ທ່ານນຶ່ງ ສຸທິວົງໂນລາດ ນັກວິສະວະກອນເຄື່ອງຈັກ ໄດ້ຊອກຫາແມ່ ແລະພໍ່ ຕັ້ງແຕ່ກ່ອນອອກຈາກປະເທດລາວ ໃນປີ 1981 ຈົນເຖິງເທົ້າປັດຈຸບັນ.
ຄົນລາວເມື່ອໄປອາໄສຢູ່ໃສ ກໍບໍ່ລືມຮີດຄອງປະເພນີ ແລະສາສະໜາ. ຄົນລາວທີ່ອາໄສຢູ່ເມືອງໂປຊາດາສ ທີ່ມີຈໍານວນຫລາຍກວ່າໝູ່ທີ່ສຸດ ໃນອາເຈັນຕີນານັ້ນ ກໍສ້າງວັດແຫ່ງນຶ່ງ.
ທ່ານກຸສົນສະຫວັນ (Van) ດິດທະວົງ ນັກສ້າງຮູບເງົາ ນັກຂຽນ ຜູ້ບໍລິຫານ ແລະກຳກັບການສະແດງ ອາເມຣິກັນເຊື້ອສາຍລາວ ເລື້ອງ "All Road to Pearla" ກຳລັງອອກສາຍ ຢູ່ໂທລະພາບເຄໂບ] (Cable TV.)
ໄລຍະ 5 ຫລື 6 ປີຕົ້ນໆຂອງການມາຕັ້ງຖິ່ນຖານຢູ່ແຜ່ນດິນໃໝ່ຂອງພວກເພິ່ນ ແມ່ນເຕັມໄປດ້ວຍຄວາມລໍາບາກ ແຕ່ວ່າສາມີ-ພັນລະຍາຄູ່ນີ້ກໍບໍ່ຫວັ່ນເກງ ແລະ ທໍ້ຖອຍໃຈ ໂດຍທີ່ທັງເຮັດການເພື່ອຫາເງິນມາລ້ຽງລູກນ້ອຍ 3 ຄົນ.
ທ່ານ ທິບ ກ່າວວ່າ: ນັ່ງສະມາທິ ເຮັດມາແທ້ໆນີ້ປະມານ One and half years, ປີປາຍ.
ທ່ານໄຊ ອຸດົມປາຣະມີ ນາຍຊ່າງສ້ອມແປງເຄື່ອງຈັກພິມ ກັບໃສ່ອາຫານແຫ້ງ ຂອງບໍລິສັດ Plastic Packaging ທີ່ເປັນສິນຄ້າວາງຂາຍ ຢູ່ຕາມຕະຫຼາດ ໃນສະຫະລັດ.
ທ່ານສົມກຽດ ແລະຍານາງສົມ ເທບສຸຣິນທອນ ໄດ້ເຂົ້າມາຕັ້ງຫຼັກແຫຼ່ງ ແລະເຮັດທຸລະກິດ ທີ່ເມືອງໂທເລໂດ ຊຶ່ງໃນເວລານີ້ ທ່ານໄດ້ເປັນເຈົ້າຂອງທຸລະກິດ ຫຼາຍໆຢ່າງ ແລະໄດ້ຮັບຄຳຍ້ອງຍໍຈາກທາງຊີຕີ້.
ຄົນລາວພາກັນຮ້ອງຊາວກືມມຸ ວ່າ “ຂະມຸ ແລະຂ້າມຸ” ຊຶ່ງເປັນເຜົ່ານຶ່ງ ໃນຈຳນວນ 49 ຊົນເຜົ່າຂອງລາວ ແລະປັດຈຸບັນນີ້ ມີປະມານ 15,000 ຄົນ ອາໄສຢູ່ໃນສະຫະລັດ.
ເມື່ອຮຽນຈົບມັດຖະຍົມແລ້ວ ທ່ານໄດ້ຕັດສິນໃຈຢາກເປັນທະຫານ ແຕ່ອາຍຸຂອງເພິ່ນຍັງບໍ່ຮອດ 20 ປີ ຈຶ່ງບໍ່ສາມາດສະໝັກເຂົ້າໄດ້ເທື່ອ ເມື່ອອາຍຸຄົບ 20 ປີແລ້ວ ທ່ານຈຶ່ງໄດ້ເດີນທາງໄປວຽງຈັນເພື່ອຍື່ນເອກະສານເຂົ້າເປັນທະຫານອາກາດ
ັັັທ່ານສຸຣິຂານ ມີພອນສະຫວັນ ແລະພື້ນຖານດ້ານເທັກນິກ ວຽກທີ່ທ່ານ ເຮັດຢູ່ນີ້ເປັນວຽກເບົາ ໃຊ້ຄວາມຊໍານິຊໍານານດ້ວຍມື ແລະຜະລິດຕະພັນທີ່ສຳ ເລັດອອກມານັ້ນມີລາຄາແພງສົມຄວນ.
ທ່ານ ສົມບູນ ໄຊສີນວນ, ໄວ 53 ປີ ຈາກເມືອງເດ ມອຍນ໌, ລັດໄອໂອວາ ຜູ້ທີ່ຫາກໍຟື້ນຕົວຄືນຈາກການເປັນພະຍາດໂຄວິດ-19 ໄດ້ຢ່າງເຕັມສ່ວນ ເມື່ອບໍ່ພໍເທົ່າໃດວັນຜ່ານມານີ້ເອງ.
ສຕັອກຕັນ ເປັນເມືອງນຶ່ງ ທີ່ມີຄົນລາວອາໄສຢູ່ ເປັນຈຳນວນຫຼວງຫຼາຍ ພຽງແຕ່ສະມາຄົມຕ່າງໆ ກໍມີເຖິງ 18 ສະມາຄົມດ້ວຍກັນ.
ໂຫລດຕື່ມອີກ
No live streaming currently available