VOA ຂໍສົ່ງແຮງໃຈແລະຂໍກ່າວຄໍາວ່າ ຂອບໃຈແລະຮູ້ບຸນຄຸນ ມາຍັງບັນດາທະຫານທັງຍິງແລະຊາຍ ຜູ້ທີ່ຍັງສືບຕໍ່ໃນສະໝໍລະພູມສູ້ລົບຢູ່ໃນຂະນະນີ້ ພວກຊຶ່ງໄດ້ມອບທຸກສິ່ງຢ່າງໃຫ້ປະເທດຊາດບ້ານເມືອງ ແມ່ນກະທັ້ງຊີວິດຂອງພວກເຂົາເຈົ້າ.
ຂໍເຊີນທ່ານຜູ້ຟັງຮັບຟັງເພງລາວມ່ວນໆ ກັບລາຍການສຽງເພງຈາກແດນໄກຂອງ VOA ສຳລັບ ທ່ານຜູ້ໃດຢາກຟັງເພງໃດນັ້ນ ກໍຂໍໃຫ້ຂຽນເຂົ້າມາ ເພື່ອເຮົາຈະໄດ້ຈັດໃຫ້ຟັງຮ່ວມກັນ.
ເນື່ອງໃນວາລະບຸນສະຫຼອງວັນແມ່ ໃນສະຫະລັດ ຄະນະ VOA ຂໍອວຍພອນໃຫ້ບັນດາແມ່ ໃນສາກົນ ລະໂລກ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນກ້າວໜ້າ ແລະມີສຸຂະພາບເຂັ້ມແຂງຕະຫຼອດໄປ.
ຂໍໃຫ້ທຸກໆທ່ານ ມ່ວນຊື່ນກັບເພງ ທີ່ທາງລາຍການ ສຽງເພງຈາກແດນໄກ ຈັດມອບໃຫ້ ຂໍໃຫ້ຂຽນເຂົ້າມາຫາ ທາງເຮົາດ້ວຍ ມາໂອ້ລົມ ຖາມໄຖ່ ສະບາຍດີກັນ.
ຂໍເຊີນທຸກໆທ່ານມ່ວນຊື່ນ ກັບຜົນງານເພງ ຈາກຄວາມສາມາດຂອງບັນດານັກຮ້ອງ ນັກສິນລະປິນ ແລະນັກ ແຕ່ງເພງຂອງຄົນລາວເຮົາເອງ...ຂໍໃຫ້ຄອຍສະໜັບສະໜຸນ ໃຫ້ເພງລາວ ຢູ່ຄູ່ກັບຄົນລາວຕະຫຼອດໄປ.
ວັນນະສອນ ຫວັງວ່າເພງຈຳປາເມືອງລາວ ທີ່ຂັບຮ້ອງໂດຍ ທິດາ ວຽງຈັນ ແລະເພງ ຫອມກິ່ນຈຳປາ ໂດຍ ລີກ ອຸດົມໄຊ ຄົງຈະນຳຄວາມສຸກ ແລະຄວາມຮູ້ສຶກທີ່ດີມາສູ່ທ່ານ. ຂໍໃຫ້ທຸກໆທ່ານຈົ່ງໂຊກດີ ໃນວັນປີໃໝ່ຂອງລາວດ້ວຍ.
ຄະນະ VOA ຂໍເປີດສາກອວຍພອນກັນຕັ້ງແຕ່ເນີ້ນໆ ກ່ອນມື້ປີໃໝ່ລາວ ຈະມາຮອດ ມາເຖິງ ແລະຢາກຈະໃຫ້ ເດືອນເມສານີ້ຈົ່ງເປັນການເລີ່ມຕົ້ນປີໃໝ່ທີ່ເບີກບານມ່ວນຊື່ນ ປະສົບແຕ່ລາບຍົດ, ສັນລະເສີນ, ສຸກຂະພາບ ແຂງແຮງເຖີ້ນ.
VOA ຂໍແນະນຳຜົນງານເພງໃໝ່ ຂອງສິນລະປິນສາວຈາກປະເທດຝຣັ່ງ ເຕ ສັກດາ ແລະອາຣິຍະ ກຸນລະວຸດ ທີ່ໄດ້ຮັບອະນຸຍາດໃຫ້ນຳເອົາບົດປະພັນ ເຈົ້າຄຳຜາຍ ກຸນລະວຸດ ຂຶ້ນມາຂັບຮ້ອງ ຂໍເຊີນທ່ານຮັບຟັງໄດ້.
VOA ຂໍຈັດເພງລາວມ່ວນໆ ມາຝາກທ່ານຜູ້ຟັງ ແລະຖ້າທ່ານມັກຟັງເພງໃດ ກໍຂໍໃຫ້ຂຽນເຂົ້າມາ ທາງເຮົາຈະໄດ້ຈັດໃຫ້. ຂໍຂອບໃຈທຸກໆທ່ານ ທີ່ຄອຍຕິດຕາມຮັບຟັງ.
ເພງຂອງສິນລະປິນ John Legend ເປັນທີ່ນິຍົມແລະໂດ່ງດັງ ໃນຊ່ວງນີ້...ແລະເພງ Love Me Now ກໍເປັນ ອີກເພງນຶ່ງທີ່ເປັນທີ່ນິຍົມກັນ ຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງຄົງຈະໄດ້ຮຽນຮູ້ສັບພາສາຕ່າງໆຈາກເພງນີ້.
Scars To Your Beautiful ຜົນງານເພງຂອງສາວນ້ອຍ Alessia Cara ທີ່ກຳລັງມາແຮງຢູ່ໃນຂະນະນີ້. ຫວັງວ່າ ໃນຊ່ວງທີ່ພວກເຮົານຳຜົນງານເພງສາກົນມາຝາກທ່ານຜູ້ຟັງນີ້ ຄົງຈະບໍ່ເຮັດໃຫ້ທ່ານຜູ້ຟັງເບື່ອກັນເທື່ອ.
ລາຍການສຽງເພງຈາກແດນໄກ ຂອງ VOA ຂໍນຳສະເໜີ ຜົນງານເພງສາກົນ ທີ່ຕິດອັນດັບ Top 20 ໃນສະຫະລັດ ຢູ່ໃນຂະນະນີ້. ສັບປະດາໜ້າ ວັນນະສອນ ຈະນຳຜົນງານເພງຫວານໆມາຝາກທ່ານຜູ້ຟັງ ກະລຸນາຄອຍຕິດຕາມ.
ໂຫລດຕື່ມອີກ