ພ້ອມນີ້ ວີໂອເອ ຂໍຈັດເພງ “I Am Woman” ເປັນກຽດແກ່ ແມ່ຍິງທຸກໆຄົນ ສຳຫລັບຄວາມ ເປັນຜູ້ເສຍສະລະ ເບິ່ງແຍງດູແລ ຄົນທີ່ຢູ່ຮອບຂ້າງຮອບ ໃນວັນພິເສດ ວັນແມ່ຍິງສາກົນ ປີນີ້.
ເພງ ກຸຫຼາບປາກເຊ ນີ້ VOA ຂໍຈັດພິເສດໃຫ້ຜູ້ຟັງ ທ່ານ ຫຸມພັນ ອິນທະວົງ ຈາກ ສປປ ລາວ ທີ່ຂຽນເຂົ້າມາຂໍຟັງ. ຂໍເຊີນທຸກໆທ່ານ ຮັບຟັງ ພ້ອມໆກັນເລີຍ.
ໃນຄ່ຳຄືນດີງາມແບບນີ້ ທາງ VOA ຂໍສະເໜີເພງສາກົນ ທີ່ຫາກໍໄດ້ຮັບລາງວັນ Grammy ປີ 2015 ຫວັງວ່າ ຄົງເປັນທີ່ມັກຮັກຂອງແຟນລາຍການທຸກຄົນ.
ຟັງເພງ Stay With Me - Sam Smith
VOA ຂໍມອບເພງ ກຸຫຼາບແດງໃນວັນແຫ່ງຄວາມຮັກ ຫລື Valentine ນີ້ ແດ່ທ່ານຜູ້ຟັງທຸກໆທ່ານ ແລະຂໍໃຫ້ມີຄວາມສຸກ ໃນວັນແຫ່ງຄວາມຮັກນີ້.
VOA ຫວັງວ່າເພງ ສົງສານສາວຜູ້ໄທ ທີ່ຂັບຮ້ອງໂດຍ ເອກຄຳ ລູກນ້ຳເທີນ ຄົງເຮັດໃຫ້ຜູ້ຟັງ ຈາກສະວີເດັນ ທ່ານພິດາ ຖືກໃຈ ບໍ່ຫຼາຍກໍໜ້ອຍ ແລະ ພໍໄດ້ຟັງເພງນີ້ແລ້ວ ຄົງຈະຂຽນເຂົ້າມາຫາທາງເຮົາອີກ.
VOA ຈັດເພງເຫຼືອພຽງແພມົນ ໃຫ້ຜູ້ຟັງຄົນໜຶ່ງ ຈາກຂົງເຂດ ນະຄອນຫຼວງວໍຊີງຕັນ ດີຊີ ນີ້ເອງ ທີ່ເປັນແຟນຂະໜານແທ້ ຂອງອຸດອນ ວົງສີD ຂໍເຊີນໄປຟັງພ້ອມໆກັນເລີຍ.
ໂຫລດຕື່ມອີກ