ທ່ານບັນດິດ ກອງມະນີເພັດ ແມ່ນນັກທຸລະກິດລາວອາເມຣິກັນ ທີ່ຮູ້ຈັກຫລັກການ ແລະກົດລະບຽບເປັນພິເສດ. ທ່ານສຳເລັດປະລິນຍາຕີຝ່າຍ Ministry ທີ່ພົວພັນກັບສາດສະໜາຕາໂຕລິກ ຈາກມະຫາວິທະຍາໄລ Mulnomah ທີ່ນະຄອນພອດແລນ ລັດອໍເຣກັນ
ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະພາທ່ານໄປຮູ້ຈັກກັບທ່ານຄຳຜາຍ ວິໄລລັກ ເຈົ້າຂອງຟາມລ້ຽງງົວ ຢູ່ທີ່ລັດອາແກນຊໍ ຕັ້ງຢູ່ທາງພາກກາງຕອນໃຕ້ ຂອງສະຫະລັດ
ເຮົາຈະນຳເອົາການໂອ້ລົມ ກັບ ດຣ. ວິນຍາ ສີສະໝຸດ ຜູ້ອຳນວຍການສູນລາວສຶກສາ ທີ່ກຳລັງນຳພາການວາງສະແດງ “Between 2 Worlds” ຫລື “ລະຫວ່າງ 2 ໂລກ” ຊຶ່ງເປັນບັນທຶກອົບພະຍົບທີ່ຫຼົບໜີໄພການເມືອງ ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ
ຍານາງຄຳຫລ້າ ສົມພັນ ຄູສອນ ແລະສະແດງການຟ້ອນບາເລ ໃຫ້ຫລາຍໆບໍລິສັດ ແລະໄດ້ເດີນທາງໄປຫລາຍໆແຫ່ງ. ໂຮງລະຄອນຢູ່ບຣອດເວ (Broadway) ໃນນະຄອນນິວຢອກ ທີ່ມີຊື່ສຽງຂອງສະຫະລັດ
ນາງເຊີຣີນາ ເຟລມມິງ ແລະນາງຄາຕຣີນາ ກອງສະມິດ ເປັນນັກສຶກສາອາເມຣິກັນເຊື້ອສາຍລາວ ທີ່ໂດດເດັ່ນ ກຳລັງເລີ້ມເຂົ້າມະຫາວິທະຍາໄລ ທີ່ມີຊື່ສຽງຂອງສະຫະລັດ
ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະພາທ່ານ ໄປຮູ້ຈັກກັບ ທ່ານດີຣາດຊະວົງ ຄົນທຳຄວາມສະອາດ ຢູ່ມະຫາວິທະຍາໄລ West Texas A&M University ມາເປັນເວລາ 42 ປີແລະກຳລັງຕຽມຈະອອກກິນເບ້ຍບໍານານໃນທ້າຍເດືອນສິງຫາ ຈະມາ ເຖິງນີ້
ບັນດາໜຸ່ມນ້ອຍທີ່ເກີດໃຫຍ່ຢູ່ໃນສະຫະລັດອາເມຣິກາ ໂດຍສະເພາະພວກນັກຮຽນທີ່ກຳລັງຮຽນຢູ່ໃນມັດທະຍົມຕົ້ນ ແລະມັດທະຍົມປາຍ ຫລາຍໆຄົນໄດ້ຜ່ານປະສົບການຖືກໝູ່ນັກຮຽນຂົ່ມເຫັງຢຽດຢາມ ບໍ່ໃນດ້ານໃດກໍດ້ານນຶ່ງ
ທ່ານການ ວົງສະຫວັນ ທະນາຍຄວາມແຮງງານຕ່າງປະເທດ ໃຫ້ແກ່ ບໍລິສັດ Berry Appleman & Leiden ທີ່ບັນດາບໍລິສັດເທັກໂນໂລຈີ ເປັນຜູ້ປະກັນໂຕ ໃຫ້ເຂົ້າມາເຮັດວຽກ ຢູ່ ໃນສະຫະລັດ
ເມືອງອາມາຣິລໂລ ເປັນເມືອງນ້ອຍໆແຫ່ງນຶ່ງ ຕັ້ງຢູ່ໃນລັດເທັກຊັສ ມີປະຊາກອນປະມານ 199,225 ຄົນຮວມທັງຊາວເອເມຣິກັນເຊື້ອສາຍລາວປະມານ 3,000 ຄົນ
ທ່ານປຣະເສີດ ແລະຍານາງປັດທຸມມີ ຣັດຕະນົງ ແມ່ນຊາວຫລວງພຣະບາງ ທີ່ໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານ ຢູ່ໃນປະເທດອອສເຕຣເລຍໃນ ເຄີຍມີຮ້ານສູບເປີມາກເກັດ ແລະຮ້ານອາຫານໄທ ແລະປັດຈຸບັນນີ້ກຳລັງພັກຜ່ອນດ້ວຍການເຮັດຫັດຖະກຳແກະດອກໄມ້ຂາຍ ເພື່ອຄວາມມ່ວນຊື່ນ
ອາຫານພື້ນເມືອງລາວມີຢ່າງຫລາກຫລາຍ ຈາກພາກເໜືອລົງໄປຫາພາກໃຕ້ຂອງປະເທດລາວ. ອາຫານລາວ ໄດ້ຖືກນຳມາປຸງແຕ່ງ ໃຫ້ເຂົ້າກັບຊີວິດການເປັນຢູ່ກັບສິ່ງແວດລ້ອມໃນແຕ່ລະພາກ ແລະຕ້ອງຮວບຮວມການບັນທຶກ
ໂຫລດຕື່ມອີກ
No live streaming currently available