ຂໍເຊີນທຸກໆທ່ານມ່ວນຊື່ນ ກັບຜົນງານເພງ ຈາກຄວາມສາມາດຂອງບັນດານັກຮ້ອງ ນັກສິນລະປິນ ແລະນັກ ແຕ່ງເພງຂອງຄົນລາວເຮົາເອງ...ຂໍໃຫ້ຄອຍສະໜັບສະໜຸນ ໃຫ້ເພງລາວ ຢູ່ຄູ່ກັບຄົນລາວຕະຫຼອດໄປ.
ວັນນະສອນ ຫວັງວ່າເພງຈຳປາເມືອງລາວ ທີ່ຂັບຮ້ອງໂດຍ ທິດາ ວຽງຈັນ ແລະເພງ ຫອມກິ່ນຈຳປາ ໂດຍ ລີກ ອຸດົມໄຊ ຄົງຈະນຳຄວາມສຸກ ແລະຄວາມຮູ້ສຶກທີ່ດີມາສູ່ທ່ານ. ຂໍໃຫ້ທຸກໆທ່ານຈົ່ງໂຊກດີ ໃນວັນປີໃໝ່ຂອງລາວດ້ວຍ.
ຄະນະ VOA ຂໍເປີດສາກອວຍພອນກັນຕັ້ງແຕ່ເນີ້ນໆ ກ່ອນມື້ປີໃໝ່ລາວ ຈະມາຮອດ ມາເຖິງ ແລະຢາກຈະໃຫ້ ເດືອນເມສານີ້ຈົ່ງເປັນການເລີ່ມຕົ້ນປີໃໝ່ທີ່ເບີກບານມ່ວນຊື່ນ ປະສົບແຕ່ລາບຍົດ, ສັນລະເສີນ, ສຸກຂະພາບ ແຂງແຮງເຖີ້ນ.
VOA ຂໍແນະນຳຜົນງານເພງໃໝ່ ຂອງສິນລະປິນສາວຈາກປະເທດຝຣັ່ງ ເຕ ສັກດາ ແລະອາຣິຍະ ກຸນລະວຸດ ທີ່ໄດ້ຮັບອະນຸຍາດໃຫ້ນຳເອົາບົດປະພັນ ເຈົ້າຄຳຜາຍ ກຸນລະວຸດ ຂຶ້ນມາຂັບຮ້ອງ ຂໍເຊີນທ່ານຮັບຟັງໄດ້.
VOA ຂໍຈັດເພງລາວມ່ວນໆ ມາຝາກທ່ານຜູ້ຟັງ ແລະຖ້າທ່ານມັກຟັງເພງໃດ ກໍຂໍໃຫ້ຂຽນເຂົ້າມາ ທາງເຮົາຈະໄດ້ຈັດໃຫ້. ຂໍຂອບໃຈທຸກໆທ່ານ ທີ່ຄອຍຕິດຕາມຮັບຟັງ.
ເພງຂອງສິນລະປິນ John Legend ເປັນທີ່ນິຍົມແລະໂດ່ງດັງ ໃນຊ່ວງນີ້...ແລະເພງ Love Me Now ກໍເປັນ ອີກເພງນຶ່ງທີ່ເປັນທີ່ນິຍົມກັນ ຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງຄົງຈະໄດ້ຮຽນຮູ້ສັບພາສາຕ່າງໆຈາກເພງນີ້.
Scars To Your Beautiful ຜົນງານເພງຂອງສາວນ້ອຍ Alessia Cara ທີ່ກຳລັງມາແຮງຢູ່ໃນຂະນະນີ້. ຫວັງວ່າ ໃນຊ່ວງທີ່ພວກເຮົານຳຜົນງານເພງສາກົນມາຝາກທ່ານຜູ້ຟັງນີ້ ຄົງຈະບໍ່ເຮັດໃຫ້ທ່ານຜູ້ຟັງເບື່ອກັນເທື່ອ.
ລາຍການສຽງເພງຈາກແດນໄກ ຂອງ VOA ຂໍນຳສະເໜີ ຜົນງານເພງສາກົນ ທີ່ຕິດອັນດັບ Top 20 ໃນສະຫະລັດ ຢູ່ໃນຂະນະນີ້. ສັບປະດາໜ້າ ວັນນະສອນ ຈະນຳຜົນງານເພງຫວານໆມາຝາກທ່ານຜູ້ຟັງ ກະລຸນາຄອຍຕິດຕາມ.
VOA ຂໍແນະນຳ ຜົນງານເພງ ດັງໃນອະດີດ ທີ່ຫາຟັງ ໄດ້ຍາກ ໃຫ້ທ່ານຜູ້ຟັງ ຊຶ່ງກໍຕ້ອງຂໍຂອບໃຈສິນລະປິນ ທຸກໆທ່ານ ທີ່ໝັ່ນຄອຍສືບສານ ຮັກສາເພງອະມະຕະຂອງລາວ ໄວ້ໃຫ້ຄົນລາວທຸກໆຄົນ ຮຸ່ນຕໍ່ໄປ ໄດ້ຮັບຟັງກັນ.
ລາຍການສຽງເພງຈາກແດນໄກຂອງ VOA ຂໍສະເໜີຜົນງານເພງສາກົນ ທີ່ຫາກໍໄດ້ຮັບລາງວັນ Grammy 2017 ພ້ອມກັບເພງຮັກຫວານຊຶ້ນ...ຂໍເຊີນມ່ວນຊື່ນກັບລາຍການຂອງເຮົາໄດ້.
ຟັງລາຍການສຽງພຽງຈາກແດນໄກ: ເປີດປະຕູໃຈ - ເຕ ສັກດາ
ເນື່ອງໃນໂອກາດວັນແຫ່ງຄວາມຮັກ ວັນທີ 14 ກຸມພານີ້ VOA ຂໍອວຍພອນໃຫ້ທຸກໆທ່ານ ຈົ່ງມີແຕ່ຄວາມສຸກ ພົບພໍ້ແຕ່ຄວາມຮັກ ແລະຄວາມອົບອຸ່ນສະເໝີໄປ.
ໂຫລດຕື່ມອີກ