດ້ ຈາກຫຼາຍໆທາງ ຜ່ານສຽງເພງ ແລະອື່ນໆພ້ອມໆກັນໄປ.
ວັນອາທິດມື້ນີ້ ທ່ານຈະໄດ້ຟັງເພງລູກທົ່ງອາເມຣິກັນ ແລະເພງດັງໆ ໃນອະດີດ...ຖ້າທ່ານຜູ້ຟັງຢາກຟັງເພງໃດ ກໍຂໍເຊີນຂຽນເຂົ້າມາຫາພວກເຮົາ ແຕ່ກ່ອນອື່ນ ຂໍເຊີນເຂົ້າສູ່ລາຍການຟັງເພງໄດ້ເລີຍ.
ຫຼັງຈາກທີ່ທາງເຮົາຫັນມາຈັດເພງສາກົນຫຼາຍຂຶ້ນ ກໍບໍ່ຄອຍເຫັນວ່າມີຫຼາຍທ່ານຂຽນເຂົ້າມາຫາທາງເຮົາ ແຕ່ເຖິງຢ່າງໃດກໍຕາມ ສັບປະດານີ້ ກໍມີຫຼາຍໆທ່ານໄດ້ຂຽນເຂົ້າມາຫຼາຍແດ່.
ເນື່ອງໃນວັນເອກກະລາດຂອງສະຫະລັດ ທາງວີໂອເອ ຈຶ່ງຂໍນຳສະເໜີຜົນງານເພງທີ່ກ່ຽວຂ້ອງກັບວັນຊາດ ຊຶ່ງປີນີ້ ກໍຄົບຮອບວັນເກີດ 242 ປີ ພໍດີ Happy Independence Day ແລະຂໍໃຫ້ມ່ວນຊຶ່ນສະນຸກສະໜານດ້ວຍ.
ບົດເພງ "I Will Survive" ຂອງ Gloria Gaynor ນີ້ ຄົງຈະເຮັດ ໃຫ້ທ່ານຜູ້ຟັງຫາຍຮ້ອນ ໄປໄດ້ແດ່... ສັບປະດາໜ້າ ວັນນະສອນ ຈະຫາແພງສາກົນມ່ວນໆ ມາໃຫ້ທ່ານໄດ້ຝຶກຫັດ ພາສາອັງກິດເຈົ້າ.
ວັນນະສອນ ພ້ອມດ້ວຍຄະນະ ຂອງ VOA ຂໍຈັດມອບເພງ ທີ່ມີຄວາມໝາຍດີໆ ກ່ຽວກັບພໍ່ ແທນຄວາມຮູ້ສຶກຂອງພວກລູກໆ ທີ່ມີຕໍ່ພໍ່ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະຕອບບຸນແທນຄຸນ ແກ່ບັນດາພໍ່ ຜູ້ບັງເກີດເກົ້າ.
ໃນລາຍການສຽງເພງຈາກແດນໄກຂອງວີໂອເອມື້ນີ້ ເຮົາຈະມາຟັງເພງສາກົນກັນ. ລອງຟັງເບິ່ງ ວ່າເພງທີ່ວັນນະສອນ ຈັດໃຫ້ໃນສັບປະດານີ້ ຈະຖືກໃຈທ່ານຜູ້ຟັງຫຼາຍປານໃດ.
ລາຍການສຽງເພງຈາກແດນໄກຂອງວີໂອເອ ຂໍສະເໜີຜົນງານ ທີ່ໄດ້ຮັບລາງວັນ ແລະຕິດອັນດັບ...ຖ້າຟັງແລ້ວ ກໍຢ່າລືມຂຽນມາບອກແດ່ວ່າ ມັກບໍ່. ຢາກຟັງເພງໃດ ກໍຂໍໃຫ້ບອກມາ.
ວັນນະສອນ ພ້ອມດ້ວຍຄະນະ VOA ຂໍສົ່ງແຮງໃຈແລະຂໍກ່າວຄໍາວ່າ ຂອບໃຈແລະຮູ້ບຸນຄຸນ ໄປຍັງບັນດາ ທະຫານທັງຍິງແລະຊາຍ ຜູ້ທີ່ກໍາລັງດໍາເນີນແລະສືບຕໍ່ໃນສະໝໍລະພູມສູ້ລົບຢູ່ໃນຂະນະນີ້.
ສັບປະດານີ້ ວີໂອເອ ຂໍນຳເອົາ ເພງອະມະຕະຂອງລາວ ມາຝາກທ່ານ ຜູ້ຕິດຕາມຮັບຟັງ ວີໂອເອ ສະເໝີມາ ແລະຂໍໃຫ້ມ່ວນໆ ກັບເພງພວກນີ້. ຂໍໃຫ້ທຸກທ່ານນອນຫຼັບຝັນຫວານແລະພົບກັນໃໝ່ໃນສະບັບໜ້າ.
ວີໂອເອຂໍນຳສະເໜີເພງມ່ວນໆ ທີ່ມີຄວາມໝາຍດີ ກ່ຽວກັບວັນແມ່ ແລະວັນນະສອນ ພ້ອມດ້ວຍຄະນະວີໂອເອ ຂໍອວຍໄຊໃຫ້ພອນແກ່ບັນດາແມ່ ໃນທຸກຫົວແຫ່ງຂອງໂລກນີ້ ຈົ່ງມີຄວາມສຸກກາຍສະບາຍໃຈ ໝັ້ນຢືນ ຕະຫຼອດໄປ.
ລະດູຮ້ອນປີນີ້ ທາງວີໂອເອ ຈະຂໍສະເໜີຜົນງານເພງທີ່ທ່ານສາມາດອອກມາເຕັ້ນລຳກັນໄດ້...ຟັງເພງໄປ ເຕັ້ນລຳກັນໄປ ພ້ອມນີ້ ກໍຍັງຈະໄດ້ຜ່ອນຄາຍອາລົມນຳ ຫຼັງຈາກໄດ້ເຮັດວຽກມາທັງອາທິດແລ້ວ...ຂໍໃຫ້ມ່ວນຊຶ່ນ ກໍແລ້ວກັນ.
ໂຫລດຕື່ມອີກ