ປີໃໝ່ ປີ 2018 ຈະມາຮອດແລ້ວ ຂໍໃຫ້ທ່ານຜູ້ຟັງຈົ່ງປະສົບແຕ່ຄວາມຜາສຸກ ສົດຊື່ນ ສົມຫວັງ ພະລານາໄມທີ່ແຂງແຮງ ເງິນຄຳໄຫຼມາເທມາ ສາທຸ...ໂຊກດີປີໃໝ່.
ໃນຄ່ຳຄືນກ່ອນວັນຄຣິສມັສປີ 2017 ມື້ນີ້ ວັນນະສອນ ຂໍຈັດເພງມ່ວນໆ ທີ່ກ່ຽວຂ້ອງກັບເທດສະການສະຫຼອງ ບຸນຄຣິສມັສ...ຂໍເຊີນຟັງເພງມ່ວນໆພວກນີ້ ພ້ອມກັນເລີຍເໜາະ.
ສະບາຍດີທຸກໆທ່ານ ຫວັງວ່າທ່ານຜູ້ຟັງຄົງຈະມັກເພງທີ່ວັນນະສອນຈັດໃຫ້ເໜາະ ອັນມີເພງ When You Kiss Me, Put Your Head On My Shoulder ແລະເພງ I Love You More Than I Can Say.
ວັນນະສອນ ຂໍແນະນຳຜົນງານເພງດັງໃນອະດີດ ເພງ ສະຫວັນແດນຮັກ ທີ່ຂັບຮ້ອງໂດຍສິນລະປິນລາວ-ອາເມຣິກັນ ຈາກລັດ ເນວາດາ ຊາລີ ສິດທິຊຸມພອນ...ຫວັງວ່າເພງນີ້ ຄົງຈະຖືກໃຈທ່ານຜູ້ຟັງ ບໍ່ຫຼາຍ ກໍໜ້ອຍ.
ເພງ Love Me Like You Do ທີ່ເນື້ອໄນຄວາມໝາຍ: ຮັກຂ້ອຍແບບທີ່ເຈົ້າຮັກ...ແບບວ່າ ເຈົ້າຄືກາງຄືນ...ເຈົ້າຂອງສີຂອງເລືອດຂ້ອຍ...ເຈົ້າເປັນທັງຄວາມເຈັບປວດ ແລະເປັນທັງຢາຮັກສາ...ຂໍເຊີນຮັບຟັງໄດ້ ໃນອັນດັບຕໍ່ໄປ.
ກັບມາຟັງເພງປະກອບຮູບເງົາຊຸດ James Bond 007 ໃນເລື່ອງ Skyfall ທີ່ຂັບຮ້ອງໂດຍ Adele ສິນລະປິນສາວຈາກອັງກິດ ທີ່ມີນ້ຳສຽງສຸດພະລັງ ຂໍໃຫ້ມ່ວນໆກັບເພງນີ້ເຖີ້ນ.
ສບາຍດີ ໃນຄ່ຳຄືນທ້າຍເດືອນພະຈິກມື້ນີ້ ວັນນະສອນ ມີເພງປະກອບຮູບເງົາ James Bond ມາຝາກທ່ານຜູ້ຟັງ ຂໍເຊີນເຂົ້າສູ່ລາຍການຂອງເຮົາໄດ້.
ກັບມາຟັງເພງລາວ ໃນທຸກ 3 ສັບປະດາ ແລະຫວັງວ່າ ທ່ານຜູ້ຟັງ ກໍຄົງຈະຄອງຄອຍຖ້າຮັບຟັງເພງຂອງລາຍການ ສຽງເພງຈາກແດນໄກຂອງພວກເຮົາ...ຫວັງວ່າລາຍການເພງລາວໃນສັບປະດານີ້ ຄົງພາໃຫ້ທ່ານລັບສະບາຍ.
ພົບກັບລາຍການສຽງເພງຈາກແດນໄກ ອີກເຊັ່ນເຄີຍ ໃນລາຍການເພງສາກົນ ແລະຫວັງວ່າທ່ານຜູ້ຟັງຄົງ ຈະຕິດຕາມແລະສືບຕໍ່ສະໜັບສະໜູນໄປເລື້ອຍໆ.
ເພງ Stay ຂອງ Rihanna ທີ່ຮ້ອງ feature Mikky Ekko ນີ້ ຄົງຈະພາໃຫ້ຫຼາຍໆທ່ານ ຢາກຈະນຳໄປຮ້ອງໃຫ້ ຄົນທີ່ທ່ານຮັກຟັງ.
ຜົນງານເພງຂອງ Maroon 5 ທີ່ຮ້ອງປະສານກັບ SZA ໃນບົດເພງ What Lovers Do ນີ້ ຄົງເປັນທີ່ຖືກໃຈຂອງພວກນ້ອງໆຫຼາຍໆຄົນ.
ວັນນະສອນ ຂໍແນະນຳຜົນງານເພງໃໝ່ຂອງ ວົງດົນຕີ ໜຸ່ມເສຣີ ຊຶ່ງເປັນເພງປະເພດຣ໊ອກ ແລະຫວັງວ່າ ຄົງຈະຖືກໃຈທ່ານຜູ້ຟັງບໍ່ຫຼາຍ ກໍໜ້ອຍ. ຂໍເຊີນຮັບຟັງພ້ອມໆກັນເລີຍ.
ໂຫລດຕື່ມອີກ