ວັນນະສອນ ພ້ອມດ້ວຍຄະນະ ຂອງ VOA ຂໍຈັດມອບເພງ ທີ່ມີຄວາມໝາຍດີໆ ກ່ຽວກັບພໍ່ ແທນຄວາມຮູ້ສຶກຂອງພວກລູກໆ ທີ່ມີຕໍ່ພໍ່ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະຕອບບຸນແທນຄຸນ ແກ່ບັນດາພໍ່ ຜູ້ບັງເກີດເກົ້າ.
ໃນລາຍການສຽງເພງຈາກແດນໄກຂອງວີໂອເອມື້ນີ້ ເຮົາຈະມາຟັງເພງສາກົນກັນ. ລອງຟັງເບິ່ງ ວ່າເພງທີ່ວັນນະສອນ ຈັດໃຫ້ໃນສັບປະດານີ້ ຈະຖືກໃຈທ່ານຜູ້ຟັງຫຼາຍປານໃດ.
ລາຍການສຽງເພງຈາກແດນໄກຂອງວີໂອເອ ຂໍສະເໜີຜົນງານ ທີ່ໄດ້ຮັບລາງວັນ ແລະຕິດອັນດັບ...ຖ້າຟັງແລ້ວ ກໍຢ່າລືມຂຽນມາບອກແດ່ວ່າ ມັກບໍ່. ຢາກຟັງເພງໃດ ກໍຂໍໃຫ້ບອກມາ.
ວັນນະສອນ ພ້ອມດ້ວຍຄະນະ VOA ຂໍສົ່ງແຮງໃຈແລະຂໍກ່າວຄໍາວ່າ ຂອບໃຈແລະຮູ້ບຸນຄຸນ ໄປຍັງບັນດາ ທະຫານທັງຍິງແລະຊາຍ ຜູ້ທີ່ກໍາລັງດໍາເນີນແລະສືບຕໍ່ໃນສະໝໍລະພູມສູ້ລົບຢູ່ໃນຂະນະນີ້.
ສັບປະດານີ້ ວີໂອເອ ຂໍນຳເອົາ ເພງອະມະຕະຂອງລາວ ມາຝາກທ່ານ ຜູ້ຕິດຕາມຮັບຟັງ ວີໂອເອ ສະເໝີມາ ແລະຂໍໃຫ້ມ່ວນໆ ກັບເພງພວກນີ້. ຂໍໃຫ້ທຸກທ່ານນອນຫຼັບຝັນຫວານແລະພົບກັນໃໝ່ໃນສະບັບໜ້າ.
ວີໂອເອຂໍນຳສະເໜີເພງມ່ວນໆ ທີ່ມີຄວາມໝາຍດີ ກ່ຽວກັບວັນແມ່ ແລະວັນນະສອນ ພ້ອມດ້ວຍຄະນະວີໂອເອ ຂໍອວຍໄຊໃຫ້ພອນແກ່ບັນດາແມ່ ໃນທຸກຫົວແຫ່ງຂອງໂລກນີ້ ຈົ່ງມີຄວາມສຸກກາຍສະບາຍໃຈ ໝັ້ນຢືນ ຕະຫຼອດໄປ.
ລະດູຮ້ອນປີນີ້ ທາງວີໂອເອ ຈະຂໍສະເໜີຜົນງານເພງທີ່ທ່ານສາມາດອອກມາເຕັ້ນລຳກັນໄດ້...ຟັງເພງໄປ ເຕັ້ນລຳກັນໄປ ພ້ອມນີ້ ກໍຍັງຈະໄດ້ຜ່ອນຄາຍອາລົມນຳ ຫຼັງຈາກໄດ້ເຮັດວຽກມາທັງອາທິດແລ້ວ...ຂໍໃຫ້ມ່ວນຊຶ່ນ ກໍແລ້ວກັນ.
ສະບາຍດີ ແລະກໍກັບມາຟັງເພງສາກົນມ່ວນໆກັບວັນນະສອນອີກ ໃນລາຍການສຽງເພງຈາກແດນໄກຂອງ VOA ຕາມປົກກະຕິ ມື້ນີ້ຈະແມ່ນເພງປະເພດລູກທົ່ງບ້ານນາອາເມຣິກັນ ຂໍໃຫ້ມ່ວນຊື່ນແລະຮ້ອງນຳກັນເດີ.
ປີໃຫມ່...ອາຍຸ ຂໍໃຫ້ ຍືນແກ່ເຖົ້າ ເຫັນເຫຼົ່າມວນຫຼານເຫຼນ ວັນນະ ຂໍໃຫ້ ສີໂສມງາມ ດັ່ງມະນີຄຸນລໍ້າ ສຸຂະ ຂໍໃຫ້ ສຸກຂີຫມັ້ນ ຊີວາວັນເຮືອງເດັ່ນ ພະລະ ຂໍໃຫ້ ແຂງແກ່ນກ້າ ທຽບແຮງຊ້າງຫມື່ນໂຕ ແທ້ເນີ !
ສັບປະດານີ້ ວັນນະສອນຈະພາທ່ານຜູ້ຟັງ ໄປ ຮັບຟັງເພງສາກົນ ຊຶ່ງມີທັງ ເພງດັງໃນອະດີດຂອງວົງ The Beatles ກັບວົງຣ໊ອກລູກທົ່ງ Florida Georgia Line ແລະເພງອື່ນໆອີກ ຂໍເຊີນເຂົ້າສູ່ລາຍການໄດ້ເລີຍ.
ວີໂອເອ ຂໍສະເໜີຜົນງານເພງສາກົນ ທີ່ກຳລັງມາແຮງຢູ່ໃນຂະນະນີ້...ຈະແມ່ນເພງໃດແດ່ນັ້ນ ຂໍໃຫ້ເຂົ້າໄປຄລິກຟັງເພງທັງໝົດເລີຍ ແລະມີຫຍັງ ກໍຂຽນເຂົ້າມາ.
ໃນລາຍການສຽງເພງຈາກແດນໄກ ຂອງ ວີໂອເອ ແລງວັນອາທິດມື້ນີ້ ເຮົາຈະສະເໜີເພງລາວທັງມ່ວນແລະໃໝ່
ໂຫລດຕື່ມອີກ