VOA ພູມໃຈສະເໜີຂັບລຳລາວ ຊຶ່ງຄ່ຳຄືນນີ້ ເປັນຂັບງື່ມ ທີ່ນຳມາປະຍຸກໃໝ່ ຊຶ່ງນ້ອຍ ດອກແກ້ວ ຝາກບອກມາວ່າ ຂໍຂັບງື່ມກ້ຽວບ່າວ ໃຫ້ທ່ານຜູ້ຟັງ ໄດ້ຮັບຟັງ ຂັບງື່ມ ແບບປະສົມປະສານ ກໍແລ້ວກັນ.
ຄ່ຳຄືນນີ້ VOA ຂໍຈັດເພງລາວ-ມົ້ງ ທີ່ເປັນຈັງຫວະຕັ່ງຫວາຍ ເພື່ອມອບພິເສດແກ່ປະຊາຄົມ ລາວມົ້ງ-ອາເມຣິກັນ ໃນລັດ Minnesota ຂໍຄວາມຮັກແພງກັນໄວ້ ມາຍັງທີ່ນີ້ດ້ວຍ.
VOA ຂໍຈັດເພງທີ່ມີຄວາມໝາຍດີເຫຼົ່ານີ້ ເພື່ອສະດຸດີແລະລຶກເຖິງ ດວງວິນຍານຂອງເຫຼົ່າທະຫານອາເມຣິກາ ທັງປວງ ທີ່ຮັບພາລະໜ້າທີ່ເປັນຮົ້ວປ້ອງກັນຊາດ ທີ່ໄດ້ເສຍສະລະທຸກຢ່າງ ແມ່ນແຕ່ຊີວິດຕົນເອງ
ມື້ນີ້ ທ່ານຜູ້ຟັງ ຈະໄດ້ຟັງເພງດັງ ໃນອະດີດ ບ້ານນາຜາສຸກ ທີ່ປະພັນໂດຍ ອ. ສ. ແສງສິຣິວັນ ແລະຂັບຮ້ອງໂດຍ ສິນລະປິນລຸ້ນອະວຸໂສ ມະນີວັນ ວໍຣະວົງ ຄົງຖືກໃຈທ່ານຜູ້ຟັງ ຢ່າງແນ່ນອນ.
ທາງ VOA ຂໍມອບເພງ ທີ່ມີຄວາມໝາຍດີທັງຫຼາຍນີ້ ມອບໃຫ້ບັນດາແມ່ທັງຫຼາຍ ຜູ້ຊຶ່ງ ເປັນຕົ້ນແບບ ແລະນຳພາໃຫ້ພວກລູກໆ ໄດ້ເດີນຮອຍຕາມ.
ຫວັງວ່າເພງ "ສາວ IPhone 5" ທີ່ຂັບຮ້ອງໂດຍ ຄົມ ຄົງຊະນະ ຄົງຈະເຮັດໃຫ້ພວກນ້ອງ ສາວໆນັກຮຽນ ນັກສຶກສາ ຕັ້ງໃຈຮ່ຳຮຽນ ໃຫ້ສົມໃຈ ພໍ່ແມ່...ຄລິກເບິ່ງ ມິວຊິກວີດີໂອ ແລ້ວຈະໄດ້ຮູ້ ຄວາມໝາຍຂອງເພງນີ້.
ໂຫລດຕື່ມອີກ