ທ່ານທຣອຍ ໄຊຍະກຸມມານ ກຳລັງວາງແຜນ ອອກແບບບ້ານເຮືອນ ບ່ອນພັກຜ່ອນ ພົບປະກັນແບບງຽບໆ ແລະ ບ່ອນສະມາທິ ທີ່ຢູ່ຫ່າງໄກຈາກໂຕເມືອງໃຫຍ່ ທີ່ບໍ່ຖືກລົບກວນຈາກສຽງນອງນັນ ແລະບໍ່ມີຝູງຊົນທີ່ໜາແໜ້ນ.
ທ່ານນິດຕະຍາ ສົມສະນິດ ຄົນຝຣັ່ງເຊື້ອສາຍລາວ ກໍແມ່ນຜູ້ນຶ່ງ ທີ່ໄດ້ວາງບົດບາດ ການອອກແບບເຄື່ອງນຸ່ງ ເນັ້ນ ໜັກໃສ່ການນຸ່ງຖືຂອງຂຸນນາງ ໃນສະໄໝ ໂບຮານລາວ ຢູ່ໃນນະຄອນຫຼວງປາຣີ.
ທ່ານດາຣາສິງ ວັນ ຫອມສົມບັດ ໄດ້ໃຊ້ວິຊາລັດຖະສາດ ທີ່ຮຽນມານັ້ນ ເປັນນັກຂ່າວອິດສະຫຼະ ໂດຍເປັນນາຍ ຕົນເອງ ເຮັດວຽກຜູ້ດຽວ ພ້ອມທັງມີສັນຍາຈ້າງ ຈາກອົງການຂ່າວຕ່າໆ ໃນນະຄອນຫຼວງປາຣີ.
ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ19 ການດຳລົງຊີວິດ ທຸລະກິດຕ່າງໆຍັງບໍ່ເປັນປົກກະຕິ ແລະບໍ່ ເປັນທີ່ໝັ້ນຄົງ. ຮ້ານອາຫານແຊບລາວໄທກຸຍຊີນ ຕົກຢູ່ໃນສະພາບ ທີ່ຕ້ອງໄດ້ສູ້ທົນ ເຊັ່ນກັນກັບທຸລະກິດອື່ນໆ .
ວັນທີ 11 ກັນຍາປີ 2001 ເປັນທີ່ຮູ້ກັນດີວ່າ September 11 ຊຶ່ງເປັນມື້ ທີ່ຊາວອາເມຣິກັນຫຼາຍພັນຄົນ ໄດ້ສູນເສຍຊີວິດ ຢ່າງບໍ່ຄາດຝັນ ຈາກການຈີ້ເຮືອບິນໂດຍສານ ຂອງພວກກໍ່ການຮ້າຍ ໂຈມຕີສະຫະລັດ.
ທ່ານໂຣເຈີ ວັນນະສັກ ສີກຸນລະບຸດ ພ້ອມແລ້ວຈະເຊົາເຮັດວຽກ ມາເປັນເວລາກວ່າສາມທົດສະວັດ ແລະບັດນີ້ຈະອອກບໍານານ ເພື່ອຊົມຊື່ ກັບກັບໝາກຜົນ ທີ່ໄດ້ສ້າງມາ. ທ່ານກ່າວວ່າ ສະຫະລັດ ແມ່ນສະຫວັນຂອງໂລກມະນຸດ.
ທ່ານບຸນມີ ເສລີ ຫົວໜ້າທີມສ້ອມແປງເຄື່ອງຈັກເຮືອບິນ ຂອງບໍລິສັດໂບອິງ (Boeing) ຊຶ່ງເປັນ ບໍລິສັດສ້າງເຮືອບິນຂະໜາດໃຫຍ່ ທີ່ມີຊື່ສຽງໃນສະຫະລັດ.
ຟັງການໂອ້ລົມກັບ ຍານາງວົງເດືອນ ມະນີວົງ ຄົນອາເມຣິກັນເຊື້ອສາຍລາວ ວ່າ ເປັນຫຍັງຈຶ່ງໄດ້ຍຶດຖືເອົາວິຊາອາຊີບ ການອອກແບບສິນລະປະກຣາຟິກ ແລະແຕ້ມຮູບອັນເປັນຊີວິດຈິດໃຈ.
ຍານາງຈັນທະລາ ເປີດບ່ອນຂາຍຊຸຊີ-ຊາຊິມິ ສາມແຫ່ງ ພາຍໃຕ້ການໃຊ້ສະຖານທີ່ ແລະ ອະນຸຍາດຂອງບໍລິສັດອາກິ (AKI) ທີ່ເປັນເຈົ້າຂອງ ແລະມີຫຼາຍສາຂາຢູ່ກວ່າ 100 ແຫ່ ງໃນນະຄອນມົງເຣອານ.
ຍານາງຣາດຊະກັນຍາ ວຽງຫຼວງ ບັກເຊກ ແມ່ຍິງເຊື້ອສາຍລາວ ຜູ້ສະຫລາດສະຫລຽວຄົນນີ້ ເປັນຜູ້ກວດກາການເງິນ, ທົບທວນສັນຍາ ແລະບໍລິຫານງົບປະມານ 30 ລ້ານໂດລາຕໍ່ປີ ຢູ່ສະໜາມບິນສາກົນ ເມືອງຝອດເວີດ.
ບັນດາພໍ່ແມ່ຜູ້ປົກຄອງທັງຫຼາຍ ມັກຢາກໃຫ້ພວກລູກໆຮຽນເປັນດັອກເຕີ ແລະທະນາຍຄວາມ ແຕ່ວ່າທ່ານແອມມີ ທຳມະສິດ ໄດ້ກາຍມາເປັນ ນັກສະຖາປະນິກ ຢູ່ນະຄອນເດັນເວີ ລັດໂຄໂລຣາໂດ.
ດຣ. ຣິກ ເປັນນັກຮຽນເກັ່ງ ດຸໝັ້ນ ແລະສະຫຼາດ ຫຼັງຈາກຈົບມັດທະຍົມ ທ່ານໄດ້ຮຽນຕໍ່ຢູ່ມະຫາວິທະຍາໄລ Texas A&M ແລະມະຫາວິທະຍາໄລ Baylor College ສໍາເລັດປະລິນຍາເອກ ຝ່າຍໝໍປົວແຂ້ວ.
ໂຫລດຕື່ມອີກ
No live streaming currently available