ບໍ່ວ່າຈະຕົກໄປຢູ່ດິນແດນໃດ ຫລືຢູ່ໃນສະພາບແວດລ້ອມແບບໃດກໍຕາມ ຄົນເຊື້ອສາຍລາວ ຍັງບໍ່ໄດ້ ຖິ້ມປະລະໄລຮີດຄອງປະເພນີລາວອັນດີງາມຂອງຕົນ
ນາງກ່າວວ່າ "ຂະນ້ອຍເປັນອາສາສະໝັກໃຫ້ອົງການແຫ່ງນີ້ມາໄດ້ 7 ປີແລ້ວ, ບໍ່ແມ່ນວ່າຂະນ້ອຍຢາກເຮັດເພື່ອຂອບໃຈທີ່ຂະນ້ອຍຖືກເລືອກໃຫ້ໄດ້ຮັບທຶນການສຶກສາ, ແຕ່ຂະນ້ອຍມີຄວາມຮູ້ສຶກວ່າ ຂະນ້ອຍຢາກຊ່ວຍນັກຮຽນນັກສຶກສາ"
ງານຄອນເສີດ Lao Legends, ເຊິ່ງເປັນງານສະແດງຄອນເສີດຂອງຄົນລາວທີ່ໃຫຍ່ທີ່ສຸດໃນ ສະຫະລັດ ແມ່ນໃກ້ຈະເກີດຂຶ້ນແລ້ວ ໃນວັນທີ 27 ເມນາ ທີ່ເມືອງເອີຣວິງ ລັດເທັກຊັສ ທາງພາກໃຕ້ຂອງສະຫະລັດ
ຍານາງ ແກ້ວ ໄດ້ກັບໄປຢູ່ລາວດ້ວຍຄວາມບັງເອີນ, ເຊິ່ງປີ 2020 ເພິ່ນໄດ້ເດີນທາງກັບເມືອຢາມປະເທດລາວ ແລະ ໃນເວລານັ້ນກໍເກີດໂຣກລະບາດ ໂຄວິດ-19
ນາງກ່າວວ່າ ອີກທາງນຶ່ງໃນການໂຄສະນາ 'ເຮົາຕ້ອງມີຜູ້ທີ່ເປັນແຮງຈູງໃຈ ດ້ວຍການເຂົ້າໄປຮ່ວມງານທີ່ມີຄົນມາເຕົ້າໂຮມກັນຫຼາຍ ເຂົ້າໄປເປັນຜູ້ສະໜັບສະໜຸນງານ ເຂົ້າໄປວາງສິນຄ້າທີ່ເປັນຕົວຢ່າງ ແລະອື່ນໆ'
ເປົ້າໝາຍທີ່ສຳຄັນທີ່ສຸດຂອງງານສະແດງນີ້ ທ່ານທະນິດ ກ່າວວ່າ “ເປັນງານເພື່ອການກຸສົນຫາລາຍໄດ້ມາຊ່ອຍເຫຼືອອົງການທີ່ບໍ່ຫວັງຜົນກຳໄລຕ່າງໆທັງຢູ່ໃນລາວ ແລະຢູ່ຕ່າງປະເທດ ທີ່ສົ່ງເສີມແລະເຜີຍແຜ່ວັດທະນະທຳຂອງລາວເຮົາ ທີ່ບັນດາຜູ້ຊົມຈະເປັນຄົນເລືອກເອົາອົງການໃດຈະໄດ້ຮັບເງິນຊ່ອຍເຫຼືອ”
ທ່ານລິນທອງ ນ້ອຍນາລາ ກ່າວວ່າ 'ເຮົາຕ້ອງເຮັດວຽກ ດ້ວຍແນວຄິດໃໝ່ໆ ຄັນວ່າບໍ່ໄດ້ໂຕໃໝ່ ເຮົາເຮັດບໍ່ໄດ້'
ປະຊາຊົນໄດ້ມີເປັນຫ່ວງ ກ່ຽວກັບ ຜູ້ນຳທີ່ມີອາຍຸທີ່ສູງທັງສອງທ່ານ ຍ້ອນສິ່ງທີ່ພວກເພິ່ນໄດ້ສະແດງໃຫ້ເຫັນໃນສັງຄົມ
ເອັນເນັກ ກ່າວວ່າ ທຸກຄົນທີ່ຢາກສຶກສາດ້ານນີ້ ແລະຕ້ອງການເຮັດວຽກທາງດ້ານນີ້ ທາງບໍລິສັດຂອງລາວກໍຍິນດີໃຫ້ຄໍາແນະນໍາ ແລະຊ່ວຍເຫຼືອ
ຈອນ ກ່າວວ່າ 'ຄົນລາວເຮົາມີຕ້ອງມີການປະສານກັນໃຫ້ດີສາກ່ອນ, ພວກເຮົາຕ້ອງສະໜັບສະໜຸນເຊິ່ງກັນ ແລະກັນສາກ່ອນ ກ່ອນທີ່ພວກເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງໃນຊຸມຊົນຂອງພວກເຮົາເອງ '
ນາງຍັງກ່າວອີກວ່າ ຈົ່ງຢ່າຢ້ານທີ່ຈະລົ້ມແຫຼ້ວ, ຖ້າລົ້ມ ແລ້ວກໍລຸກຂຶ້ນມາຍ່າງໃໝ່ອີກຄັ້ງ ເຖິງແມ່ນຈະລົ້ມແລ້ວລົ້ມອີກກໍຕາມ
ທ່ານໄກເພັດ ກ່າວວ່າ ທ່ານມີຄວາມສຸກກັບເຮັດວຽກດັ່ງກ່າວ ແລະມີເວລາໃຫ້ຄອບຄົວຫຼາຍຂຶ້ນ ເພາະທ່ານສາມາດເຮັດວຽກຢູ່ໃສກໍໄດ້ໃນທຸກເວລາ ແລະສະຖານທີ່
ໂຫລດຕື່ມອີກ
No live streaming currently available