ທ່ານວິນຍາ ໄດ້ກໍ່ຕັ້ງອົງການສູນກາງສຶກສາຂຶ້ນດ້ວຍຕົນເອງ ໂດຍມີຈຸດປະສົງເພື່ອສົ່ງເສີມການຮຽນຮູ້ແລະສຶກສາຄົ້ນຄວ້າ ໃນຫົວຂໍ້ຕ່າງໆກ່ຽວກັບລາວ ສຳລັບຄົນທົ່ວໄປ ຫຼືບັນດານັກວິຊາການທີ່ສຶກສາຄົ້ນຄວ້າກ່ຽວກັບລາວ
ຍານາງສຸວັນຄຳ ທັມມະວົງສາ ນັກຂຽນນະວະນິຍາຍເລື້ອງສັ້ນ ແລະອາຈານສອນ ການຂຽນແບບອອກຫົວຄິດປະດີດສ້າງ ໄດ້ຊະນະເລີດລາງວັນ Giller Prize ເປັນເງິນ 100,000 ໂດລາການາດາ.
ຍານາງເພັດ ພິມມະສອນ ໄດ້ຍ້າຍເຂົ້າມາຕັ້ງຖິ່ນຖານ ຢູ່ນະຄອນ ບອຍຊີ, ເມືອງເອກ ຂອງລັດໄອດາໂຮ, ຢູ່ພາກຕາເວັນຕົກຕອນເໜືອ ຂອງສະຫະລັດ ຕັ້ງແຕ່ຕອນອາຍຸໄດ້ປະມານ 7 ປີ.
ທ່ານທອງຄູນ ພັດທະນາ ຄົນອາເມຣິກັນເຊື້ອສາຍລາວ ໄດ້ຄົ້ນພົບແນວຄິດຂອງຕົນ ທີ່ຈະນຳເອົາໄມ້ໃຜ່ ມາປະດິດຄິດສ້າງ ເພື່ອໃຊ້ແທນປລາສຕິກ ແລະປົກປັກຮັກສາສິ່ງແວດລ້ອມ.
ຍານາງໂມນີ ແລະສາມີ ໄດ້ເຂົ້າມາຕັ້ງຖິ່່ນຖານໃໝ່ ໃນລັດມິນເນໂຊຕ້າ ໃນປີ 1994 ແລະ ເວລານີ້ ມີຮຸ້ນສ່ວນ ໃນການເຮັດທຸລະກິດ ກັບບໍລິສັດຮັກສາສຸຂະພາບ ໃນເຂດເມົາເທັນເລັກ.
ເຖິງແມ່ນຍານາງຊັນນີ ໄດ້ຮັບຄວາມຜິດຫວັງ ຈາາການປ່ອນບັດເລືອກຕັ້ງ ເປັນຜູ້ພິພາກສາ ເມືອງແມັກເກລັນເບີກ ລັດຄາໂຣໄລນາເໜືອ ແຕ່ໄດ້ຮັບຄຳຍ້ອງຍໍສັນລະເສີນ ໃນບົດບາດຂອງທ່ານນາງ ຈາກສັງຄົມລາວອາເມຣິກັນ.
ທ່ານສຸດໃຈເປັນຄົນລາວພຽງຜູ້ດຽວ ທີ່ໄດ້ເຂົ້າເຮັດວຽກ ໃນທຳນຽບຫ້າແຈ ຈົນໄດ້ອອກກະສຽນ ກິນເບ້ຍບຳນານ ດ້ວຍບົດບາດໜ້າທີ່ ໃນທຳນຽບຫ້າແຈ ເພິ່ນຈຶ່ງບໍ່ສາມາດ ເຂົ້າຮ່ວພົວພັນກັບຊຸມຊົນຊາວລາວ ໄດ້ຢ່າງເຕັມທີ່.
ທ່ານສຸກຂີງຄຳ ປາກດີມຸນິວົງ ໄດ້ຮັບໃຊ້ເປັນາຍພາສາ ຢູ່ສານຕ່າງໆ ໃນແຂວງເກເບັກ ປະເທດການາດາ ມາໄດ້ ກວ່າສີ່ທົດສະວັດແລ້ວ ຈົນເຖິງເທົ້າປັດຊຸບັນນີ້.
ທ່ານນາງ ໂນລີ ກ່າວວ່າ ລາວຮູ້ສຶກວ່າ ຄຸ້ມບ້ານນີ້ປອດໄພດີ ແຕ່ລະມື້ກະເດັກນ້ອຍແລ່ນຫຼິ້ນຢູ່ນອກ ຮູ້ສຶກວ່າເພື່ອນບ້ານກະສະຫງົບດີວ່າຊັ້ນຊະ. ຢູ່ໃຜຢູ່ມັນ ລະເຂົາກະເປັນມິດດີ.
ທ່່ານກອງປະກັນ ຣາຊພົນ ອະດີດຄົນຂັບລົດຕັກຊີ ໃນນະຄອນຫຼວງປາຣີ ມາເປັນເວລາກວ່າສອງທົດສະວັດ ບັດນີ້ຕ້ອງໄດ້ຢຸດເຊົາອອກບຳນານ ເນື່ອງຈາກຕິດເຊື້ອໂຄວິດ-19 ແລະເສດຖະກິດທີ່ຝືດເຄື່ອງ.
ບ້ານລ້ານຊ້າງ ເປັນບ້ານນ້ອຍໆ ຂອງຄົນລາວອາເມຣິກັນແຫ່ງທຳອິດ ໃນສະຫະລັດ ທີ່ສ້າງຂຶ້ນມາໂດຍຊາວ ອົບພະຍົບລາວ ໃນຊຸມປີ 1980 ປັດຈຸບັນນີ້ ມີຢູ່ 50 ຄອບຄົວ ປະມານ 200 ຄົນ ແລະບໍ່ມິີຄົນຊາດອື່ນຢູ່ປົນ.
ທ່ານນຶ່ງ ສຸທິວົງໂນລາດ ນັກວິສະວະກອນເຄື່ອງຈັກ ໄດ້ຊອກຫາແມ່ ແລະພໍ່ ຕັ້ງແຕ່ກ່ອນອອກຈາກປະເທດລາວ ໃນປີ 1981 ຈົນເຖິງເທົ້າປັດຈຸບັນ.
ໂຫລດຕື່ມອີກ
No live streaming currently available